ສາເຫດໄຟໄໝ້ໂຮງງານ ຍັງບໍ່ ຄືບໜ້າ

ສິດນີ
2017.01.31
f-wasted ໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ອີເລັກໂຕຣນິກ ໃນເຂດ ບ້ານນາຜາສຸກ ທີ່ກໍາລັງຖືກຄອບງໍາ ດ້ວຍແປວໄຟ ແລະຄວັນດໍາ
ຮູບ: ສະມາຄົມ ອາສາກູ້ພັຍ ນະຄອນຫລວງວຽງຈັນ

ພາຍຫຼັງທີ່ເກີດເຫຕ ໄຟໄໝ້ໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ອີເລັກໂຕຣນິກ ທີ່ ເປັນຂອງຄົນຈີນ ໃນເຂດ ບ້ານນາຜາສຸຂ ເມືອງໄຊທານີ ໃນຕອນແລງ ວັນທີ 27 ມົກຣາ ຜ່ານມານັ້ນ, ຈົນມາເຖິງ ວັນຈັນທີ 30 ມົກຣາ ເຈົ້າໜ້າທີ່ ສິ່ງແວດລ້ອມ ປະຈຳເມືອງ ໄຊທານີ ຍັງບໍ່ ໄດ້ເຂົ້າໄປ ສຳຣວດ ພື້ນທີ່ ດັ່ງກ່າວ ໂດຍຣະອຽດ ເທື່ອ, ມີແຕ່ເວົ້າວ່າ ຫ້ອງການ ສິ່ງແວດລ້ອມ ໄດ້ຮັບຮູ້ ບັນຫານີ້ແລ້ວ. ດັ່ງ ທ່ານ ບົວຮອງ ຮອງຫົວໜ້າ ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ປະຈຳ ເມືອງໄຊທານີ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ໃນຕອນບ່າຍ ຂອງວັນທີ 30 ມົກຣາ ວ່າ:

"ຈັ່ງວ່າ ອັນນັ້ນແຫຼະ ໂຮງງານ ແຍກຊິ້ນສ່ວນ ມັນກະສນາມ ຂີ້ເຫຍື້ອ ຫັ້ນແຫຼະ ຫຼັກ 32 ຫັ້ນນ່າ. ໄດ້ຍິນຂ່າວຢູ່ ແຕ່ວ່າໄທເຮົາ ຍັງບໍ່ທັນ ບໍ່ຮູ້ວ່າ ພາກສ່ວນໃດ ລົງ ເກັບກໍາຂໍ້ມູນ ມັນເຫຕການ ເປັນແນວໃດ, ບາງເທື່ອ ມັນຊິແມ່ນ ພາກສ່ວນອື່ນຕິ ລົງເກັບກໍາ ຂໍ້ມູນວ່າ ສາເຫຕ ມັນເປັນແນວໃດ, ໄທເຮົາ ຍັງບໍ່ໄດ້ ເຂົ້າຮ່ວມ".

ທ່າວກ່າວຕື່ມວ່າ ຍັງບໍ່ທັນຮູ້ເທື່ອ ວ່າຈະມີໃຜ ໄປສຳຣວດ ເຫຕການ ໄຟໄໝ້ໂຮງງານ ເທື່ອນີ້, ພາກສ່ວນ ສິ່ງແວດລ້ອມ ຕ້ອງໄດ້ຄົ້ນຄວ້າ ແລະ ປະຊຸມກັນກ່ອນ ຈຶ່ງຈະແຕ່ງ ຄນະກັມມະການ ລົງໄປ ສຳຣວດ ເຖິງຜົລກະທົບ ດ້ານ ສິ່ງແວດລ້ອມ ແລະ ຕໍ່ຊຸມຊົນ ຢ່າງຄັກແນ່.

ພ້ອມດຽວກັນນັ້ນ ຊາວບ້ານ ບ້ານນາຜາສຸຂ ກໍ່ໄດ້ເລົ່າສູ່ ຜູ້ສື່ຂ່າວ ເອເຊັຽເສຣີ ຟັງວ່າ ທີ່ຜ່ານມາ ໂຮງງານ ດັ່ງກ່າວ ໄດ້ສ້າງ ຜົລກະທົບ ໃຫ້ຊາວບ້ານ ໃນຫຼາຍບ້ານ ໃກ້ຄຽງ ພໍສົມຄວນ ຍ້ອນວ່າ ປ່ອຍກິ່ນຂິວ ຢ່າງຮຸນແຮງ ກະຈາຍໄປທົ່ວ ໝູ່ບ້ານ.

"ໂອ ໂຕນີ້ໄດ້ຮັບຜົລ ເດືອດຮ້ອນ ໄດ້ຮັບກິ່ນຫັ້ນແຫຼະ, ແຕ່ວ່າຜົລ ທີ່ເສັຽຫາຍ ກະຄືວ່າກິ່ນຂິວ ນີ້ແຫຼະ ກະບໍ່ທັນ ເຖິງຂັ້ນວ່າ ເຈັບປ່ວຍ ມີແຕ່ຂິວ ລະກະເຈັບຫົວ ເປັນ ທັມມະດາ. ບາງຄົນຜູ້ເຖົ້າແດ່ ກະວິນວຽນ ໄປຊື່ໆນ່າ ມີແຕ່ຜົລກະທົບ ໂຕນັ້ນ ຍັງບໍ່ທັນ ເຖິງຂັ້ນວ່າ ລົ້ມປ່ວຍ ຍ້ອນສາເຫຕ ໂຕນີ້ ຍັງບໍ່ມີ ເພາະວ່າ ທາງບ້ານ ນາຂາວ ອ້ອມຂ້າງ ຫັ້ນຂະເຈົ້າ ກະຕໍ່ວ່າມາເດ. ລະພາຍຫຼັງ ຈັ່ງຊັ້ນລະກະ ໂຮງງານ ໂຕນີ້ມັນມີຢູ່ ຫຼາຍບ້ານ ເນາະ ຢູ່ທາງຫຼັກ 29 ປະຈຸບັນ ກະມີ, ຂະເຈົ້າ ກະຂໍ ໃຫ້ຍຸບ".

ຢ່າງໃດກໍ່ດີ ນາຍບ້ານ ບ້ານນາຜາສຸຂ ໄດ້ໃຫ້ ຣາຍລະອຽດ ກ່ຽວກັບເຫຕການ ໄຟໄໝ້ຄັ້ງນີ້ ຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ວ່າໂຮງງານ ນີ້ ແມ່ນໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ອີເລັກໂຕຣນິກ, ຈໍໂທລະທັສ ແລະ ອຸປກອນ ຄອມພິວເຕີ້ ທີ່ມີຄົນຈີນ ເປັນເຈົ້າຂອງ ໂດຍມີ ຜູ້ຕາງໜ້າ ຊາວລາວຊື່ ທ້າວ ເຄນ ທັມມະວົງ.

ໂຮງງານ ດັ່ງກ່າວໄດ້ ຈ້າງ ກັມມະກອນ ໃນໝູ່ບ້ານ ໃກ້ຄຽງ ປະມານ 200 ຫາ 250 ຄົນ. ແຕ່ຕົກມາຮອດ ເດືອນຕຸລາ ຫຼື ພຶສຈິກາ 2016 ຊາວບ້ານ ໄດ້ຮຽກຮ້ອງ ຂໍໃຫ້ຢຸດ ປ່ອຍກິ່ນຂິວ, ອຳນາດ ການປົກຄອງ ນະຄອນຫຼວງ ວຽງຈັນ ຈຶ່ງອອກແຈ້ງການ ໃຫ້ໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ອີເລັກໂຕຣນິກ ທຸກແຫ່ງ ໃນເຂດ ນະຄອນຫຼວງ ວຽງຈັນ ໂຈະການ ດຳເນີນງານ ຮ່ວມທັງ ໂຮງງານ ທີ່ຖືກ ໄຟໄໝ້ ຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.