ພາກປະຊາສັງຄົມໄທຍ ຄັດຄ້ານການ ຊື້ໄຟຟ້າຈາກລາວ

ທາງດ້ານຫລັງຂອງ ເຂື່ອນໄຊຍະບູຣີ
ທາງດ້ານຫລັງຂອງ ເຂື່ອນໄຊຍະບູຣີ (ນັກຂ່າວ ພົລເມືອງ)

0:00 / 0:00

ໃນ​ວັນ​ທີ 8 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ, ອົງ​ກອນພາກ​ປະ​ຊາ​ສັງ​ຄົມ​ໄທ​ຍ ອອກ​ຖ​ແລງ​ການ​ຄັດ​ຄ້ານ ​ການ​ສ້າງ​ເຂື່ອນ​ໃນ​ແມ່​ນ້ຳ​ຂອງ ແລະ ຮຽກ​ຮ້ອງ​ໃຫ້​ຣັ​ຖ​ບານ​ໄທ​ຍ ຢຸດ​ການ​ຮັບ​ຊື້​ໄຟ​ຟ້າ ​ຈາກ​ປະ​ເທດ​ລາວ​ເພີ່ມ​ເຕີມ ຫຼັງ​ຈາກ ຄະ​ນະ​ກັມ​ການພ​ລັງ​ແຫ່ງ​ຊາດ ປະ​ເທດ​ໄທ​ຍ ຈະ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ່ມເຕີມ ຈາກ​ເຂື່ອນໄຟ​ຟ້າ 3 ໂຄງ​ການ.

ທ່ານ ສຸ​ວິດ ກຸ​ຫຼາບ​ວົງສ໌ ຜູ້​ປະ​ສານ​ງານ​ເຄືອ​ຂ່າຍ​ປະ​ຊາ​ຊົນ 8 ແຂວງ ແມ່​ນ້ຳ​ຂອງ​ປະ​ເທດ​ໄທ​ຍ ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 9 ພຶ​ສ​ຈິ​ກາ ວ່າ:

" ໃນ ​ຫຼັກ​ການ​ເຮົາ​ຍັງ​ຢືນ​ຢັນ​ວ່າ ຄັດ​ຄ້ານ​ຄືບໍ່​ເຫັນ​ດີ​ກັບ​ການ​ສ້າງ​ເຂື່ອນ​ກັ້ນ​ແມ່​ນ້ຳ​ຂອງ ການ​ຊື້​ໄຟ ເຮົາກໍ​ຄັດ​ຄ້ານ​ເລື່ອງ​ໄທ​ຍ ໄປ​ຊື້​ໄຟກໍ​ເປັນ​ສວນ​ນຶ່ງ ກະ​ຄື ມັນ​ສ້າ​ງ​ພາ​ລະ ແລ້ວ​ປະ​ເທດ​ໄທ​ຍ ກໍ​ມີ​ຣະ​ບົບ​ໄຟ​ສຳ​ຮອງ​ທີ່​ຫຼາຍ​ເກີນ ເພາະ​ສະ​ນັ້ນ ແຕ່​ລະ​ຈຸດ ເຮົາ​ກໍ​ຈະ​ຕ້ອງ​ເຮັດ​ການ​ໂຕ້​ແຍ້ງ​ໄປ."

ອົງ​ກອນ​ພາກ​ປະ​ຊາ​ສັງ​ຄົມ​ໄທ​ຍ ໄດ້​ອອກ​ຖ​ແລງ​ການ ຕ້ານ​ການກໍ່​ສ້າງ​ເຂື່ອນ​ໃນ ​ວັນ​ທີ 8 ພຶ​ສ​ຈິ​ກາ ຊຶ່ງ​ມີ​ເນື້ອ​ໃນ​ວ່າ:

  1. ການ​ຊື້​ໄຟ​ຟ້າ​ຈາກ​ໂຄງ​ການ​ເຂື່ອນ​ແມ່​ນ້ຳ​ຂອງ 2 ແຫ່ງ ຄື ເຂື່ອນ​ປາກ​ແບງ ທີ່ກໍ່​ສ້າງ ຫ່າງ​ຈາກ​ຊາຍ​ແດນ​ໄທ​ຍ 80 ກິ​ໂລ​ແມັດ ແລະ ເຂື່ອນ​ປາກ​ລາຍ ທີ່​ຫ່າງ​ຈາກ​ຊາຍ​ແດນ​ໄທ​ຍ 60 ກິ​ໂລ​ແມັດ ໂດຍ ເຂື່ອນ​ທັງ​ສອງ ຈະ​ຍິ່ງ​ສ້າງ​ຜົ​ລ​ກະ​ທົບ​ຮຸນ​ແຮງ ແລະຊ້ຳ​ເຕີມ​ຕໍ່​ສະ​ພາບ ຣະ​ບົບ​ນິ​ເວດ ​ແມ່​ນ້ຳ​ຂອງ ແລະ ວິ​ຖີ​ຊີ​ວິດ​ຂອງ​ປະ​ຊາ​ຊົນແຄມ​ນ້ຳ​ຂອງ ​ໃຫ້​ຮຸນ​ແຮງ​ຂຶ້ນ. ປັດ​ຈຸ​ບັນ ຊາວ​ບ້ານ​ແຄມ​ນ້ຳ​ຂອງ ປະ​ເຊີນ​ກັບ​ບັນ​ຫາ​ຈາກ​ເຂື່ອນ​ຢູ່​ແລ້ວ ທັງ​ການ​ຂຶ້ນ​ລົງ​ຂອງ​ລະ​ດັບ​ນ້ຳ ທີບໍ່​ປົກ​ຕິ ຜິດ​ຣະ​ດູ​ການ ການ​ຫຼຸດ​ລົງ​ ​ການ​ຂາດ​ແຄນ​ນ້ຳ​ໃນ​ໄລ​ຍະ​ຣະ​ດູ​ແລ້ງ. ​
  2. ການ​​ເລັ່ງໃຫ້​ມີ​ການ​ຊື້​ໄຟ​ຟ້າ ​ຈາກ​ໂຄງ​ການ​ເຂື່ອນ​ແມ່​ນ້ຳ​ຂອງ 2 ແຫ່ງ ແລະ ເຂື່ອນ​ນ້ຳ​ງື່ມ 3 ຫັ້ນ ​ມີ​ຂໍ້​ສັງ​ເກດ​ວ່າ ເປັນ​ການ​ຕັດ​ສິ​ນ​ໃຈ​ແບບ​ຮີບດ່ວນ ຂາດ​ຄວາມ​ໂປ່ງ​ໃສ ແລະບໍ່​ມີ​ຄວາມ​ຊອບ​ທັມ. ແຜນ​ດັ່ງ​ກາວ ​ສວນ​ທາງ​ກັບ​ສະ​ຖາ​ນະ​ການ​ພ​ລັງ​ງ​ງານ ​ຂອງ​ປະ​ເທ​ດ​ໄທ​ຍ ທີ່​ມີ​ໄຟ​ຟ້າ​ສຳ​ຮອງ ຫຼາຍກວ່າ 50 ເປີ​ເຊັນ ແລະຄ່າ​ໄຟ​ຟ້າ​ທີ່​ແພງ​ຂຶ້ນ ຊຶ່ງ​ກາຍ​ເປັນ​ພາ​ລະ​ ຂອງ​ຜູ້​ບໍ​ຣິ​ໂພ​ກ ໃນ​ປັດ​ຈຸ​ບັນ ແລະ ນຳ​ມາ​ສູ່​ຄຳ​ຖາມ​ທີ່​ວ່າ ແມ່ນ​ ຫຼືບໍ່​ວ່າ ແຜນ​ການ​ຮັບ​ຊື້​ໄຟ​ຟ້າ​ເທື່ອນີ້ ເກີດ​ຈາກ​ແຮງ​ຜັກ​ດັນ​ຂອງ​ບໍ​ຣິ​ສັດ​ ຂ​ນາດ​ໃຫ​ຍ່ໃນ​ໄທ​ຍ ຊຶ່ງ​ມີ​ເປົ້າ​ໝາຍ ​ການ​ລົ​ງ​ທຶນ ໃນ​ໂຄງ​ການ​ສ້າງ​ເຂື່ອນ​ຢູ່​ແລ້ວ.
  3. ປະ​ສົບ​ການ​ທີ່​ຜ່ານ​ມາ​ເຫັນ​ວ່າ ເຂື່ອນ​ໄຟ​ຟ້າ ບໍ່​ແມ່ນ​ທາງ​ອອກສຳ​ລັບ​ການ​ປ່ຽນ​ຜ່ານ ພ​ລັງ​ງານ​ຂອງ​ປະ​ເທດ​ໄທ​ຍ ແລະຂົງ​ເຂດເຂື່ອນ​ມີ​ຕົ້ນ​ທຶນ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ຄວາມ​ຫຼາກ​ຫຼາຍ​ທາງ​ຊີ​ວະ​ພາບ ແລະວິ​ຖີ​ຊີ​ວິດ ຂອງ​ຊຸມ​ຊົນ ປະ​ຊາ​ຊົນ​ທີ່​ເພິ່ງ​ພາ​ແມ່​ນ້ຳ​ຂອງ ຄືຜູ້​ແບກ​ຫາບ​ພາ​ລະຜົ​ລ​ກະ​ທົບ ທາງ​ດ້ານ​ສິ່ງ​ແວດ​ລ້ອ​ມ ແລະສັງ​ຄົມ.

ຕົວ​ແທນ​ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ​ເຫັນ​ວ່າ ປັດ​ຈຸ​ບັນ​ນີ້ ມັນ​ເກີດວິ​ກິດ​ການ​ນ້ຳ ​ໃນ​ແມ່​ນ້ຳ​ຂອງຍ້ອນ​ການ​ສ້າງ​ເຂື່ອນ. ທ່ານ ນິ​ວັດ ຣ້ອຍ​ແກ້ວ ປະ​ທານ​ກຸ່ມ​ຮັກ​ຊຽງ​ຂອງ ອົງ​ກອນ​ພາກ​ປະ​ຊາ​ສັງ​ຄົມ​ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

"ຜູ້​ກ່ຽວ​ຂ້ອງ ໃນ​ເລື່ອງ​ຂອງ​ພ​ລັງ​ງານ​ໃນ​ປະ​ເທດໄທ​ຍນີ້ ກັບ​ເລື່ອງ​ຂອງ​ເຂື່ອນນີ້ ລວມ​ເຖິງຣັ​ຖ​ບານ​ໄທ​ຍ​ນຳ ກະ​ຍັງ​ບໍ່​ໄດ້​ເຫັນ​ເຖິງ​ບັນ​ຫາ​ຂອງ​ເຂື່ອນ ເຫັນ​ເຖິງ​ບັນ​ຫາ​ຂອງ​ແມ່​ນ້ຳ​ຂອງ ທີ່​ເກີດ​ຂຶ້ນຈາກ​ເຂື່ອນ ວ່າ ດຽວນີ້ ວິ​ກິດ​ແລ້ວ ຊຶ່ງ​ພີ່​ນ້ອງ​ປະ​ຊາ​ຊົນກະ​ຮຽກ​ຮ້ອງ​ມາ​ຕ​ລອດ ແລ້ວ​ທຸກ​ຢ່າງ​ກໍ​ເປັນ​ທີ່​ກະ​ຈ່າງ​ແຈ້ງ."
ມັນ​ເປັ​ນ​ເລື່ອງ​ທີ່​ຍາກ ​ສຳ​ລັບ​ນັກ​ວິ​ຊາ​ການ​ລາວ ຢູ່​ພາຍ​ໃນ​ປະ​ເທດ ທີ່​ຈະ​ສະ​ແດງ​ຄຳ​ຄິດ​ເຫັນ​ ຕ້ານ​ກັບ​ການ​ສ້າງ​ເຂື່ອນ ເພາະ​ຣັ​ຖ​ບານ​ລາວ​ເຫັນ​ວ່າ ການ​ສ້າງ​ເຂື່ອນ​ເປັນ​ບູ​ລິ​ມະ​ສິດ. ເຈົ້າ​ໜ້າ​ທີ່​ດ້ານ​ສິ່ງ​ແວດ​ລ້ອມ ແລະສັງ​ຄົ​ມ ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດ ໄດ້​ກາວ​ຕໍ່​ວິທຍຸເອ​ເຊັຍ​ເສ​ຣີ ໃນ​ວັນ​ທີ 9 ພຶ​ສ​ຈິ​ກາ ວ່າ:

“ຜົ​ລ​ກະ​ທົບ​ຕາ​ມມາ​ຫັ້ນ ມັນ​ມີ​ຫຼາຍ​ຢູ່​ແລ້ວ ສິ່ງ​ແວດ​ລ້ອມ​ເກີດ​ຂຶ້ນແລ້ວເຈົ້າ​ຕ້ອງ ຈັດ​ການ​ແນວ​ໃດ ເຮັດ​ຈັ່ງ​ໃດ​ຫັ້ນ ອັນ​ປະ​ຊາ​ຊົນ​ບໍ່ ຫຼື​ວ່າ ຜູ້​ເຂື່ອນ​ໄຫວ​ການ​ສ້າງ​ເຂື່ອນ​ຫັ້ນ​ນ່າ ວ່າຕ້ອງ​ສຶກ​ສາ​ແລ້ວ ເປັນ​ຈັ່ງ​ໃດ ອີ່​ຫ​ຍັງຫັ້ນ​ນ່າ ເຮົາ​ຊິ​ຂັດເ​ຂົາ​ເຈົ້າ​ຫັ້ນມັນ​ກໍ​ຍາກ.”

ທ່ານ​ ກ່າວ​ຕື່ມ​ວ່າ ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ໃນ​ລາວ ບໍ່​ວ່າ​ຈະ​ເປັນ​ເຂື່ອນ​ນ້ຳ​ຂອງ ແລະເຂື່ອນ​ຕາມ​ແມ່​ນ້ຳ​ສາ​ຂາກໍ​ຕາມ ຣັ​ຖ​ບານຈະ​ໃຫ້​ຄວາມ​ສຳ​ຄັນ ຫຼາຍ​ກວ່າ​ຜົ​ລ​ກະ​ທົບ​ ທາງ​ດ້ານ​ສິ່ງ​ແວດ​ລ້ອມ ແລະສັງ​ຄົມ. ໄລ​ຍະ​ທີ່​ຜ່ານ​ມາ​ ຣັ​ຖ​ບານ​ລາວ ພ​ຍາ​ຍາມທີ່​ສຸດທີ່​ຈະ​ຜັກ​ດັນ​ໃຫ້​ປະ​ເທດ​ໄທ​ຍຮັບ​ຊື້​ໄຟ​ຟ້າ ​ຈາກ​ປະ​ເທດ​ລາວ ທີ່​ຜະ​ລິດ​ຈາກ​ເຂື່ອນ​ແມ່​ນ້ຳ​ຂອງ ແລະແມ່​ນ້ຳ​ສາ​ຂາ. ເຈົ້າ​ໜ້າ​ທີ່​ກະ​ຊວງ​ພ​ລັງ​ງານ ແລະບໍ່​ແຮ່ ​ກ່າວ​ວ່າ:

“ເຂື່ອນ​ນ້ຳ​ຂອງ​ຫັ້ນ​ຂະ​ເຈົ້າ​ມີ​ແຜນ​ສ້າງ​ຮຽບ​ຮ້ອຍ​ແລ້ວ ແລ້ວ​ຣັ​ຖ​ມົນ​ຕ​ຣີເພິ່ນ​ປະ​ຊຸມ​ກັນ​ເນາະ ຜັກ​ດັນ​ຈະ​ຂາຍ​ໃຫ້​ໄທ​ຍໃຫ້​ໝົດ ຫັ້ນ​ນ່າ ຂອງ​ຫລວງ​ພ​ຣະ​ບາງ ກະ​ຜົ​ລ​ກະ​ທົບ​ເລື່ອງ​ມໍ​ລະ​ດົກ​ໂລກ ກະ​ທາງນີ້​ຍັງ​ແກ້​ໄຂ​ກັນ​ຢູ່.”

ຄ​ະນະ​ກັມ​ການ ນ​ະ​ໂຍ​ບາຍພ​ລັງ​ງານ​ແຫງ​ຊາດ ປະ​ເທດ​ໄທ​ຍ ເຫັນ​ດີ​ຊື້​ໄຟ​ຟ້າ​ຈາກ​ໂຄງ​ການ​ເຂື່ອນ 3 ແຫ່ງ ຄື: ໂຄງ​ການ​ເຂື່ອ​ນ້ຳ​ງື່ມ 3, ໄທ​ຍ​ຈະ​ຮັບ​ຊື້​ໃນ​ລາ​ຄາ​ເກືອບ 2.9 ບາດ ຕໍ່ຫົວ​ໜ່ວຍ. ໂຄງ​ການ​ເຂື່ອນ​ປາກ​ແບງ, ໄທ​ຍ​ຈະ​ຮັບ​ຊື້​ໃນ​ລາ​ຄາເກືອບ 2.8 ບາດ ຕໍ່​ຫົວໜ່ວຍ. ໂຄງ​ການ​ເຂື່ອນ​ປາກ​ລາຍ, ໄທ​ຍ​ຈະ​ຮັບ​ຊື້​ໃນ​ລາ​ຄາເກືອບ 3 ບາດ ຕໍ່ຫົວໜ່ວຍ.

ອັດ​ຕ​ຣາການ​ຮັບ​ຊື້​ໄຟ​ຟ້າ​ ຈະ​ຄົງ​ລາ​ຄາ​ຕ​ລອດ​ສັນ​ຍາ ແລະປັດ​ຈຸ​ບັນ ການ​ໄຟ​ຟ້າ​ຝ່າຍ​ຜ​ລິດ​ແຫ່ງປະ​ເທດ​ໄທ​ຍ ຫຼື Electricity Generating Authority of Thailand (EGAT) ເປັນ​ຜູ້​ຮັບ​ຜິດ​ຊອບລົງ​ນາມ ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ການ​ຊື້​ຂາຍ​ໄຟ​ຟ້າ ຫຼື Tariff Memorandum Of Understanding (MOU) ​ຈາກ​ເຂື່ອນ​ໄຟ​ຟ້າ​ທັງ 3 ແຫ່ງ ແລະການ​ຮັບ​ຊື້​ໄຟ​ຟ້າ ຈາກ​ 9,000 ເມ​ກາ​ວັດ ມາ​ເປັນ 10,500 ເມ​ກາ​ວັດ.