ອົງການໃນໄທຕໍ່ຕ້ານເຂື່ອນ ດອນ ສະໂຮງ

ຊາວບ້ານໃນເຂດດອນສະໂຮງ ກໍາລັງປະຕີບັດ ພາຣະກິຈ ປະຈໍາວັນ
ຊາວບ້ານໃນເຂດດອນສະໂຮງ ກໍາລັງປະຕີບັດ ພາຣະກິຈ ປະຈໍາວັນ (RFA)

0:00 / 0:00

ໃນວັນທີ 18 ພຶສຈິກາ 2013 ທີ່ບາງກອກປະເທສໄທ ເຄື່ອຂ່າຍອົງການປົກປ້ອງ ສິ່ງແວດລ້ອມ ແລະພາກປະຊາຊົນໄທຮວມທັງໝົດ 103 ກຸ່ມ ໄດ້ຈັດການຖແລງຂ່າວແລະຍື່ນໜັງສືຕໍ່ຣັຖບາລໄທ ໃນຖານະ ສະມາຊິກກໍາມາທິການແມ່ນໍ້າຂອງ ເພື່ອໃຫ້ຍັບຍັ້ງ ໂຄງການສ້າງເຂື່ອນ ດອນສະໂຮງ ຢູ່ປະເທສລາວ ຍ້ອນເຊື່ອວ່າ ເຂື່ອນແຫ່ງນີ້ ຈະສ້າງຜົລກະທົບຕໍ່ທັມຊາດ ແລະ ຄວາມໝັ້ນຄົງຂອງອາຫານສໍາລັບຫລາຍ ປະ ເທດລຸ່ມແມ່ນໍ້າຂອງ. ທ່ານ ມົນຕີ ຈັນທະວົງ ຈາກໂຄງການຟື້ນຟູນິເວດໃນເຂດແມ່ນໍ້າຂອງ(TERRA)ຊຶ່ງເປັນຕົວແທນເຄືອຂ່າຍເວົ້າວ່າ:

`ທ່ານວ່າ ເຂື່ອນດອນສະໂຮງ ຕັ້ງຢູ່ໃນແມ່ນໍ້າຂອງ ຊຶ່ງເປັນແມ່ນໍ້າສາຍຫລັກຜ່ານ ຫລາຍປະເທສ ດັ່ງນັ້ນຈຶ່ງຢາກໃຫ້ ທາງການໄທຮຽກຮ້ອງ ຕໍ່ ກໍາມາທິການແມ່ນໍ້າຂອງ ຫຼື MRC ເພື່ອໃຫ້ມີການປຶກສາຫາລືກັນຕື່ມ ກ່ອນຈະສ້າງຕາມຂໍ້ຕົກລົງແມ່ນໍ້າຂອງປີ 1995 ບໍ່ແມ່ນພຽງແຕ່ ຈະແຈ້ງໃຫ້ຮູ້".

ເຄືອຂ່າຍໄດ້ສເນີ 2 ເຫດຜົລໃຫຍ່ທີ່ເຮັດໃຫ້ມີການຄັດຄ້ານ ແລະຢາກໃຫ້ມີການກວດສອບຄື: 1.ຜົລກະທົບຈາກເຂື່ອນນີ້ຈະມີຫລາຍ ຂະນະ ທີ່ປະໂຍຊນ໌ທີ່ຈະໄດ້ຮັບມີໜ້ອຍຈະຜລິດໄຟຟ້າໄດ້ພຽງ 260 MW. ແຕ່ເຂື່ອນນີ້ຈະຕັນທາງປາຂຶ້ນລ່ອງ ຮວມທັງການໄປວາງໄຂ່ ໃນແມ່ນໍ້າ ຂອງຈະສ້າງຄວາມເສັຍຫາຍຕໍ່ການຂຍາຍພັນປາຢ່າງຫລວງຫລາຍແລະ 2.ມີການບິດເບືອນແລະລະເມີດຂໍ້ຕົກລົງແມ່ນໍ້າຂອງປີ 1995.

ດ້ວຍເຫດຜົລດັ່ງກ່າວ ເຄືອຂ່າຍອົງການປົກປ້ອງສິ່ງແວດລ້ອມ ແລະພາກປະຊາຊົນໄທຈໍານວນ 103 ກຸ່ມທີ່ວ່າມານັ້ນ ຈຶ່ງໄດ້ຍື່ນໜັງສືຕໍ່ກະ ຊວງຊັພຍາກອນທັມຊາດແລະສິ່ງແວດລ້ອມຂອງໄທ ເພື່ອໃຫ້ຣັຖບາລໄທ ຍັບຍັ້ງ ບໍ່ໃຫ້ ສປປລາວ ສ້າງເຂື່ອນນັ້ນ.