ປະເທດລາວເໜືອ-ໃຕ້ ເສັຽຫາຍ ໜັກ ຍ້ອນພະຍຸ

ພະຍຸພັດເຂົ້າ ແຂວງເຊກອງ ເຂດບ້ານໂພນໄຊ ເມືອງລະມາມ ເຮັດໃຫ້ ເສົາໄຟຟ້າ ຫັກເສັຽຫາຍ ມູລຄ່າ 400 ລ້ານກີບ
ພະຍຸພັດເຂົ້າ ແຂວງເຊກອງ ເຂດບ້ານໂພນໄຊ ເມືອງລະມາມ ເຮັດໃຫ້ ເສົາໄຟຟ້າ ຫັກເສັຽຫາຍ ມູລຄ່າ 400 ລ້ານກີບ (ນັກຂ່າວພົລເມືອງ)

0:00 / 0:00

ລາວ ປະເຊີນກັບຜົລເສັຽຫາຍຈາກພະຍຸ ເມື່ອເດືອນມິນາ ຫາ ເດືອນເມສາ ທີ່ຜ່ານມາ ພະຍຸພັດເຂົ້າທາງພາກເໜືອແລະພາກໃຕ້ ຂອງລາວສ້າງຜົລເສັຽຫາຍຢ່າງໜັກ. ດັ່ງ ແຂວງຊຽງຂວາງ ເມື່ອວັນທີ 02 ເມສາ ຜ່ານມາ ພະຍຸພັດເຂົ້າເມືອງຄຳ ເຮັດໃຫ້ມີຜູ້ ເສັຽຊີວິດ 1 ຄົນ ບາດເຈັບ 2 ຄົນ. ດັ່ງ ອຳນາດການປົກຄອງ ບ້ານຖາງ ໄດ້ກ່າວຕໍ່ RFA ເມື່ອວັນທີ 05 ເມສາ ວ່າ, ປັດຈຸບັນ ກຳລັງ ປກສ ກຸ່ມບ້ານ ແລະ ທະຫານໄດ້ລົງໄປຊ່ອຍຄອບຄົວ ຜູ້ເຄາະຮ້າຍແລ້ວ.

"ປກສ ກຸ່ມເຂົາເຈົ້າກໍລົງໄປຊ່ອຍເກັບມ້ຽນໄມ້ ຫລືວ່າເຄື່ອງຂອງຫັ້ນນ່າ, ຕັດໄມ້ຕັດຕອກອອກ ທັງທະຫານແດ່ເນາະ. ເພາະວ່າບໍ່ມີ ຄວາມສາມາດບ້ານຫັ້ນ, ມື້ນີ້ຫັ້ນຖືວ່າແມ່ນປຸກຕູບ ໃຫ້ເຂົາຢູ່ກ່ອນ ມື້ວານນີ້ມ້າງເຮືອນ ບໍ່ທັນແລ້ວແຕ່ວ່າມື້ນີ້ຫັ້ນແລ້ວໆ, ອ້າຍກໍກຳ ລັງແລ່ນຢູ່ຣາຍງານ ຕໍ່ຫ້ອງການແຮງງານ ແລະ ສວັດດີການສັງຄົມ, ນຶ່ງມາກໍແມ່ນສັງກະສີເນາະ ສອງມາກໍແມ່ນໄມ້ ເປັນຊິນ່າ ຍັງບໍ່ທັນໄດ້ຕອບສນອງ ແຕ່ເກັບກໍາຂໍ້ມູນ ສົ່ງໄປໃຫ້ ເພິ່ນໝົດແລ້ວ."

ອຳນາດການປົກຄອງບ້ານຖາງ ເມືອງຄຳ ຢືນຢັນຕື່ມວ່າ ໃນມື້ພະຍຸເຂົ້າມານັ້ນ ໄດ້ເຮັດໃຫ້ຕົ້ນໄມ້ລົ້ມທັບເຮືອນ ຂອງຄອບຄົວນຶ່ງ ຢູ່ບ້ານຖາງ ເມືອງຄຳ ເຮັດໃຫ້ຜູ້ເປັນຜົວ ຊື່ ທ້າວພັດ ອາຍຸ 30 ເສັຽຊີວິດ. ສ່ວນບາດເຈັບອີກສອງຄົນ ແມ່ນ ລູກກັບເມັຽ.

ແຂວງຫົວພັນ ກໍໄດ້ຮັບຜົລເສັຽຫາຍ ຈາກພະຍຸທີ່ພັດເຂົ້າ ໃນວັນທີ 03 ເມສາ ຜ່ານມາ. ເຮັດໃຫ້ສວນຜັກ ຂອງຊາວບ້ານນາໂພນ ເມືອງຫ້ຽມ ເສັຽຫາຍມູນຄ່າ 10 ລ້ານກີບ. ດັ່ງຊາວບ້ານນາໂພນ ໄດ້ກ່າວວ່າ:

"ຜັກກາດກັບຜັກກາດຊອມ ກັບຜັກບົ່ວ ເສັຽຫາຍຫລາຍໂອ້ໂອ້ ສວນຜັກໂຕນີ້ຢາກມຸ່ນຫມົດ ທີ່ວ່າໃກ້ຈະໄດ້ຂາຍພະຍຸ ກຳລັງເຂົ້າ ມຸ່ນຫມົດເລີຍ. ກໍແມ່ນອອກ ແຕ່ເສົ່າໄປເລີຍຜັກ ກໍເສັຽໂອ້ເສັຽມຸ່ນໄປເລີຍ."

ແຂວງຈຳປາສັກ ກໍໄດ້ຮັບຄວາມເສັຽຫາຍຫນັກ ຈາກພະຍຸພັດເຂົ້າ ເມື່ອວັນທີ 04 ເມສາ ຜ່ານມາ. ຈຸດເສັຽຫາຍຫນັກ ແມ່ນບ້ານ ນໍ້າໃສເທິງ ແລະບ້ານນໍ້າໃສທ່າ ເມືອງປະທຸມພອນ ແຂວງຈຳປາສັກ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ກ່າວເຖິງການຊ່ອຍເຫລືອ ເບື້ອງຕົ້ນວ່າ.

"ແກ້ໄຂໃນເບື້ອງຕົ້ນຢຽວຢາ ປະຊາຊົນມີເຂົ້າສານ, ຫມີ່ມີເຄື່ອງນຸ່ງຮົ່ມ ເຮືອນເປ່ເພເຂົາກໍມາຢູ່ນຳ ພໍ່-ແມ່ ກ່ອນເຫລືອນຶ່ງເຂົາກໍ ພັກພາອາສັຍຂ້າງກັນກັບເຮືອນ ພໍ່-ແມ່ ປະຊາຊົນ ພີ່ນ້ອງຫັ້ນແຫຼະ ລໍຖ້າການສ້ອມແປງ."

ຕາມການຣາຍງານ ຂອງນັກຂ່າວທ້ອງຖິ່ນ ຢູ່ບ້ານນໍ້າໃສເທິງ ແລະ ບ້ານນໍ້າໃສທ່າ ເມືອງປະທຸມພອນ ມີເຮືອນຂອງປະຊາຊົນ ເສັຽຫາຍຮວມ 18 ຫລັງສ່ວນຫລາຍແມ່ນ ເຮືອນ ຖາວອນ. ຄວາມເສັຽຫາຍຄາດວ່າ 60% ຂຶ້ນໄປ. ເບື້ອງຕົ້ນເຈົ້າໜ້າທີ່ທ້ອງຖິ່ນ ໄດ້ນຳນໍ້າສະອາດ, ເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນມູລຄ່າ 50 ລ້ານກີບໄປມອບ ເພື່ອບັນເທົາທຸກ ໃຫ້ກັບປະຊາຊົນສອງບ້ານ ໃນເບື້ອງຕົ້ນກ່ອນ.

ພ້ອມດຽວກັນ ໃນວັນທີ 04 ເມສາ ເມືອງໄຊທານີ ນະຄອນຫລວງວຽງຈັນ ເມື່ອເວລາ 05 ໂມງເຊົ້າ ມີຝົນຕົກ, ຟ້າຮ້ອງ ລົມພັັດ ແຮງເຮັດໃຫ້ເກີດນໍ້າຖ້ວມອັ່ງ ຫຼາຍຈຸດໃນເມືອງ ໄຊທານີ ດັ່ງປະຊາຊົນໄດ້ກ່າວວ່າ.

"ເວລາຝົນຕົກກໍຖ້ວມຢູ່ທາງໃຫຍ່, ທາງຜ່ານເຮົາມັນກໍໄຫລ ບໍ່ທັນຄືວ່າ ຫັ້ນແຫລະ ແຕ່ເວລາຝົນຕົກນ້ອຍ ແລ້ວມັນກໍໝົດໄປ, ມັນກໍໄຫລຢູ່ ກໍໄປໄດ້ມາໄດ້ບໍ່ຫຍຸ້ງດອກ."

ສະເພາະໃນເດືອນມີນາ ຫາ ເດືອນເມສາ ກົມອຸຕຸນິຍົມວິທຍາ ກໍໄດ້ແຈ້ງເຕືອນວ່າ ຈະມີຝົນຕົກຟ້າຄະນອງ ລົມພະຍຸອັນຈະສົງ ຜົລໃຫ້ເກີດຄວາມເສັຽຫາຍ. ດັ່ງເມືອງຊະນະຄາມ ແຂວງວຽງຈັນ ກໍຖືກພະຍຸເຂົ້າເຮັດໃຫ້ເສົາໄຟຟ້າຫັກ ເສັຍຫາຽໜັກ.

ແຂວງເຊກອງ ເຂດບ້ານໂພນໄຊ ເມືອງລະມາມ ເຮັດໃຫ້ເສົາໄຟຟ້າຫັກເສັຽຫາຍ ຕົກເປັນມູນຄ່າ 400 ລ້ານກີບ ແລະ ແຂວງໄຊຍະບູລີ ກໍເສັຽຫາຍຈາກພະຍຸ ເຖິງ 20 ຕື້ກີບໃນນີ້ ມີບ້ານນາແລ, ບ້ານວັງ ແລະ ບ້ານຫນອງບົວທອງ ທີ່ໄດ້ຮັບ ຜົລເສັຽຫາຍໜັກ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ ໄດ້ຢືນຢັນວ່າ ພັຍພິບັດທາງ ທັມມະຊາດ ທີເກີດຂຶ້ນ ຢ່າງຕໍ່ເນື່ອງ ທັງພັຍນໍ້າຖ້ວມ, ດິນເຈື່ອນ, ເຂື່ອນແຕກ ແລະ ພັຍແລ້ງ ໃນໄລຍະຈາກ ປີ 2016-2020 ໄດ້ເຮັດໃຫ້ເກີດຄວາມເສັຽຫາຍ ເຖີງ 10,000 ຕື້ກີບ.