ສອງສັປດາຜ່ານມາ ພະຍຸໂນອືນ ເຄື່ອນເຂົ້າແຂວງເຊກອງ ສ້າງຄວາມເສັຽຫາຍ ໃຫ້ກັບເມືອງກາລືມ ຢ່າງໜັກໜ່ວງເຮືອນຊານບ້ານຊ່ອງ ຂອງປະຊາຊົນ, ເຄື່ອງປູກຂອງຝັງສັດລ້ຽງ, ໂຄງຮ່າງ ພື້ນຖານທັງ ຖນົນ ຫົນທາງ ໄຟຟ້າ ນໍ້າປະປາ ໂຮງໝໍເປ່ເພເສັຍຫາຍ ແລະມີຄົນ ຫາຍສາບສູນ. ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ປ້ອງກັນ ແລະ ຄວບຄຸມ ພັຍພິບັດ ໄດ້ກ່າວຣາຍງານ ຕໍ່ສື່ມວນຊົນເມື່ອສັປດາ ຜ່ານມາ ກ່ຽວກັບ ແຜນການຊ່ອຍເຫຼືອ ປະຊາຊົນທີ່ໄດ້ຮັບຜົລກະທົບ.
"ທາງຄະນະໄດ້ສົ່ງເຂົ້າໂດຍມີສາມບ້ານຄື ບ້ານໂກຣ, ບ້ານເຊັບ ແລະ ບ້ານກຣອງ. ອັນນີ້ແມ່ນໄດ້ສົ່ງເຂົ້າສານ ໄປຢ້ານວ່າມີຜົລກະທົບຕໍ່ ເສັ້ນທາງຫັ້ນແຫຼະ."
ໃນນີ້ມີຂົວຖືກຫັກເປ່ເພ ເສັຍຫາຍຫຼາຍບໍ່ສາມາດໄປມາໄດ້ ແລະ ກໍມີການກະທົບ ຕໍ່ສັງຄົມ. ເຫດການພະຍຸໂນອືນ ພັດເຂົ້າຖະລົ່ມ ເມືອງ ກະລືມ ແຂວງເຊກອງ ໃນສອງສັປດາ ທີ່ຜ່ານມານັ້ນ ທ່ານ ວັນໄຊ ຈັນທະຍັບ ຮອງປະທານ ຄະນະກັມມະການປ້ອງກັນ ແລະ ຄວບຄຸມ ພັຍພິບັດ ຂັ້ນເມືອງ ໄດ້ຣາຍງານເມື່ອວັນທີ 08 ຕຸລາ 20 ວ່າ:
"ຜ່ານການລົງເກັບຂໍ້ມູນໂຕຈີງ ຜົລເສັຽຫາຍຈາກພະຍຸ ໂນອຶນ ໃນໄລຍະທີ 2 ນັ້ນພົບວ່າມີ 15 ບ້ານ ທີ່ໄດ້ຮັບຜົລກະທົບຢ່າງໜັກ ໃນນີ້ມີ 563 ຄອບຄົວມູນຄ່າ ເສັຍຫາຍຮວມທັງໝົດ ນັ້ນ 3 ຕື້ປາຍກີບ."
ໃນນີ້ບົດຣາຍງານໄດ້ສລຸບວ່າມີທັງຂແນງການກະສິກັມ ຂແນງການສາທາຣະນະສຸກ ພື້ນຖານໂຄງຮ່າງຂອງເມືອງກະລືມ ດັ່ງເສົາໄຟຟ້າ ຫັກລົ້ມ, ຖນົນຖືກດິນເຈື່ອນທັບ, ຂົວຂາດ, ໂຮງໝໍໃນເມືອງ ເສັຽຫາຍບາງສ່ວນ ແລະຫ້ອງການຂອງພາກຣັຖ ກໍເສັຍຫາຍໜັກເນື່ອງຈາກ ຖືກພະຍຸພັດເຮັດໃຫ້ເພພັງ.
ນອກຈາກນີ້ຍັງພົບວ່າ ມີຜູ້ຫາຍສາບສູນ ຈຳນວນ 4 ຄົນ ຕາມການໃຫ້ຂໍ້ມູນຂອງເຈົ້າ ໜ້າທີ່ ຜູ້ຫາຍສາບສູນທັງ 4 ຄົນແມ່ນຖືກແມ່ນໍ້າເຊ ກອງໄຫຼຊຸທັ່ງ ຫາຍສາບສູນໃນນີ້ມີ ຜູ້ໃຫຍ່ສາມຄົນ ແລະ ເດັກນ້ອຍ 1 ຄົນ.