ອົງການຈັດຕັ້ງຂອງໄທ ວິຕົກ ເຣື້ອງເຂື່ອນ ປາກແບງ
2017.05.21

ອົງການຈັດຕັ້ງ ທາງສັງຄົມຂອງໄທ ກັງວົນນໍາເຣື່ອງ ຜົລກະທົບ ຊຶ່ງມີຮວມທັງ ຜົລກະທົບ ຂ້າມຊາຍແດນ ທີ່ອາດຈະເກີດ ຈາກເຂື່ອນ ປາກແບງ ຂອງລາວ ແລະໄດ້ສເນີຕໍ່ ຣັຖບານໄທ ແລະ ຄນະກັມມາທິການ ແມ່ນໍ້າຂອງ ຂອງໄທ ໃນມື້ວັນທີ 18 ພຶສພາ ນີ້ ທີ່ເມືອງ ວຽງແກ່ນ ແຂວງຊຽງຮາຍ ໃຫ້ຫາພາກສ່ວນ ຮັບຜິດຊອບຮ່ວມ ໃນເຣື່ອງທີ່ອາດ ເປັນໄປໄດ້ນັ້ນ.
ໃນເວລາທີ່ກົມຊັພຍາກອນນໍ້າ ຂອງໄທ ໄດ້ຊີ້ແຈງ ບົດສລຸບ ກອງປະຊຸມ ຂະບວນການ ປຶກສາຫາຣື ໂຄງການເຂື່ອນ ປາກແບງ ຢູ່ກອງ ປະຊຸມ ທີ່ ນະຄອນຫລວງ ວຽງຈັນ ເມື່ອວັນທີ 5 ພຶສພາ ນີ້ ກ່ຽວກັບເຣື່ອງ ເທັກໂນໂລຊີ ແລະຜົລກະທົບ ຈາກເຂື່ອນ ປາກແບງ ພ້ອມ ທັງຮັບ ຄວາມເຫັນ ຂອງພາກ ປະຊາສັງຄົມໄທ ຕື່ມ, ດັ່ງຕົວແທນ ກຸ່ມຮັກຊຽງຂອງ ໄດ້ກ່າວຕໍ່ RFA ຕອນນຶ່ງວ່າ:
"ທ່ານເວົ້າວ່າຊາວບ້ານ ກໍຢາກໃຫ້ມີພາກສ່ວນ ຮັບຜິດຊອບ ໃນເຣື່ອງນີ້. ທີ່ຜ່ານມາ ບໍ່ມີໜ່ວຍງານໃດ ຫລືປະເທດໃດ ທີ່ໄປເຮັດເຣື່ອງ ຂອງເຂື່ອນ ໃນປະເທດ ເພື່ອນບ້ານ ຊຶ່ງນອກຈາກ ເຣື່ອງເຂດ ຊາຍແດນແລ້ວ ຍັງມີຜົລກະທົບ ຂ້າມແດນ ເກີດຂຶ້ນອີກ ໂດຍທີ່ບໍ່ມີຜູ້ໃດ ອອກມາ ຮັບຜິດຊອບ".
ທ່ານກ່າວອີກວ່າ ຜົລກະທົບ ຈາກເຂື່ອນປາກແບງ ທີ່ອາດຈະເກີດຂຶ້ນນັ້ນ ບໍ່ສາມາດປະເມີນມູລຄ່າ ຄວາມເສັຽຫາຍ ໄດ້ ເພາະ ປະຊາຊົນ ທີ່ຢູ່ເຂດລຸ່ມ ແມ່ນໍ້າຂອງ ທັງໝົດ ຈະໄດ້ຮັບ ຜົລກະທົບ ທາງດ້ານ ຣະບົບນິເວດ ທີ່ປ່ຽນໄປ ການໄຫລ ຂອງນໍ້າ ທີ່ຈະ ບໍ່ເປັນປົກກະຕິ ຄືເກົ່າ.
ເວົ້າສະເພາະ ໄທເອງ ປະຊາຊົນ ທີ່ຢູ່ລຽບແມ່ນໍ້າຂອງ ແຂວງຊຽງຮາຍ ກໍຈະໄດ້ຮັບ ຜົລກະທົບ. ຮອງອະທິບໍດີ ກົມຊັພຍາກອນນໍ້າ ຂອງ ໄທ ທ່ານ ພາດອນ ຖາວອນຊະຣັຕ ເວົ້າວ່າ ທາງໄທ ຈະນໍາຂໍ້ສເນີ ຂອງປະຊາຊົນ ເຣື່ອງຜົລກະທົບ ຕໍ່ໄທ ຈາກເຂື່ອນ ປາກແບງ ສເນີຕໍ່ ກອງປະຊຸມ ຮ່ວມ ຄນະກັມມາທິການ ແມ່ນໍ້າຂອງ ທີ່ຈະຈັດຂຶ້ນ ໃນວັນທີ 19 ມີຖຸນາ 2017 ນີ້.