ໂຮງແຮມຖົມດິນຕັນແລວ ນ້ຳຊອງ

ໄມຊູລີ
2015.12.07
F-Vangvieng ດິນທີ່ນໍາມາຖົມ ຕາມແຄມນໍ້າຊອງ ເພື່ອຂຍາຍດິນ ສ່ວນຕົວໃຫ້ກວ້າງອອກ
RFA/LX

ຊາວບ້ານ ໃນເຂດ ເມືອງ ວັງວຽງ, ແຂວງ ວຽງຈັນ ກັງວົນໃຈ ທີ່ເຫັນວ່າ ມີ ເຈົ້າຂອງ ໂຮງແຮມ ຢູ່ເຂດ ແຄມນ້ຳຊອງ ໄດ້ທຳການ ຈົກດິນ ແລະນຳເອົາ ຫີນໃຫ່ຽ ມາຖົມ ແຄມ ນ້ຳຊອງ ບໍລິເວນ ດິນ ທີ່ຕິດກັບ ດິນ ຂອງໂຮງແຮມ ໃຫ້ກວ້າງ ອອກຕື່ມ 5-6 ແມັດ, ຊຶ່ງເຮັດໃຫ້ ຊາວບ້ານ ພາກັນ ຢ້ານວ່າ ການຖົມດິນ ຈະເປັນການ ຕັນ ແລວນ້ຳ ທັມມະຊາດ ແລະ ຫ້ວຍຮ່ອງ ດ້ານຫຼັງນຳ ຈົນ ອາຈເຮັດໃຫ້ ເກີດ ນ້ຳຖ້ວມໃຫ່ຽ ໃນ ອະນາຄົດ ໄດ້ ແລະ ຖືວ່າ ເປັນການ ທຳລາຍ ແຫຼ່ງ ທ່ອງທ່ຽວ ທັມມະຊາດ ແຄມ ນ້ຳຊອງ.

ຜູ້ຄົນທີ່ ອາໄສ ໃນ ບໍລິເວນ ນັ້ນ ເວົ້າວ່າ ຊາວບ້ານ ຮູ້ຢູ່ວ່າ ມີນັກ ທຸຣະກິຈ ໂຮງແຮມ ໄດ້ທຳການ ຖົມດິນ ໃສ່ ນ້ຳຊອງ ຢ່າງ ບໍ່ຖືກຕ້ອງ ມາໄດ້ ລະຍະນຶ່ງ ແລ້ວ ແຕ່ ກໍ່ບໍ່ມີ ຜູ້ໃດ ກ້າຮ້ອງຮຽນ ໄປຍັງ ພາກສ່ວນ ກ່ຽວຂ້ອງ ເພາະ ຮູ້ດີວ່າ ທາງ ເຈົ້າຂອງ ໂຮງແຮມ ມີຄວາມໃກ້ຊິດ ກັບ ຜູ້ມີ ອິທິພົນ ໃນທ້ອງຖິ່ນ ຈຶ່ງ ພາກັນ ສົ່ງຂ່າວ ຜ່ານ ສື່ສັງຄົມ ອອນລາຍ ແທນ.

ຕໍ່ ບັນຫານີ້, ທາງ ເອເຊັຽ ເສຣີ ກໍ່ໄດ້ຕິດຕໍ່ ໄປຍັງ ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງວັງວຽງ ໃນຕອນ ບ່າຍ ຂອງ ວັນທີ 7 ທັນວາ 2015 ແລະ ໄດ້ຮັບຄຳຕອບ ຈາກ ເຈົ້າໜ້າທີ່ ວ່າ ປະຈຸບັນ ທາງ ພາກສ່ວນ ກ່ຽວຂ້ອງ ໄດ້ ມີຄຳສັ່ງ ໃຫ້ໂຈະ ການກໍ່ສ້າງ ດັ່ງກ່າວ ເປັນທີ່ ຮຽບຮ້ອຍ ແລ້ວ ແລະ ຢູ່ ໃນຂັ້ນຕອນ ກວດສອບ ພ້ອມຮິບໂຮມ ຂໍ້ມູນ ຣະອຽດ ເພື່ອ ດຳເນີນການ ໃນຂັ້ນຕໍ່ໄປ ທ່ານວ່າ:

“ເອີ ມັນກະແມ່ນ ຫັ້ນລະນໍ. ພວກເຮົາ ພວມຊິ ແກ້ໄຂ ກະໄດ້ສັ່ງ ໂຈະ ແລ້ວ. ເອີ ກະເຫັນວ່າ ມັນກະ ອອກ ຂອບເຂດ ຂອບເຂດດິນ ມັນຫັ້ນແຫຼະ ເນາະ. ປະຊາຊົນ ກະວ່າ ເມື່ອເຮົາເຫັນ ບັນຫາ ໂຕນັ້ນ ເຮົາກະ ແຕ່ງ ອ້າຍນ້ອງ ລົງໄປເບິ່ງ ແລ້ວ ສົມທົບ ກັບ ໂຍທາ ໄປເບິ່ງ”.

ເຖິງຢ່າງໃດ ກໍ່ຕາມ, ຊາວລາວ ກໍ່ມີການ ວິພາກວິຈານ ກັນ ຢ່າງ ກວ້າງຂວາງ ໃນ ສື່ສັງຄົມ ອອນລາຍ ວ່າ ຢາກໃຫ້ ເຈົ້າໜ້າທີ່ ຈາກ ພາກສ່ວນ ກ່ຽວຂ້ອງ ໂດຍສະເພາະ ແມ່ນ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງ ວຽງຈັນ ໃຫ້ ມີມາຕການ ລົງໂທສ ຕໍ່ ຜູ້ຣະເມີດ ທີ່ເຫັນ ແກ່ຕົວ ໃນຄັ້ງນີ້ ເພາະວ່າ ການກະທຳ ດັ່ງກ່າວ ຖືເປັນການ ທຳລາຍ ຊັພຍາກອນ ຂອງ ສ່ວນລວມ, ທຸກຄົນ ມີສິທ ໃນການ ນຳໃຊ້ ຢ່າງຖືກ ວິທີ ເພາະ ແມ່ນ້ຳ ແລະ ຫ້ວຍນ້ຳ ລຳທານ ເປັນຂອງ ທຸກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.