ໂຮງງານໜີບຢາງຂອງຈີນ ສົ່ງກິ່ນ
2017.02.28
ໂຮງງານ ໜີບຢາງພາລາ ຂອງຈີນ ຊຶ່ງຕັ້ງຢູ່ ບ້ານມອມ, ເມືອງສິງ, ແຂວງຫຼວງນໍ້າທາ ປັຈຈຸບັນ ຊາວບ້ານ ໃນເຂດນັ້ນ ພາກັນຈົ່ມວ່າ ໂຮງງານໜີບຢາງ ສົ່ງກິ່ນເໝັນ ໃສ່ຊາວບ້ານ ແລະໂຮງງານ ແຫ່ງນີ້ ກໍປ່ອຍນໍ້າເສັຽ ລົງໃສ່ ນໍ້າຫ້ວຍ ບ່ອນທີ່ ປະຊາຊົນ ໃຊ້ ທັງອາບ ທັງກິນ ເປັນປະຈຳ.
ເຖິງແມ່ນວ່າ ໂຮງງານດັ່ງກ່າວ ຈະມີອ່າງ ບຳບັດນໍ້າເສັຽ ຢູ່ກໍຕາມ, ແຕ່ກໍເປັນອ່າງນ້ອຍໆ ຂນາດ 2 ຄູນ 3 ແມັດເທົ່ານັ້ນ ບໍ່ໄດ້ມາຕຖານ ບໍ່ສາມາດ ບໍາບັດ ນໍ້າເສັຽໄດ້. ປະຊາຊົນ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ແລະ ອອກສຽງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
“ແຕ່ລະມື້ ກິ່ນເໝັນຢາງ ໂອ໊ ມາແຕ່ໂຮງງານ ເໝັນອີ່ຫລີໃດ, ໂຮງງານ ມັນກະ ບໍ່ໄກບ້ານ, ຫ່າງຈາກບ້ານ ມີແຕ່ 50 ແມັດ ເໝັນມາເທື່ອ ໃດ ກິນເຂົ້າ ກະບໍ່ແຊບ, ຫ້ວຍ ກັບ ໂຮງງານ ກະໃກ້ກັນ ນໍ້າເໝັນ ກະໄຫລລົງຫ້ວຍໝົດ ບໍ່ຮູ້ ແນວຊິວ່າ.”
ຕໍ່ບັນຫານີ້ ເຈົ້າໜ້າທີ່ຫ້ອງການ ສິ່ງແວດລ້ອມ ທ່ານນື່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນຕອນນື່ງ ວ່າ:
“ຊິໄດ້ລົງກວດກາ ລະອຽດ ອີກເທື່ອນຶ່ງ ກ່ຽວກັບ ມາຕຖານ ໃນການຜລິດ ເພື່ອບໍ່ມີ ຜົນກະທົບ ຕໍ່ ສິ່ງແວດລ້ອມ ເປັນຕົ້ນ ກະເຣື່ອງນໍ້າ- ເສັຽ, ຄັນວ່າ ເຮັດບໍ່ໄດ້ ກະມີແຕ່ ສັ່ງໂຈະ ຢ່າງດຽວ ຫັ້ນແຫຼະ”.
ໂຮງງານ ໜີບຢາງພາລາ ຂອງຈີນ ໄດ້ເຣີ່ມກໍ່ສ້າງ ໃນຕົ້ນປີ 2016 ຜ່ານມາ ແລະ ໄດ້ເປີດພິທີ ຢ່າງເປັນທາງການ ໃນວັນທີ 17 ກຸມພາ ປີ 2017, ຊຶ່ງ ມີເຈົ້າໜ້າທີ່ເມືອງ ເຂົ້າຮ່ວມຫຼາຍຄົນ. ໂຮງງານ ດັ່ງກ່າວ ເປັນໂຮງງານ ໜີບຢາງ ໃຫ້ເປັນແຜ່ນ ສຳເຣັດຮູບ ເພື່ອສົ່ງໄປ ປະເທດຈີນ ໂດຍການ ເກັບຊື້ ນໍ້າຢາງ ຈາກ ປະຊາຊົນ ແລ້ວນຳໄປໜີບ ເປັນແຜ່ນ. ເຂດຈຸດສຸມ ບ້ານມອມ ເປັນເຂດນຶ່ງ ທີ່ ມີປະຊາຊົນ ປູກ ຢາງພາລາ ເປັນອັນດັບນຶ່ງ ຂອງເມືອງສິງ ຊຶ່ງ ເປັນທ່າແຮງ ໃນການ ຕັ້ງໂຮງງານ ດັ່ງກ່າວ.