ແຈ້ງການເຂື່ອນຈະແຕກ ນໍ້າ ຈະຖ້ວມ "ແບບຈັບຈູດ"

ສຸພັດຕາ
2018.07.27
F-Lek ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ອອກມາຖແລງຂ່າວ ຕໍ່ສື່ມວນຊົນ ເຣື້ອງການແຈ້ງເຕືອນ ຈາກໜ່ວຍງານ ຮັບຜິດຊອບ ກໍ່ສ້າງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແມ່ນໃຊ້ເວລາ ພຽງແຕ່ 2-3 ຊົ່ວໂມງ ເທົ່ານັ້ນ.
Screen captured : Lao Star TV

ໃນວັນທີ 27 ກໍຣະກະດາ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ອອກມາຖແລງຂ່າວ ຕໍ່ສື່ມວນຊົນ ເຣື້ອງການແຈ້ງເຕືອນ ຈາກໜ່ວຍງານ ຮັບຜິດຊອບ ກໍ່ສ້າງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແມ່ນໃຊ້ເວລາ ພຽງແຕ່ 2-3 ຊົ່ວໂມງ ເທົ່ານັ້ນ. ດັ່ງທ່ານກ່າວວ່າ:

“ແຕ່ວ່າ ມັນຍ້ອນວ່າ ເວລາທີ່ແຈ້ງຫັ້ນມັນໃຊ້ເວລາສັ້ນ ເພາະວ່າ ເວລາ 2 ໂມງແລງ ໝູ່ເຮົາແຈ້ງລະຮອດເວລາ 5 ໂມງແລງ ລະແມ່ນ ຄັນຄູເຂື່ອນກະໄດ້ທະລຸ ຈັ່ງຊັ້ນໝູ່ເຮົາກະໃຊ້ເວລາແຕ່ 2-3 ຊົ່ວໂມງ ຈຶ່ງເຮັດໃຫ້ການໂຍກຍ້າຍ ພໍ່ແມ່ປະຊາຊົນ ຈາກຈຸດ ອັນຕະລາຍ ໄປຫາຈຸດປອດພັຍບໍ່ທ່ວງທັນ.”

ທ່່ານກ່າວຕື່ມວ່າ ເວລາ 10 ໂມງເຊົ້າ ຜູ້ຮັບຜິດຊອບກໍ່ສ້າງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ກໍໄດ້ແຈ້ງໃຫ້ແຂວງຮູ້ວ່າ ຄູກັນນໍ້າເຂື່ອນ ມີການ ແຕກແຫງ ແລະໃຫ້ທາງແຂວງແຈ້ງເຕືອນປະຊາຊົນ ເພື່ອໃຫ້ກະກຽມ ຢ້ານມີຄວາມອັນຕະຣາຍ. ຫຼັງຈາກນັ້ນ ເຈົ້າໜ້າທີ່ ກໍໄດ້ແຈ້ງການ ໃຫ້ປະຊາຊົນ 11 ບ້ານນັັ້ນ ໃຫ້ມີການ ໂຍກຍ້າຍດ່ວນ.

ມາຮອດເວລາ 20 ໂມງກາງຄືນ ປະຣິມານນ້ຳອັນມະຫາສານ ກໍໄຫລເຂົ້າຖ້ວມບ້ານເຮືອນ ຂອງປະຊາຊົນ ໃນ 6 ໝູ່ບ້ານ.

ຫລ້າສຸດ ມື້ນີ້ວັນທີ 27 ກໍຣະກະດາ, ເຈົ້າໜ້າທີ່ກູ້ພັຍ ກໍສາມາດຊ່ວຍເຫລືອ ປະຊາຊົນທີ່ຕິດຄ້າງຢູ່ໃນປ່າ ໄດ້ຈຳນວນນຶ່ງ ແລະຕົວເລຂ ຜູ້ທີ່ຫາຍສາບສູນ ກໍເຫລືອພຽງແຕ່ 107 ຄົນ. ອີງຕາມຄຳເວົ້າ ຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື.

ສ່ວນວ່າ ຕົວເລຂ ຜູ້ເສັຍຊີວິດນັ້ນ ທາງເຈົ້າໜ້າທີ່ຍັງບໍ່ທັນເປັນເ ອກກະພາບກັນ- ເຈົ້າໜ້າທີ່ແຂວງໄດ້ຢືນຢັນວ່າ ມີຜູ້ເສັຽຊີວິດ 30 ຄົນ ແລະ ຫລ້າສຸດເຈົ້າແຂວງແຈ້ງວ່າ ສາມາດກູ້ສົບຜູ້ເສັຍຊີວິດ ມາໄດ້ແລ້ວ 5 ສົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.