ມ.ກາສີ ຫາ ຫຼວງພຣະບາງ ຍັງ ອັນຕະລາຍ

ສຸພັດຕາ
2018.03.16
f-kasi ການກໍ່ສ້າງເສັ້ນທາງ ເມືອງກາສີ ຫາ ເມືອງນ່ານ
RFA/MS

ເສັ້ນທາງຕັດໃໝ່ ຣະຫວ່າງ ເມືອງກາສີ ແລະ ເມືອງນ່ານ ເຊື່ອມຕໍ່ແຂວງວຽງຈັນ ແລະ ແຂວງຫຼວງພຣະບາງ ຍັງເປັນເສັ້ນທາງ ທີ່ ທຸຣະການດານ ແລະ ມັກມີອຸບັດຕິເຫດເລື້ອຍໆ, ເມື່ອວັນທີ ວັນທີ 14 ມີນາ ຜ່ານມານີ້ ຣົດບັນທຸກສິນຄ້າ ປີ້ນຢູ່ເຂດ ພູເກົ້າຫຼັກ ທີ່ ເມືອງກາສີ ແຂວງວຽງຈັນ ຍ້ອນທາງໝື່ນ ຜູ້ຂັບຣົດ ບໍ່ສາມາດຄຸມຣົດໄດ້ ເຮັດໃຫ້ຜູ້ກ່ຽວ ໄດ້ຮັບບາດເຈັບສາຫັດ.

ອຸບັດຕິເຫດ ທີ່ມັກເກີດຂຶ້ນເລື້ອຍໆ ຕາມເສັ້ນທາງດັ່ງກ່າວນັ້ນ ຍ້ອນວ່າເປັນທາງ ຄົດລ້ຽວ, ສູງຊັນ ສູງຊັນບໍ່ເທົ່ານັ້ນ, ດິນຟ້າອາກາດ ກໍບໍ່ແຈ້ງເຮັດໃຫ້ຜູ້ຂັບຣົດ ບໍ່ສາມາດແນມເຫັນທາງໄດ້ໄກ ເກີນ 2 ເເມັດ, ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ເມືອງກາສີ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 16 ມີນາ ນີ້ວ່່າ:

“ເປັນສອງສາມມື້ພຸ້ນນະ ມັນບໍ່ເຫັນຟ້າເຫັນໝອກ ຂຶ້ນໄປຫັ້ນແລ້ວ ແມ່ນບໍ່ເຫັນແດດໂລດແຫລ້ວ ມັນສູງແທ້ໆເດ່ ມັນທຸຣະການດານນຳ ທັມມະຊາດແດ່ ມັນບໍ່ແມ່ນ ເປັນນຳໂຊເຟີ້ ບໍ່ແມ່ນເປັນນຳຣົດ ຢ່າງດຽວດອກ ຢູ່ຫັັັັັ້ນນະ ຄົນຫັ່ນມັນບໍ່ເຂົ້າໃຈ ຄວາມທຸລະການດານ ຂອງທາງ ແລ່ນເລີຍນີ ມັນບໍ່ໄດ້ເດ່ະ ມັນໄປບາງເທື່ອຄົນນິ ໄປຄົນໃໝ່ມັນມືດອື້ຕື້ໆ ຢູ່ຫັ້ນໂລດໃດ໋ ເພິ່ນຫຼົງແລ່ນໄປ ຄົນຊິນກັບຄົນໃໝ່ ກໍ່ບໍ່ຄືກັນອີກໄດ໋ ຂໍໃຫ້ເອົາໃຈໃສ່ ຄ່ອຍແທ້ໆ ເວົ້າແທ້ໆຢາກໃຫ້ໃສ່ເລກ 2 ເລກ 1 ນີ່ລະ ຢູ່ເບື້ອງນັ້ນຫະນະ ທາງຂຶ້ນທາງລົງ ບໍ່ມີປັນຫາອີຫຍັງດອກ.”

ເມື່ອທ້າຍເດືອນທີ່ແລ້ວ ຣົດເມສອງຊັ້ນ ຄັນນຶ່ງກໍຕົກເຫວ ຢູ່ເຂດພູເກົ້າຫຼັກ ເປັນເຫດໃຫ້ຄົນເສັຍຊີວິດ 7 ຄົນ ແລະບາດເຈັບ 20 ຄົນ, ປັດຈຸບັນ ເຈົ້າໜ້າທີ່ ໂຍທາທິການ ໄດ້ຈ້າງໃຫ້ບໍໍຣິສັດ ປັນຍາວົງ ມາສ້ອມແປງ ແລະ ຊ່ວຍແນະນຳຣົດ ຍາມຂຶ້ນລົງພູ ດັ່ງທ່ານກ່າວວ່າ:

“ຂໍໃຫ້ລະມັດລະວັງແທ້ໆ ດຽວນີ້ພວກເຮົາຈະພາຍາຍາມມອບທາງ ໃຫ້ໂຍທານີ່ ຕິດປ້າຍສັນຍານຈາລະຈອນ ອິຫຍັງໃຫ້ມັນຄົບ ໃຫ້ມັນຖ້ວນ ສາ ເພື່ອຕິດຕາມ ຄວາມຮ້າຍແຮງ ມັນຊັນ ມັນຄ້ອຍຊໍ່າໃດ ກໍ່ຈະໃຫ້ຂະເຈົ້າ ໝາຍປ້າຍ ຫຼືບັນໂຄ້ງຊໍ່າໃດ ມັນມືດແນວໃດ ກໍຈະໃຫ້ຂະເຈົ້າ ໝາຍ ຫຼືໝາຍໃຫ້ມັນເຫັນ ຫັ້ນນະ ຄັນວ່າບໍ່ຄັກບໍ່ແນ່ ເຮົາຈະເອົາໄຟກະພິບເບາະ ອິຫຍັງຫັ້ນນະເນາະ ແບບໃຊ້ໂຊລ້າເຊວ ໂພະຢູ່ເທີງ ໄປໃຊ້ ມັນຕ້ອງຊິໄດ້ເຮັດເຖິງນັ້ນ ຄັນບໍ່ເຮັດຂັ້ນນັ້ນ ມັນອັນຕະລາຍໄດ໋.”

ເມື່ອວັນທີ 15 ມີນາ ນີ້ ຣົດຄົນງານຈີນ ທີ່ເຮັດວຽກໃນໂຄງການ ກໍ່ສ້າງຣົດໄຟ ລາວ-ຈີນ ເກີດອຸບັດຕິເຫດ ຕຳກັບຣົດແກ່ເຄື່ອງ ຢູ່ເຂດ ບ້ານຫ້ວຍດອກໄມ້, ເມືອງຫີນເຫີບ, ແຂວງວຽງຈັນ ມີຜູ້ບາດເຈັບສາຫັດ 5 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.