ຄວັນປົກຄຸມທ້ອງຟ້າຍ້ອນ ຈູດໄຮ່
2019.04.23

ການຈຸດໄຮ່ ແລະ ສວນ ເປັນສາເຫດຫລັກ ທີ່ເຮັດໃຫ້ເກີດບັນຫາ ໝອກຄວັນປົກຄຸມ ນະຄອນຫລວງວຽງຈັນ ແລະ ຫຼາຍແຂວງພາກເໜືອ ຂອງປະເທດລາວ ນັບແຕ່ເດືອນມີນາ ມາຮອດປັຈຈຸບັນ ຊຶ່ງທາງການລາວ ຍັງບໍ່ມີມາຕການສະກັດກັ້ນ ແລະຄວບຄຸມໝອກຄັວນໄດ້ຢ່າງ ມີປະສິດທິພາບ, ອິງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 23 ເມສາ ນີ້:
”ກໍຍ້ອນເຂົາເຈົ້າ ຈູດປ່າຖາງໄຮ່ ຈູດແລ້ວບໍ່ມີການທີ່ວ່າ ໄປກຽດປ່າຫັ້ນນະ ຈູດແລ້ວມັນກໍເລີຍລາມໄປເລີຍ ມັນກໍໄປທົ່ວທີບທົ່ວແດນ ແລ້ວ ຊ່ວງນຶ່ງພັດອາກາດຮ້ອນ ປີນີ້ມັນອາກາດຮ້ອນ ພິລຶກ ຢູ່ລາວ ຄວັນໄໝ້ ຈະເລີ້ມເມິດເລີຍ ເພາະເວົ້າເຣື້ອງມອດນີ້ ເຮົາກໍບໍ່ມີ ເຖິງຈະມີຍົນ ມາຊ່ວຍຫັ້ນນະ ແຕ່ວ່າມີແຕ່ເອົາຄົນ ນີ້ມາມອດເອົາ.”
ທ່ານວ່າ ບັນຫາໝອກຄວັນ ທີ່ເກີດຂຶ້ນ ໃນລາວ ເຮັດໃຫ້ສະພາບອາກາດ ໃນຫລາຍແຂວງ ທາງພາກເໜືອຂອງລາວ ມີຝຸ່ນລະອອງຂນາດ ນ້ອຍ ສູງເກີນເກນມາຕຖານ ຄຸນນະພາບອາກາດ 150 ຂຶ້ນໄປ ຖືວ່າຢູ່ໃນຣະດັບທີ່ເປັນ ອັນຕະລາຍ ຕໍ່ສຸຂພາບ ຂອງປະຊາຊົນ ຂນະທີ່ ເກນຄຸນນະພາບອາກາດ ຕໍ່າກວ່າ 50 ຊຶ່ງປະຊາຊົນ ສ່ວນຫລາຍກໍຍັງ ບໍ່ເຂົ້າໃຈຕໍ່ຜົນກະທົບ ຂອງບັນຫາໝອກຄວັນ ທີ່ປົກຄຸມຢ່າງໜາ ແໜ້ນນັ້ນເທື່ອ.
ເມື່ອເດືອນມີນາຜ່ານມາ ໄຟໄໝ້ ພູຜາເດືອນ ເຂດປ່າສະຫງວນ ແຫ່ງຊາດ ພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ ເຮັດໃຫ້ພື້ນທີ່ ປ່າສະຫງວນຖືກໄຟໄຫ້ມເສັຽຫາຍເກືອບ 100 ເຮັກຕາຣ໌ ແລະ ເກີດເປັນໝອກຄວັນ ປົກຄຸມເກືອບທົ່ວ ນະຄອນຫລວງວຽງຈັນ ສາເຫດ ມາຈາກ ປະຊາຊົນຈູດໄຮ່-ສວນ ແລ້ວປ່ອຍປະ ບໍ່ມີການຄວບຄຸມ ຢ່າງໃກ້ຊິດ ເຮັດໃຫ້ໄຟລາມໄໝ້ປ່າສະຫງວນ.
ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ເວົ້າໃນມື້ດຽວກັນນັ້ນວ່າ ບັນຫາໝອກຄວັນ ໃນປີນີ້ ຖືວ່າ ຮ້າຍແຮງຫລາຍ ກວ່າທຸກປີຜ່ານມາ ຊຶ່ງ ທາງສາທາຣະນະສຸຂ ກໍໄດ້ແຈ້ງໃຫ້ປະຊາຊົນ ນະຄອນຫຼວງ ວຽງຈັນ ແລະ ແຂວງພາກເໜືອ ໃຊ້ຜ້າຄຸມດັງ ແລະປາກ ເພື່ອປ້ອງກັນ ການສືບເອົາຄວັນເຂົ້າໄປ ທໍາຮ້າຍສຸຂພາບຮ່າງກາຍ, ແຕ່ມາຮອດປັຈຈຸບັນນີ້ ທາງກະຊວງສາທາຣະສຸກ ກໍບໍ່ມີ ການເກັບກໍາ ຂໍ້ມູນເທື່ອວ່າ ມີປະຊາຊົນຫລາຍປານໃດ ທີ່ໄດ້ຮັບ ຜົນກະທົບຈາກ ໝອກຄວັນທີ່ເກິດຂື້ນ:
“ເຂົາເຈົ້າບໍ່ໄດ້ເກັບບໍ ຫຼືວ່າແນວໃດ ສູນກາງເພີ່ນ ກໍມີແຈ້ງການ ແນະນໍາປະຊາຊົນຫັ້ນແລ້ວ ທາງພິ້ກໍຄືວ່າ ມັນມີຝົນຕົກ ກໍຄືວ່າບໍ່ມີບັນຫາ ຫລາຍແລ້ວ ຫລຸດຜ່ອນຫລາຍ ໝອກຄັວນໄຟປ່າ ກໍຍ້ອນ ຝົນຕົກຫັ້ນແຫລະ.”
ຢ່າງໃດກໍຕາມ ປັຈຈຸບັນ ທາງການລາວ ກໍ່ເຂັ້ມງວດ ໃນການສະກັດກັ້ນ ກຸ່ມນາຍທຶນ ແລະປະຊາຊົນ ທີ່ຍັງລັກຖາງປ່າຈຸດໄຮ່ ແຕ່ກໍຍັງ ເປັນບັນຫາ ທ້າທາຍຢູ່ ຍ້ອນພວກເຂົາເຈົ້າລັກຈູດຍາມ ກາງຄືນ ເພື່ອບໍ່ໃຫ້ເຈົ້າໜ້າທີ່ ພົບເຫັນຫຼືຈັບກຸມ.
ສວ່ນບັນຫາ ໝອກຄັວນຈາກ ຍວດຍານພາຫະນະ ແລະ ຈາກ ໂຮງງານອຸດສາຫະກັມ ນັ້ນ ຍັງຖືວ່າ ເປັນບັນຫາຮອງມາ ເນື່ອງຈາກ ຢູ່ລາວ ປະຊາຊົນ ຍັງຂັບຣົຖບໍ່ຫລາຍ ເມື່ອທຽບໃສ່ ປະເທດ ໃກ້ຄຽງ ແລະ ໂຮງຈັກໂຮງງານ ກໍຍັງມີໜ້ອຍ.