ຈີນ ຂໍປູກກ້ວຍຢູ່ຫິນເຫີບ

ໄມຊູລີ
2019.05.13
f-banana ສວນປູກກ້ວຍ ຢູ່ເມືອງຫິນເຫີບ ທີ່ຫາກໍ່ລິເລີ້ມ
ຮູບພາບຈາກ : ນັກຂ່າວພົລເມືອງ

ຊາວບ້ານ 266 ຄອບຄົວ ຢູ່ບ້ານຫິນເຫີບ, ເມືອງຫິນເຫີບ ແຂວງວຽງຈັນ ເປັນກັງວົນກ່ຽວກັບການເຂົ້າມາຂໍປູກກ້ວຍ ຂອງນັກລົງທຶນຈີນ ຣາຍໃໝ່ ໃນເນື້ອທີ່ ປະມານ 100 ເຮັກຕ່າຣ໌ ຍ້ອນຢ້ານວ່າ ທາງສວນກ້ວຍຈີນ ຈະໃຊ້ສານເຄມີ ແລະ ຈະສົ່ງຜົນກະທົບ ຕໍ່ສຸຂພາບ ຂອງຊາວບ້ານ ພ້ອມທັງສານເຄມີນັ້ນ ຈະໄຫລລົງນໍ້າລີກ ຊຶ່ງເປັນແຫລ່ງນໍ້າ ທີ່ພວກເຂົາເຈົ້າ ໃຊ້ໃນການດໍາຣົງຊີວິດທຸກມື້ນີ້, ດັ່ງຊາວບ້ານ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣ ໃນວັນທີ່ 13 ພຶສພາ ນີ້ວ່າ:

“ປະຊາຊົນຈໍານວນຫລາຍເນາະ ເຂົາເຈົ້າກໍບໍ່ເຫັນດີຫັ້ນແຫລະເນາະ ເພາະວ່າອີງໃສ່ທາງໜ້າ ກໍຢ້ານເກີດຜົນກະທົບ ຕໍ່ສຸຂພາບຂອງ ປະຊາຊົນ ແລະ ສັດລ້ຽງ ເພາະວ່າປະຊາຊົນສ່ວນຫລາຍ ກໍຢ້ານສານເຄມີລົງນໍ້າເນາະ ເພາະບ້ານເຮົາກໍເປັນບ້ານນຶ່ງ ທີ່ໃຊ້ນໍ້າປະປາ ໃນການທໍາມາ ຫາກິນ ຢູ່ຕາມສາຍນໍ້າລີກເນາະ.”

ທ່ານກ່າວຕື່ມວ່າ ຄັນເປັນໄປໄດ້ ຕົນເອງ ແລະຊາວບ້ານຫລາຍຄົນ ຢາກໃຫ້ທາງການຍົກເລີກ ສັນຍາ ກັບນັກລົງທຶນຈີນນັ້ນຊະ ກ່ອນທີ່ ເຂົາເຈົ້າ ຈະເຣີ້ມລົງມືປູກກ້ວຍ ຕົວຈິງ, ແຕ່ຫາກທາງການເຫັນດີ ແລະອະນຸຍາດໃຫ້ ປູກແທ້ ກໍຕ້ອງມີມາດຕະການ ປ້ອງກັນບໍ່ໃຫ້ ສານ ເຄມີຮົ່ວໄຫຼ ຈາກສວນກ້ວຍ ພ້ອມທັງຕິດຕາມ ຢ່າງເຂັ້ມງວດ ເພື່ອຮັບປະກັນວ່າ ຈະບໍ່ເປັນອັນຕະຣາຍ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ.

ກ່ຽວກັບເຣື້ອງນີ້ ທາງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ສິ່ງແວດລ້ອມ ເມືອງຫິນເຫີບ ກ່າວວ່າ ນັກລົງທຶນຈີນ ຣາຍໃໝ່ ຫາກໍເຊັນບົດ ບັນທຶກ ຄວາມເຂົ້າໃຈ ກັບທາງການ ແຂວງວຽງຈັນ ເມື່ອບໍ່ດົນມານີ້ ໂດຍຈະເຊົ່າດິນປະຊາຊົນ ເປັນບ່ອນປູກ, ປັຈຈຸບັນກໍາລັງຢູ່ໃນ ຂັ້ນຕອນປະກອບ ເອກກະສານ ແຕ່ ທາງການຍັງບໍ່ອະນຸຍາດເທື່ອ ຍັງຈະມີການປຶກສາຫາລືອີກ, ດັ່ງທ່ານ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ແຂວງພຸ້ນແຫຼະອະນຸຍາດ ເນາະ ເພິ່ນເຊັນ ແອມ ໂອ ຢູ ແລ້ວ ດຽວນີ້ຢູ່ໃນຂັ້ນຕອນ ການຣາຍງານຫຼັກໆ ກໍດິນພໍ່ແມ່ປະຊາຊົນຫັ້ນລະ ການເຊັນ ແອມ ໂອ ຢູ ນີ້ ກໍຍັງບໍ່ມີຣາຍຣະອຽດເທື່ອວ່າ ຈັກປີໆ ແຫຼະເນາະ ມີແຕ່ກອງປະຊຸມ ພາຍຫລັງແຂວງເພິ່ນ ກໍສິໄດ້ເຊີນໄປ ປືກສາຫາລື.”

ທ່ານກ່າວຕຶ່ມວ່າ ເຖິງຢ່າງໃດກໍຕາມ ຖ້າຫາກວ່ານັກລົງທຶນຈີນ ໄດ້ຮັບອະນຸຍາດແທ້ ທາງຫ້ອງການ ກ່ຽວຂ້ອງ ກໍຈະລົງຕິດຕາມກວດກາ ຢ່າງໃກ້ຊິດ ໂດຍສະເພາະ ຄຸ້ມຄອງການໃຊ້ສານເຄມີ ໃນສວນກ້ວຍ ເພື່ອບໍ່ໃຫ້ເກີດບັນຫາ ຕໍ່ປະຊາຊົນ ແລະສິ່ງແວດລ້ອມ ດັ່ງທີ່ເຄີຍ ມີມາ ຢູ່ໃນຫລາຍແຂວງ ຂອງລາວ.

ຣາຍງານວ່າ ນັບຕັ້ງແຕ່ ປີ 2013 ຫາ ປີ 2017 ສວນກ້ວຍຈີນ ຢູ່ເມືອງຫິນເຫີບ ມີຈໍາວນ 300 ເຮັກຕ່າຣ໌ ແຕ່ຖືກລົບລ້າງໄປ ໄປໝົດ ແລ້ວ, ໃນຣະຍະທີ່ ສວນກ້ວຍຈີນ ໄດ້ເຮັດໃຫ້ ຝູງປາຕາຍ ຈໍານວນຫລວງຫລາຍ ຍ້ອນສານເຄມີໄຫລລົງນໍ້າ, ແລະ ເມື່ອປີ 2016 ປະຊາຊົນ ເມືອງຫິນເຫີບ ຈໍານວນ 25 ຄົນ ຖືກນໍາສົ່ງໂຮງໝໍ ຍ້ອນມີອາການວິນຫົວ ຫລັງຈາກ ກິນນໍ້າຈາກຫ້ວຍ ທີ່ຢູ່ແຄມສວນກ້ວຍ ຍ້ອນມີສານເຄມີ ໃນນໍ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.