ຜູ້ເຄາະຮ້າຍເຂື່ອນແຕກລໍຖ້າ ຄ່າຊົດເຊີຍ ຊັບສິນ

ສິດນີ
2019.03.06
ບ້ານເຮືອນທີ່ເສັຽຫາຍ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເມື່ອເດືອນ ກໍຣະກະດາ 2018
ຮູບພາບຈາກ: ນັກຂ່າວພົລເມືອງ

ຊັບສິນຂອງປະຊາຊົນ ທີ່ເສັຽຫາຍຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອເດືອນກໍຣະກະດາ 2018 ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຈາກ ທາງການເທື່ອ, ເຖິງວ່າທາງການລາວ ຈະໄດ້ໃຫ້ການຊ່ອຍເຫຼືອ ປະຊາຊົນເບື້ອງຕົ້ນ ແຕ່ປະຊາຊົນຍັງຕ້ອງການ ໃຫ້ທາງການຈ່າຍຄ່າ ຊົດເຊີຍຊັບສິນ ໃຫ້ພວກຂະເຈົ້າ, ເພາະເທົ່າເຖິງປັດຈຸບັນ ທາງການຍັງບໍ່ທັນມີແຜນການ ວ່າຈະຈ່າຍຄ່າຊົດເຊີຍຊັບສິນ ທີ່ເສັຍຫາຍໃຫ້ ປະຊາຊົນເມື່ອໃດ, ອີງຕາມຄຳເວົ້າ ຂອງປະຊາຊົນທີ່ໄດ້ຮັບ ຜົລກະທົບ, ທີ່ກ່າວຕໍ່ວິິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

"ຍັງບໍ່ທັນຮູ້ເທື່ອ, ເພິ່ນຍັງບໍ່ທັນໃຫ້ຄຳຕອບດ້ານຟື້ນຟູ, ແລະ ຊິມີຄວາມຮັບຜິດຊອບພໍ່ແມ່ປະຊາຊົນຄືເກົ່າບໍ່, ບໍ່ທັນເປັນເອກກະພາບ ບໍ່ທັນ ຕັດສິນໄດ້ວ່າແບບໃດ ເວົ້າເຣື່ອງດິນດອນຕ່ອນຫຍ້າ ເຮືອນຊານບ້ານຊ່ອງ ໂຕມັນເປ່ເພເສັຍຫາຍ."

ທ່ານວ່າ, ຜ່ານມາຣັຖບານພຽງແຕ່ແກ້ໄຂສະພາບການຊົ່ວຄາວ, ບໍ່ວ່າຈະສ້າງສູນທີ່ພັກຊົ່ວຄາວ, ຊ່ອຍເຫຼືອເຂົ້າກີນ, ເບີກອັດຕຣາເບັ້ຍລ້ຽງ, ປີ່ນປົວພຍາດ ແຕ່ກໍ່ຍັງພຽງພໍ ແລະເງິນທີ່ໃຊ້ເຂົ້າໃນການຊ່ອຍເຫຼືອ ປະຊາຊົນສ່ວນຫລາຍຍັງເປັນເງິນທີ່ໄດ້ຮັບ ຈາກການຊ່ອຍເຫຼືອ ຂອງ ສາກົນເປັນຕົ້ນເກົາຫລີໃຕ້ ຊຶ່ງເປັນຜູ້ລົງທຶນຣາຍໃຫຍ່ໃນໂຄງການນີ້. ອົງການ KOIKA ແລະອົງການ KOWEPO ໄດ້ໃຫ້ການຊ່ອຍເຫຼືອ ເຂື່ອນແຕກຄັ້ງນີ້ ຮວມມູນຄ່າ 15 ລ້ານໂດລາ ແລະ ຍັງປະກາດວ່າຈະໃຫ້ການ ຊ່ອຍເຫຼືອຢູ່ຕໍ່ໄປ.

ທາງການໄດ້ລົງໄປສຳຣວດຄວາມເສັຽຫາຍ ທາງດ້ານຊັບສິນ ຂອງປະຊາຊົນ, ເປັນຕົ້ນທີ່ດິນ, ສິ່ງປຸກສ້າງເຮືອນ, ຣົດຍົນ, ເຄື່ອງໃຊ້ໃນ ຄອບຄົວ, ຕູ້ເຢັນພັດລົມ ແລະອື່ນໆ ເທົ່າເຖິງປັດຈຸບັນ ຍັງບໍ່ທັນຖືກຈ່າຍໃຫ້ເທື່ອ, ດັ່ງຊາວບ້ານອີກທ່ານນຶ່ງ ເວົ້າວ່າ:

“ເຂົາໄດ້ປະເມີນໄປກ່ອນແລ້ວ ມັນຕົກຢູ່ປະມານ 500 ປາຍ ພຸ້ນແຫລ້ວ, 500 ກວ່າລ້ານ ພຸ້ນແຫລ້ວ, ມັນທັງຣົດ ທັງເຮືອນ ຮົ້ວສວນ ຍານພາຫານະ ທຸກຢ່າງນັບຫມົດ, ສິ່ງທີ່ມີໃນເຮືອນ ໄດ້ປະເມີນໃຫ້ເພິ່ນ 500 ປາຍພຸ້ນແລ້ວ ຍັງບໍ່ທັນຮູ້ ເພາະຂໍ້ມູນນັ້ນ ເພິ່ນເອົາໄປ ຫມົດແລ້ວ ໄດ້ສົ່ງໄປໃຫ້ແລ້ວ ແຕ່ລະຄອບຄົວ."

ອີງຕາມບົດຣາຍງານເມື່ອ ວັນທີ 5 ມິນາ ຜ່ານມາ, ຂອງຄນະກັມມະການ ສະເພາະກິດແກ້ໄຂພັຍພິບັດແຫ່ງຊາດ ຣະບຸວ່າມີປະຊາຊົນ 19 ບ້ານ ທີ່ໄດ້ຮັບຜົລກະທົບ ແລະມູນຄ່າຄວາມເສັຍຫາຍ ຮວມທັງໝົດປະມານ 220 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.