ແຂວງພາກໃຕ້ເຝົ້າລະວັງ ພະຍຸ ໂມລາເວ

ອຸ່ນແກ້ວ ສຸກສະຫວັນ
2020.10.29
F-Napaie ພະຍຸໂມລາເວ ເຄື່ອນພັດເຂົ້າເຂດ ບ້ານນາແປ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນວັນທີ 29 ຕຸລາ 2020. ຫ້ອງການຖແລງຂ່າວ ແລະ ວັທນະທັມເມືອງ ຣາຍງານວ່າ ເສັ້ນທາງຣະຫວ່າງ ທົ່ງນາແປ ຫາ ດ່ານສາກົລນໍ້າພາວ ຖືກນໍ້າຖ້ວມ, ດິນເຈື່ອນບາງຈຸດ ເສັ້ນທາງນີ້ ທຽວບໍ່ໄດ້.
ນັກຂ່າວພົລເມືອງ

ປະຊາຊາຊົນ ຢູ່ແຂວງພາກໃຕ້ ເຊັ່ນ ແຂວງຈຳປາສັກ, ສາລະວັນ ແລະ ເຊກອງ ກຽມຕົວຮັບມືກັບ ພະຍຸ ໂມລາເວ ທີ່ພັດມາຈາກປະເທດ ວຽດນາມ ຊຶ່ງຈະກໍ່ໃຫ້ເກີດ ນ້ຳຖ້ວມໄຫຼຊຸ ແລະ ດິນເຈື່ອນ. ຊາວບ້ານ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ຕຸລາ ວ່າ:

"ໄດ້ຮັບຊາບແລ້ວ ໄດ້ຮັບແຈ້ງແລ້ວ ຜ່ານມາກະບໍ່ຮຸນແຮງ ຕອນເຊົ້າຝົນຕົກ ປັດຈຸບັນ ຟ້າຄຶ້ມຢູ່ ແຕ່ວ່າຝົນຕົກໜ້ອຍນຶ່ງ ບາງໆ ກະຕຽມ ເຄື່ອນຍ້າຍສັດເນາະ ຂຶ້ນໄປໄວ້ບ່ອນທີ່ສູງ."

ໃນຂນະທີ່ ຊາວບ້ານ ຢູ່ແຂວງສາລະວັນ ເວົ້າວ່າ ປັດຈຸບັນ ຍັງເຝົ້າລະວັງກັນຢູ່ ຍ້ອນນ້ຳຂອງກໍຂຶ້ນມາໜ້ອຍນຶ່ງ ແລະ ໄດ້ເກັບເຄື່ອງຂອງ ແລະ ສັດລ້ຽງ ໄວ້ບ່ອນສູງແລ້ວ:

"ເບົາບາງແລ້ວ ບໍ່ໜັກ ຕິດຕາມເບິ່ງນ້ຳເດ້ ຫາກຕົກອີກໝົດມື້ ມີ້ນີ້ກະຂຶ້ນສູງ ຕຽມກໍຈະເປັນອຸປສັກ ເຮົາໃຊ້ຈຳເປັນນີ້ແລ້ວ ສັດລ້ຽງສ່ວນຫຼາຍ ຢູ່ໄຮ່ ຢູ່ນາ ຢູ່ແຖວໂພນ ແຖວພູພຸ້ນແລ້ວ ຄັນມັນຂຶ້ນຈຶ່ງຍ້າຍ ບາດດຽວ."

ຊາວບ້ານແຂວງເຊກອງ ໄດ້ກ່າວໃນວັນທີ 28 ຕຸລາ ວ່າສິ່ງທີ່ໜ້າເປັນຫ່ວງກໍຄື ເຂື່ອນຢູ່ວຽດນາມ ຈະປ່ອຍນ້ຳລົງມາ ແລະຈະເຮັດໃຫ້ ປະຊາຊົນ ຢູ່ເມືອງດາກຈຶງ ແລະ ເມືອງກະລຶມ ໄດ້ຮັບຜົນກະທົບ:

"ແຮງແລ້ວມື້ວານ ທັງລົມ ທັງຝົນ ແຕ່ມື້ນີ້ບໍ່ທັນມີ ມັນເປັນແບບບົດໆ ແຂວງເຮົາ ກໍສ່ຽງຄືກັນ ເວລາເຂົາປ່ອຍເຂື່ອນ ມາແຕ່ເທິງ ແຖວ [ເມືອງ] ກະລຶມ ດາກຈຶງນີ້.".

ເຈົ້າໜ້າທີ່ຕ້ານພັຍພິບັດ ແຂວງຈຳປາສັກ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ ໄດ້ມີການແຈ້ງເຕືອນໃຫ້ປະຊາຊົນ ທີ່ຢູ່ພື້ນທີ່ສ່ຽງ ໃຫ້ເຝົ້າລະວັງ:

"ສົມມຸດວ່າຫາກກໍຣະນີສຸກເສີນ ຫາກບ່ອນມັນອັນຕະລາຍ ພວກເຮົາກະຕະລຸມບອນ ຢູ່ແລ້ວອາສາສະໝັກປະຈຳ 24 ຊົ່ວໂມງ ແຕ່ວ່າເຮືອ ກະມີ ແຕ່ພວກເຮົາກະຄິດວ່າ ມັນຊິອາດຈະບໍ່ພໍ້ບາດນຶ່ງບາດດຽວໄດ້."

ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ແຂວງເຊກອງ ໄດ້ກ່າວວ່າ ປະຊາຊົນຢູ່ເຂດເມືອງກະລຶມ ແລະ ເມືອງດາກຈຶງ ຢ້ານວ່າ ນ້ຳຈະຖ້ວມໄຮ່ ຖ້ວມນາເຂົາເຈົ້າ:

"ຄັນມັນຖ້ວມ ມັນຖ້ວມຫ້ວຍໜອງ ນ້ຳມາກ ນ້ຳເຕັມເຮືອນ ເຂົາເຈົ້າມັນກະຢູ່ເທິງພູ ເຜົ່າເຮົາເຂົາເຈົ້າສ່ວນໃຫຍ່ ເຮືອນເຂົາເຈົ້າກະຢູ່ເຂດ ສູງໝົດ ຢ້ານສຸດ ກະຢ້ານແຕ່ນ້ຳຊຸຫັ້ນ ແບບດິນເຈື່ອນ ເຂົ້າໄຮ່ ເຂົ້າຫຍັງ ມັນມາຖ້ວມເຂົ້າໄຮ່ ເຂົ້ານາ ເຂົາຊື່ໆດອກ."

ກົມອຸຕຸນິຍົມ ແລະ ອຸທຸກກະສາດ ໄດ້ແຈ້ງເຕືອນປະຊາຊົນ ຢູ່ ແຂວງບໍລິຄຳໄຊ, ຄຳມ່ວນ, ສວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ໃຫ້ລະວັງພະຍຸ ໂມລາເວ ທີ່ຈະພັດເຂົ້າປະເທດລາວ ແຕ່ວັນທີ 28-29 ຕຸລາ ແລະ ໃຫ້ປະຊາຊົນເກັບເຄື່ອງ ແລະ ສັດລ້ຽງ ໄປໄວ້ບ່ອນສູງ. ພະຍຸດັ່ງກ່າວຈະເຮັດໃຫ້ເກີດຝົນຕົກໜັກ ແລະ ຈະເຮັດໃຫ້ລະດັບ ນ້ຳສາຂາສູງຂຶ້ນ ແລະ ຈະເຮັດໃຫ້ເກີດນ້ຳຖ້ວມໄຫຼຊຸ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.