ຂີ້ເຫຍື້ອຫົກຮ້ອຍຕັນຕໍ່ມື້ ເທສບານ ມ້ຽນໄດ້ເຄິ່ງດຽວ

ໄຊຍາ
2020.07.01
f-trash-paksanh ໂຕຢ່າງ ສນາມຂີ້ເຫຍື້ອ ເມືອງປາກຊັນ ແຂວງບໍຣິຄໍາໄຊ
ພາບຖ່າຍວັນທີ 11 ມິຖຸນາ 2020 ນັກຂ່າວພົລເມືອງ

ຂີ້ເຫຍື້ອທີ່ເກີດຂື້ນໃນແຕ່ລະມື້ ຢູ່ນະຄອນຫຼວງວຽງຈັນ ບໍ່ວ່າຈະມາຈາກສຳນັກງານອົງການ, ໂຮງຈັກໂຮງານ, ຄົວເຮືອນ ແລະສະຖານທີ່ ສຳຄັນຕ່າງໆ ຮວມກັນແລ້ວຂີ້ເຫຍື້ອ ເກີດຂື້ນໃນແຕ່ລະມື້ 500-600 ຕັນຕໍ່ມື້ ແຕ່ໃນຈຳນວນດັ່ງກ່າວ ຂແນງຮັບຜີດຊອບກຳຈັດໄດ້ ພຽງ 50% ຂອງປະຣິມານຂີ້ເຫຍື້ອທັງໝົດ.

ນອກຈາກນີ້ຍັງມີຂີ້ເຫຍື້ອ ທີ່ລັກເອົາໄປຖີ້ມຊະຊາຍ, ຖືກຈູດເຜົາ ຫລື ໄຫລໄປກັບກະແສນໍ້າ. ຕໍ່ປະຣິມານຂີ້ເຫຍື້ອ ດັ່ງກ່າວໄດ້ສ້າງບັນຫາ ໃນການກຳຈັດອອກໄປ. ດັ່ງຊາວບ້ານໃນ ນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ມິຖຸນາ ວ່າບ່ອນຖີ້ມຂີ້ເຫຍື້ອຍັງມີ ບໍ່ທົ່ວເຖິງ.

"ບາງບ້ານກໍຍັງບໍ່ທັນມີບໍ່ທົ່ວເຖີງບ່ອນຖີ້ມຂີ້ເຫຍື້ອ ໝ້ອງເພິ່ນໃຫ້ຖີ້ມ ແຕ່ລະຄອບຄົວມ້ຽນເອົາເອງ ບາງຄົນນິສັຍມັກງ່າຍບາງເທື່ອນີ້ ຈັກແມ່ນ ຣົດມາແຕ່ໃສຖີ້ມກອງ ເລາະນໍາທາງໃສ່ເປົາໃສ່ຫຍັງ ຖີ້ມໄປ ຊັ້ນນ່າກໍຢາກໃຫ້ທາງຣັຖຈັດສັນ ໝ້ອງຖີ້ມຂີ້ເຫຍື້ອໃຫ້ ແລະ ກໍມີຣົດມາເກັບ ຂີ້ເຫຍື້ອທົ່ວເຖິງ."

ສ່ວນຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງໄດ້ກ່າວວ່າ ປັຈຈຸບັນມີຣົດເກັບຂີ້ເຫຍື້ອ ມາເກັບນຶ່ງອາທິດເທື່ອນຶ່ງ ແຕ່ຈະມາເກັບກັບບ້ານ ທີ່ເຮັດ ສັນຍາເທົ່ານັ້ນໂດຍຈະເສັຽຄ່າເກັບ ເດືອນລະ 40 ພັນກີບ ຕໍ່ຄອບຄົວ. ສ່ວນຖັງຖີ້ມຂີ້ເຫຍື້ອນັ້ນຍັງມີບໍ່ທົ່ວເຖິງ ເປັນສາເຫດທີ່ ເຮັດໃຫ້ປະຊາຊົນຖີ້ມຂີ້ເຫຍື້ອຊະຊາຍ.

"ຖັງຂີ້ເຫຍື້ອຣັຖ ມັນບໍ່ມີດອກ ມີແຕ່ຖັງຂອງຄອບຄົວ ໃນຄອບຄົວມັນ ອາທິດນຶ້ງເທື່ອນຶ່ງມາເກັບ ທຸກທິດກາບໍ່ໄດ້ແຍກປະສົມໃສ່ຖັງດຽວ ກັນເລີຍຕາມສັນຍາເລີຍ ເດືອນນຶ່ງ 40 ພັນກີບ ຄົນບໍ່ມີ ຢາກແພງ ຄົນທີ່ບໍ່ໄດ້ເຮັດສັນຍາ ບາງເທື່ອໄປຈູດຢູ່ສວນບາງ ເທື່ອບໍ່ນັບຖື ຣະບຽບກົດໝາຍນັ້ນລະ."

ບັນຫາການເກັບຂີ້ເຫຍື້ອມີຫລາຍບ້ານ ທີ່ບໍ່ມີບ່ອນຖີ້ມຂີ້ເຫຍື້ອ ທີ່ເປັນມາຕຖານສ່ວນໃຫຍ່ຈະລໍຖ້າໃຫ້ ຄບຕ ທີ່ມີໜ່ວຍງານຂົນສົ່ງຂີ້ເຫຍື້ອ ສະເພາະມາເກັບອາທິດນຶ່ງເທື່ອນຶ່ງ ເຊີ່ງກໍມີບາງຄອບຄົວ ເຮັດສັນຍາບາງຄອບຄົວກໍບໍ່ໄດ້ເຮັດສັນຍາ ແຕ່ເຈົ້າໜ້າທີ່ພຍາຍາມຣະດົມໃຫ້ ປະຊາຊົນມາເຮັດສັນຍາກັບ ຄບຕ ເພື່ອຈະໄດ້ຖີ້ມຂີ້ເຫຍື້ອ ໃຫ້ຖືກບ່ອນ. ດັ່ງປະຊາຊົນ ຊາວນະຄອນຫຼວງ ວຽງຈັນ ມີຄຳເຫັນວ່າ:

"ມີແຕ່ຣົດເທສບານ ເພີ່ນມາເກັບເອົາຄັນບໍ່ໄດ້ເກັບກະມີຢູ່ ກໍພຍາຍາມ ຣະດົມແຫຼະໃຫ້ຮູ້ຈັກຖີ້ມຂີ້ເຫຍື້ອ ໃຫ້ເປັນຈຸດຣະດົມ ແຕ່ລະຄອບຄົວ ໃຫ້ມີໃຊ້ ບໍຣິການນີ້."

ຕໍ່ກັບການເກັບຂີ້ເຫຍື້ອ ເພື່ອກຳຈັດທີ່ສນາມຫລັກ 32 ນັ້ນ ເຈົ້າໜ້າທີ່ຫ້ອງການຄຸ້ມຄອງ ແລະ ບໍຣິຫານໂຕເມືອງວຽງຈັນ ຫລື ຄບຕ ໄດ້ ກ່່າວວ່າ ບັນຫາການແກ້ໄຂຂີ້ເຫຍື້ອ ດັ່ງກ່າວ ປັຈຈຸບັນບໍ່ ສາມາດແກ້ໄຂໄດ້ ຍ້ອນປະຊາຊົນຍັງບໍ່ໃຫ້ ຄວາມຮ່ວມມື ໃນການເຮັດສັນຍາກັບ ຄບຕ ຈື່ງເຮັດໃຫ້ມີການຖີ້ມຂີ້ເຫຍື້ອ ຊະຊາຍ ເຊິ່ງເບື້ອງຕົ້ນໄດ້ແກ້ໄຂ ໂດຍໃຫ້ໜ່ວຍງານພື້ນຖານລົງໄປໂຄສະນາ ເຜີຍແຜ່.

ເຂົາເຈົ້າຖີ້ມຊະຊາຍຍ້ອນເຂົາບໍ່ໄດ້ເຮັດສັນຍາ ເກັບມ້ຽນຂີ້ເຫຍື້ອເຂົາເຈົ້າກຳຈັດຂີ້ເຫຍື້ອ ດ້ວນຕົນເອງ ຈູດເຜົາ ຖີ້່ມຂີ້ເຫຍື້ອຊະຊາຍ ຫລືໄປ ລັກຖີ້ມນໍາ ຄອບຄົວອື່ນ ໄດ້ສົມທົບກັບອຳນາດ ການປົກຄອງບ້ານ ອຳນາດການປົກຄອງເມືອງ ກັບຜູ້ປະກອບ ການຂົນສົ່ງຂີ້ເຫຍື້ອນັ້ນໄປ ເຜີຍແຜ່ເອກກະສານ ນິຕິກັມ ທີ່ກ່ຽວຂ້ອງຊຸກຍູ້ ຣະດົມໃຫ້ເຂົາເຮັດ ສັນຍາ.

ກ່ຽວກັບເຣື່ອງນີ້ ນັກວິຊາການດ້ານສິ່ງແວດລ້ອມ ໃຫ້ສັມພາດວ່າການແກ້ໄຂບັນຫາຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ຕ້ອງປູກຈິດສຳນຶກ ໃຫ້ປະຊາຊົນ ບໍ່ຄວນຖີ້ມຂີ້ເຫຍື້ອຊະຊາຍ ແລະ ພາກຣັຖ ກໍຄວນຍື່ນມືເຂົ້າມາຊ່ອຍ.

"ສ່ວນຫຼາຍຈະຕ້ອງແກ້ໄຂ ກໍຄືເວົ້າເຣື່ອງຂອງສຳນຶກ ກໍເວົ້າເຣື່ອງຂອງການຈັດການຣະບົບ ການຈັດການຂີ້ເຫຍື້ອ ຂອງບ່ອນການຈັດການ ຂີ້ເຫຍື້ອກາບໍ່ດີປານໃດ ເວລາທີ່ວ່າຢູ່ນອກເຮືອນ ໂຕເອງເວລາຢູ່ຕາມສະຖານທີ່ຕ່າງໆ ບໍ່ໄດ້ຄຳນຶງເຖີງ ຄວາມສະອາດຂອງແຕ່ລະຄົນ."

ໃນໄລຍະພຍາດໂຄວິດ-19 ຣະບາດຣະຫວ່າງເດືອນ ເມສາ ຫາ ເດືອນມິຖຸນາ ທາງຫ້ອງການຄຸ້ມຄອງ ແລະ ບໍຣິຫານໂຕເມືອງວຽງຈັນ ທີ່ຂື້ນກັບຫ້ອງວ່າການ ປົກຄອງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການຫລຸດຣາຄາ ເກັບເຫຍື້ອເຖີງ 50%.

ເຖິງແນວໃດກໍຕາມ ບັນຫາຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ ຍັງເປັນບັນຫາ ຍາກທີ່ຈະແກ້ໄຂເພາະໃນແຕ່ລະປີ ປະຣິມານຂີ້ເຫຍື້ອ ເພີ່ມຂື້ນ ແລະຣະບົບການກຳຈັດຂີ້ເຫຍື້ອຍັງບໍ່ໄດ້ ປະສິດທິພາບ ດັ່ງທີ່ການຖີ້ມຂີ້ເຫຍື້ອຊະຊາຍ ຕາມງານບຸນຕ່າງໆ ຫຼື ຕາມສະຖານທີ່ ສວນສາທາຣະນະຕ່າງໆ ເຊັ່ນແຄມຂອ ງທ່າວັດຈັນ ຈະພົບເຫັນການຖີ້ມຂີ້ເຫຍື້ອແບບ ຊະຊາຍເປັນປະຈຳ. ດັ່ງເຫດການ ເມື່ອວັນທີ 06 ມິຖຸນາ ຜ່ານາ ເຂດສວນ ເຈົ້າອະນຸວົງ ມີ ປະຊາຊົນພົບເຫັນ ກອງຂີ້ເຫຍື້ອຂນາດໃຫຍ່ ສົ່ງກີ່ນເໝັນໄປທົ່ວ ບໍຣິເວນດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.