ອະດີດຕຳຣວດມຶນເມົາ ຂັບຣົດ ຕໍາຄົນແລ້້ວໜີ
2019.02.28
ໃນວັນທີ 20 ກຸມພາ ເກີດມີອຸບັດຕິເຫດ ຣົດໃຫຍ່ ຕຳຣົດຈັກ ແລ້ວໜີ ຢູ່ໜ້າວຽງຈັນເຊັນເຕີຣ໌, ຕາມເສັ້ນທາງຄູວຽງ, ຊຶ່ງຣົດກະບະ ໄປຕຳ ຣົດຈັກ ແລ້ວແກ່ລາກໄປ ຫລາຍ 100 ແມັດ.
ຜູ້ກະທຳຜິດ ທີ່ຂັບຣົດກະບະ ປ້າຍຂອງກະຊວງ, ຊື່ ທ້າວ ວັນໄຊ ອາຍຸ 59 ປີ ອະດີດ ເຈົ້າໜ້າທີ່ ຕຳຣວດ ຊັ້ນພັນໂທ ສັງກັດ ຢູ່ກອງພັນ ເຄື່ອນທີ່ (ສນາມມ້າ) ກະຊວງປ້ອງກັນຄວາມສງົບ, ອີງຕາມ ປະກາດແຈ້ງການ ຂອງເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ນະຄອນຫລວງວຽງຈັນ.
ໃນເຫດການດັ່ງກ່າວ, ສັງຄົມເກີດໃຫ້ ຄວາມສົນໃຈ ໂດຍສະເພາະ ເຈົ້າໜ້າທີ່ ພາກປະຊາສັງຄົມ ໃຫ້ຄຳເຫັນວ່າ: ຜູ້ກະທຳຜິດ ເປັນອະດີດ ເຈົ້າໜ້າທີ່ຕຳຣວດ ຊັ້ນພັນໂທ, ທີ່ຍັງໃສ່ ເຄື່ອງແບບ ຂັບຣົດ ປ້າຍກະຊວງ ທີ່ເປັນເງິນພາສີ ຂອງປະຊາຊົນ ແລະ ຍິ່ງໄປກວ່ານັ້ນ ລາວ ຢູ່ໃນອາການມຶນເມົາ ນັ້ນ ເປັນເຣື່ອງທີ່ເກີດຂຶ້ນ ຢູ່ສະເພາະ ແຕ່ປະເທດລາວ ເທົ່ານັ້ນ.
ກ່ຽວກັບເຣື່ອງນີ້, ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ, ຮອງຫົວໜ້າຫ້ອງຕຳຣວດ ຜູ້ຊີ້ນຳຈະຣາຈອນ ນະຄອນຫລວງວຽງຈັນ, ໄດ້ກ່າວຕໍ່ ໂທລະພາບ (ໂທຣະທັດ) ປ້ອງກັນຄວາມສງົບ ວ່າ ຈະດຳເນີນ ຕາມກົດໝາຍ ກັບຜູ້ກະທຳຜິດ ໂດຍບໍ່ເລືອກປະຕິບັດ:
"ຈະແກ້ໄຂແນວໃດ ຫລື ປະຕິບັດແນວໃດ, ແມ່ນອີງໃສ່ ໜ້າທີ່ຂອງກົດໝາຍ, ເຈົ້າໜ້າທີ່ ຂອງພວກເຮົາ ຈະບໍ່ເລືອກເຟັ້ນວ່າ ປະຊາຊົນ, ທະຫານ, ຕຳຣວດ ຫລື ວ່າແນວໃດກໍຕາມ ຖ້າຜູ້ໃດ ລະເມີດ ຜິດຕໍ່ກົດໝາຍ ພວກເຮົາ ກໍຈະດຳເນີນ ຕາມຂັ້ນຕອນ ຂອງກົດໝາຍ, ແລະ ປັດຈຸບັນ ພວກເຮົາ ກໍເຂັ້ມງວດ ຕໍ່ກົດໝາຍ ໂດຍສະເພາະ ການລະເມີດ ດື່ມສິ່ງມືນເມົາ ແລະ ຂັບຂີ່ນີ້."
ມາດຕຣາ 5 ຂອງດຳຣັດ 188 ວ່າດ້ວຍ ການປັບໃໝ ແລະ ມາຕການຕ່າງໆ ຕໍ່ຜູ້ລະເມີດ ລະບຽບກົດໝາຍ ກ່ຽວກັບ ການຈະຣາຈອນ ທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫລວງ ທີ່ອອກມາ ໃນປີ 2007 ໄດ້ລະບຸວ່າ ການຂັບຂີ່ ໃນເວລາມຶນເມົາ; ຜູ້ຂັບຂີ່ຜູ້ໃດ ທີ່ມີທາດມຶນເມົາ ຫລື ທາດເຫລົ້າ ໃນຮ່າງກາຍ ໃນປະຣິມານ 80 ມິນລີກຣາມ ຫາກໄດ້ຂັບຂີ່ຣົດ ຈະຖືກປັບໃໝ ຕາມປະເພດຣົດ. ສະເພາະຣົດເກັງ, ຣົດກະບະ, ຣົດຈິບ ແລະ ຣົດຕູ້ ຈະຖືກປັບໃໝ 100,000 ກີບ.
ນອກຈາກນີ້ ໃນທ້າຍປີ 2018, ທ່ານ ສິນລາວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ, ໄດ້ອອກຂໍ້ຕົກລົງ ວ່າດ້ວຍ ມາຕການ ຫລຸດຜ່ອນ ອຸບັດຕິເຫດ ແລະ ການຮັກສາຄວາມປອດພັຍ, ຕາມຖນົນ ຢູ່ນະຄອນຫລວງວຽງຈັນ ໄດ້ລະບຸໄວ້ ໃນມາດຕຣາ 13 ຕອນນຶ່ງວ່າ ຖ້າຈັບຈັບວ່າ ຈະເພີ້ມການປັບໃໝ ເປັນ 20 ເທົ່າ ຂອງດຳຣັດ 188 ແລະ ຍຶດໃບຂັບຂີ່ ເປັນເວລາ 1 ປີ.