ການຫາລືເຂື່ອນປາກແບງ ຍັງບໍ່ ສລຸບ
2017.06.19
ກອງປະຊຸມຄັ້ງສຸດທ້າຍ ຂອງກັມມາທິການ ແມ່ນໍ້າຂອງ ຫລື MRC ກັບຄູ່ຮ່ວມງານ ຢູ່ນະຄອນຫຼວງ ວຽງຈັນ ໃນວັນທີ 19 ມິຖຸນາ ບໍ່ໄດ້ ມີບົດສລຸບ ຂອງການປືກສາຫາລື ຜົນກະທົບສິ່ງແວດລ້ອມ ແລະສັງຄົມ ໃນໂຄງການເຂື່ອນປາກແບງ ທີ່ຈະສ້າງຢູ່ ແຂວງອຸດົມໄຊ.
ຂັ້ນຕອນການປຶກສາຫາລື ເປັນຕົ້ນແມ່ນ ການໄຫລຂອງນ້ຳ, ການຕົກຕະກອນ, ການຂຶ້ນລົງຂອງປາ, ເຕັກນິກການສ້າງເຂື່ອນ ແລະອື່ນໆ ຊຶ່ງບັນດາ ອົງການ ຈັດຕັ້ງ ທາງສັງຄົມ ໄດ້ສະແດງ ຄວາມເປັນຫ່ວງວ່າ ມັນຈະສົ່ງ ຜົນກະທົບ ຕໍ່ປະເທດເພື່ອນບ້ານ ຄື ປະເທດໄທ, ວຽດນາມ ແລະ ກຳພູຊາ.
ໃນອາທິດທີ່ຜ່ານມາ ອົງການຈັດຕັ້ງ ທາງສັງຄົມ ຈາກປະເທດໄທ, ກຳພູຊາ ແລະ ວຽດນາມ ໄດ້ອອກ ຖະແຫລງການ ໃຫ້ມີການຂຍາຍ ເວລາຂອງການສຶກສາ ຜົນກະທົບ ອອກໄປ, ດັ່ງ ທ່ານ ທິລະພົງ ໂພມັນ ປະທານ ສະຖາບັນ ຊຸມຊົນ ລຸ່ມແມ່ນ້ຳຂອງ ກ່າວວ່າ:
"ຄິດວ່າ 6 ເດືອນນີ້ ບໍ່ພຽງພໍ ເພາະວ່າ ຢ່າງທີ່ບອກວ່າ ແມ້ກະທັ້ງ ກໍຣະນີ ຂອງເຂື່ອນ ໄຊຍະບູລີ ທີ່ສ້າງໄປແລ້ວ ກໍຍັງບໍ່ທັນ ມີການ ສຶກສາ ທົບທວນວ່າ ມັນມີ ຜົນກະທົບ ມີຄວາມກ່ຽວຂ້ອງ ກັບໃຜ ແນວໃດແດ່ ກໍຣະນີ ເຂື່ອນປາກແບງ ເອງ ກໍຍິ່ງຊັບຊ້ອນ ມີບັນຫາ ຫຍັງຫລາຍ ໄປກວ່ານັ້ນ"
ທາງການລາວ ຈະບໍ່ມີການຍືດເວລາ ອອກໄປອີກເພາະເຫັນວ່າ 6 ເດືອນ ຂອງຂັ້ນຕອນ ການປຶກສາຫາລື ແມ່ນມີຄວາມລະອຽດແລ້ວ. ດັ່ງທ່ານ ດາວວົງ ພອນແກ້ວ ຫົວໜ້າກົມ ພລັງງານ ກະຊວງ ພລັງງານແລະບໍ່ແຮ່ ໄດ້ກ່າວວ່າ:
"ຕາມທັສນະ ຂອງພວກເຮົາແລ້ວ ກໍຄິດວ່າຄືສິ ບໍ່ມີການຍືດເຍື້ອ ອອກໄປອີກ ເພາະວ່າ ຫລັງຈາກ ປຶກສາຫາລື ກັນແລ້ວເນາະ ໄດ້ຮັບ ຄວາມຄິດ ຄວາມເຫັນ ຂອງແຕ່ລະ ຝ່າຍແລ້ວ ພວກເຮົາ ກໍສິເອົາ ຄວາມຄິດຄວາມເຫັນ ມາເບິ່ງວ່າ ຍັງມີຈຸດໃດແດ່ ທີ່ພວກເຮົາຄວນ ປັບປຸງ ແລ້ວ 6 ເດືອນ ພວກເຮົາ ສະໜອງຂໍ້ມູນ ໃຫ້ເທົ່າທີ່ມີເນາະ ແລ້ວ ກໍມີການສຶກສາ ຂ້ອນຂ້າງ ລະອຽດແລ້ວ ແຕ່ວ່າຕົວໃດທີ່ ບໍ່ທັນຄົບຖ້ວນັ້ນ ພວກເຮົາ ກໍຈະໃຊ້ເວລາຕື່ມອີກ ແຕ່ວ່າ ມັນຈະຢູ່ນອກຂະບວນການ ປຶກສາຫາລືນີ້".
ຂັ້ນຕອນການປຶກສາຫາລື ຜົນກະທົບຂອງ ເຂື່ອນປາກແບງ ໄດ້ດຳເນີນໄປ ເປັນເວລາ 6 ເດືອນ ຊຶ່ງເລີ້ມແຕ່ ວັນທີ 20 ທັນວາ 2016 ໄປເຖີງ ວັນທີ 19 ມິຖຸນາ 2017.