ທາງການແຂວງວຽງຈັນ ເຕືອນຜູ້ຂັບຂີ່ທັງຄົນລາວ ແລະ ຄົນຕ່າງປະເທດ, ໃຫ້ສຶກສາເສັ້ນທາງກ່ອນຈະໃຊ້ຣົດຜ່ານເສັ້ນທາງ ເມືອງກາສີ ໄປ ເມືອງນານ ໄປຫາ ເມືອງຫລວງພຣະບາງ ໄລຍະທາງ 127 ກິໂລແມັດ ເພື່ອຫລີກລ້ຽງການເກີດ ອຸບັດຕິເຫດຣົດຕົກເຫວ.
ເສັ້ນທາງດັ່ງກ່າວ ມີລັກສນະຄົດລ້ຽວ ແລະສູງຊັນ, ສະນັ້ນຖ້າວ່າ ຜູ້ຂັບຂີ່ບໍໍ່ຊຳນານທາງ ອາດຈະເກີດອຸບັດຕິເຫດໄດ້ ແລະໃນເວລາດຽວກັນ, ທາງການແຂວງວຽງຈັນ ກໍຮຽກຮ້ອງໃຫ້ຜູ້ຂັບຂີ່ ໃຊ້ເສັ້ນທາງເລກທີ 13 ເໜືອແທນ. ດັ່ງເຈົ້າໜ້າທີ່ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງວຽງຈັນ ໄດ້ກ່າວວ່າ:
"ໄປທາງເກົ່າ [13 ເໜືອ] ນີ້ ກໍໄດ້ເນາະ ແຕ່ໃຊ້ເວລາດົນ, ເລີຍໄປປະມານ 2 ຊົ່ວໂມງ 3 ຊົ່ວໂມງ ເອີ, ... ແລ້ວມັນກໍແລ້ວໝົດແລ້ວ ຄັນຂັບຂີ່ ຣົດບໍ່ລະວັງ ມັນກໍມີບັນຫາຫັ້ນນ່າ."
ທ່ານກ່າວຕື່ມອີກວ່າ, ເສັ້ນທາງ 13 ເໜືອ ແຕ່ແຂວງວຽງຈັນ ຫາ ແຂວງຫລວງພຣະບາງ ມີຄວາມຍາວ 170 ກິໂລແມັດ ໃຊ້ເວລາ ເດີນທາງ 5 ຊົ່ວໂມງ ສະນັ້ນ ຄົນຕ່າງແຂວງ ແລະ ນັກທ່ອງທ່ຽວ ເລືອກໃຊ້ເສັ້ນທາງ ກາສີ-ເມືອງນານ ໃຊ້ເວລາປະມານ 3 ຊົ່ວໂມງ.
ໃນວັນທີ 1 ມິນາ, ມີຣົດນັກທ່ອງທ່ຽວຊາວໄທ, ທີ່ເດີນທາງໄປທ່ຽວ ແຂວງຫລວງພຣະບາງ, ເກີດອຸບັດຕິເຫດຕົກເຫວ ຢູ່ເສັ້ນທາງກາສີ ໄປຫາ ເມືອງນານ ເຮັດໃຫ້ມີຜູ້ເສັຽຊີວິດ 5 ຄົນ ແລະ ທາງການແຂວງຫລວງພຣະບາງ ກຳລັງກຽມສົ່ງສົບ ຜູ້ເສັຽຊີວິດກັບຄືນ ປະເທດໄທ. ດັ່ງເຈົ້າໜ້າທີ່ ປກສ ແຂວງຫລວງພຣະບາງ ໄດ້ກ່າວວ່າ:
"ກໍກຽມມື້ນີ້ແຫລະ, ກຽມອອກໄປມື້ນີ້, ແຕ່ບໍ່ຮູ້ໂມງແນ່ນອນເນາະ, ເມືອງນານເບາະ ມັນກໍແລ້ວແຕ່ເນາະ ສ່ວນໃຫຍ່ກໍດົນໆ, ຊ້ວງໄລຍະ ຝົນຕົກຈັ່ງ ຄ່ອຍມີ ເລັກຊິນະ ປະມານ 10 ເປີເຊັນ ເປັນພູ."
ເຈົ້າໜ້າທີ່ຕຳຣວດ ປກສ ແຂວງຫລວງພຣະບາງ ກ່າວຕື່ມອີກວ່າ ເສັ້ນທາງກາສີ ເມືອງນານ ໄປຫາ ເມືອງຫລວງພຣະບາງ ເປັນເສັ້ນທາງ ເປີດໃໝ່ບໍ່ເຖິງ 5 ປີ ແລະ ເປັນເສັ້ນທາງອັນຕະລາຍ, ເປັນພູສູງຊັນ ແລະ ຄົດລ້ຽວ.