ຜູ້ເຄາະຮ້າຍເຂື່ອນແຕກ ວ່າ ເຂົ້າແຂງ ກິນບໍ່ໄດ້
2019.07.16
ປະຊາຊົນຜູ້ປະສົບພັຍເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເວົ້າວ່າ ເຂົ້າສານ ທີ່ທາງການ ຢາຍໃຫ້ແຕ່ລະ ຄອບຄົວ ໃນແຕ່ລະເດືອນນັ້ນ ເປັນເຂົ້າຈ້າວ ແຂງ ແລະບໍ່ມີ ຄຸນນະພາບ ກິນບໍ່ໄດ້ເລີຍ ຕ້ອງຂາຍແລ້ວ ຊື້ເຂົ້າໜຽວ ມາກິນແທນ, ດັ່ງຜູ້ ປະສົບພັຍ ເຂື່ອນແຕກຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 11 ກໍຣະກະດາ ປີ 2019 ນີ້ວ່າ:
“ເຂົ້າສານນິ່ ເພິ່ນໃຫ້ທຸກເດືອນ ແຕ່ວ່າມັນເປັນເຂົ້າຈ້າວແຂງ ມັນລະກິນບໍ່ໄດ້ຄືກັນ ມັນກິນບໍ່ໄດ້ເວົ້າລະກະດາຍ ເຂົ້າຈ້າວທີ່ເພິ່ນໃຫ້ມາ ມັນເປັນເຂົ້າຈ້າວແຂງ ມັນກິນບໍ່ໄດ້ ກະຂາຍ ຂາຍສອງສອບ ກະມາຊື້ ເຂົ້າໜຽວໄດ້ສອບນຶ່ງ.”
ໃນຂນະດຽວກັນ ປະຊາຊົນຜູ້ປະສົບພັຍເຂື່ອນແຕກ ອີກຄົນນຶ່ງ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ກໍເວົ້າຄືກັນວ່າ ເຂົ້ານັ້ນງາມຢູ່ ແຕ່ກິນບໍ່ໄດ້ ຍ້ອນມັນເປັນເຂົ້າຈ້າວແຂງ:
“ເຂົ້າທີ່ເພິ່ນໃຫ້ ມັນກິນບໍ່ໄດ້ນະ ເຂົ້ານີ້ງາມຢູ່ ຂາວຢູ່ ແຕ່ວ່າກິນບໍ່ ແລະມັນຈາງ ລະມັນແຂງ ມັນບໍ່ລໍາ ບໍ່ໄດ້ແຄນກັນ ມັນແຂງມັນກິນ ບໍ່ໄດ້ແມ່ກະຍັງຂາຍໄປຊື້ເຂົ້າໜຽວມາກິນ.”
ນອກຈາກບັນຫາເຣື່ອງ ເຂົ້າກິນທີ່ແຂງແລ້ວນັ້ນ ປະຊາຊົນສ່ວນຫຼາຍ ກໍຢາກຮຽກໃຫ້ຮ້ອງ ໃຫ້ທາງການ ທົດແທນຄ່າເສັຽຫາຍຊັພສິນ ຕ່າງໆຮວມທັງ ສ້າງເຮືອນພັກຖາວອນ ໃຫ້ຂະເຈົ້າໂດຍໄວ ເພາະສາ ເຫດຂອງເຂື່ອນແຕກ ກໍໄດ້ຮູ້ໄປແລ້ວ ແຕ່ການຊົດເຊີຍນັ້ນຍັງ ຫລ້າຊ້າຢູ່.
ກ່ຽວກັບເຣື້ອງຄ່າຊົດເຊີຍ ທ່ານບຸນໂຮມ ພົມມະສານ ເຈົ້າເມືອງ ເມືອງສນາມໄຊ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີເມື່ອວັນທີ 12 ກໍຣະກະດາ 2019 ນີ້ວ່າ:
“ໂຕນີ້ພວກເຮົາໄດ້ເຈຣະຈາ ໄປແຕ່ລະໄລຍະໆນໍ້ ກະຄືຮູ້ຫັ້ນແຫຼ້ວ ແຕ່ເຂື່ອນແຕກມາຮອດປັດຈຸບັນນີ້ ພວກເຮົາກະເຈຣະຈາ ກັບບໍຣິສັດ ຜູ້ພັທນາໂຄງການ ຫຼາຍຮອບແລ້ວເນາະ ຖືວ່າແກ້ໄຂ ບັນຫາເປັນ ໄລຍະເນາະ ກໍຄືພວກເຮົາໄດ້ແກ້ມາແລ້ວ ຜ່ານການເຈຣະຈາ ກະໄດ້ ວ່າຊົດເຊີຍ ຄ່າຜູ້ເສັຽຊີວິດເນາະ ລ້ຽງດູລູກກໍ່າພ້າກໍ່າພອຍ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ທາງການ ກໍາລັງດໍາເນີນການຊົດເຊີຍ ຄ່າເສັຽຫາຍຊັພສິນຄົວເຮືອນ 50% ແລະຕໍ່ໄປ ກໍແມ່ນເວົ້າເຣື້ອງຄ່າ ຊົດເຊີຍທີ່ິດິນທີ່ສູນເສັຽໄປ ແລະ ຄ່າເຮືອນຊານບ້ານຊ່ອງຂອງ ປະຊາຊົນພ້ອມກັບຄ່່າຊົດເຊີຍອີກ 50% ແລ້ວກໍສິ່ງອື່ນໆຂອງປະຊາຊົນ ທີ່ສູນເສັຽໄປ ຍ້ອນເຫດເຂື່ອນແຕກ ນັ້ນນໍາດ້ວຍ.