ບາງຄອບຄົວຍັງບໍ່ຍ້າຍ ຈາກ ເຂື່ອນ ນ້ຳທາ1
2017.04.02
ໂຄງການເຂື່ອນນ້ຳທາ1 ທີ່ຕັ້ງຢູ່ຣະຫວ່າງ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ແລະເມືອງນາແລ ແຂວງຫລວງນ້ຳທາ ຍັງໂຍກຍ້າຍ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບປະມານ 37 ປາຍບ້ານ ບໍ່ທັນແລ້ວເທື່ອ, ເນື່ອງຈາກວ່າ ບໍຣິສັດ ຮັບເຫມົາກໍ່ສ້າງ ຍັງສ້າງບ້ານ ຈັດສັນບໍ່ແລ້ວ ແລະ ໃນຂນະດຽວກັນ ການສ້າງເຂືື່ອນ ດັ່ງກ່າວ ກໍຈະສຳເຣັດ ໃນຣະດູຝົນ ປີນີ້. ດັ່ງ ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີວ່າ:
"ສ່ວນຫລາຍກໍຈັດສັນແລ້ວກໍ ປະຊາຊົນໂຍກຍ້າຍ ຍັງສອງສາມບ້ານນີີ້ແຫລະ ປະຊາຊົນ ທີ່ຍັງບໍ່ທັນ ໂຍກຍ້າຍ ອັນນັ້ນ ເພາະວ່າ ການກໍ່ ສ້າງ ຍັງບໍ່ທັນສຳເຣັດ ຫມົດເທື່ອ ວຽກງານ ຕົວນີ້ຂະເຈົ້າ ກໍກຳລັງເລັ່ງຢູ່".
ທ່ານກ່າວຕື່ມວ່າ ຕາມປົກກະຕິແລ້ວ ກ່ອນການສ້າງເຂື່ອນ ຕ້ອງໄດ້ຍ້າຍ ປະຊາຊົນ ໃຫ້ໝົດກ່ອນ ກ່ອນຈະເລີ້ມລົງມື ແຕ່ໃນກໍຣະນີ ເຂື່ອນ ນ້ຳທາ1 ນີ້ການສ້າງ ໃກ້ຈະສຳເຣັດແລ້ວ ປະຊາຊົນ ຍັງບໍ່ທັນ ຖືກຍ້າຍຫມົດເທື່ອ.
ສຳລັບປະຊາຊົນ ຜູ້ທີ່ໂຍກຍ້າຍ ໄປຢູ່ບ້ານຈັດສັນໃຫມ່ນັ້ນ ປັດຈຸບັນ ກໍຍັງປະສົບກັບບັນຫາ ຂາດນ້ຳໃຊ້ ທາງໂຄງການ ໄດ້ຕິດຕັ້ງ ຣະບົບ ນ້ຳປະປາ ໃຫ້ທຸກຫລັງຄາເຮືອນ ແຕ່ໃນປັດຈຸບັນ ຣະບົບດັ່ງກ່າວໃຊ້ການບໍ່ໄດ້:
"ເຣື້ອງນ້ຳປະປານີ້ ສ່ວນຫລາຍເກືອບທຸກບ້ານ ນີ້ໄດ້ຮັບການກໍ່ສ້າງແລ້ວ ແຕ່ວ່ານ້ຳຍັງບໍ່ທັນໄດ້ ມາເຖິງບອ່ນຊຸມຊົນໃຊ້ ຫັ້ນນະ ນ້ຳນີ້ມັນ ບໍ່ມາ ເອີ້ນວ່າ ການກໍ່ສ້າງ ບໍ່ຖືກເຕັກນິກປານໃດ ຫັ້ນນະ".
ທ່ານວ່າ ດຽວນີ້ ປະຊາຊົນ ໄດ້ກັບຄືນໄປໃຊ້ ແຫລ່ງນ້ຳບ່ອນເກົ່າ ຕ້ອງໄດ້ຍ່າງໄປຕັກນ້ຳ ໃນລະຍະທາງປະມານ 2-3 ກິໂລແມັດ. ໂຄງ -ການ ເຂື່ອນນ້ຳທາ1 ມີປະຊາຊົນ 27 ບ້ານ ທີ່ເມືອງນາແລ ແຂວງຫຼວງນ້ຳທາ ຖືກໂຍກຍ້າຍ ແລະ 10 ບ້ານ ທີ່ເມືອງຜາອຸດົມ ແຂວງ ບໍ່ແກ້ວ ຮ່ວມທັງຫມົດ 37 ບ້ານໄປຢູ່ຮ່ວມກັນ ເປັນບ້ານໃຫຍ່.