ເມື່ອອາທິດທີ່ແລ້ວ ມີເຫດການຍິງກັນອີກ ຢູ່ຕາມຖນົນເລກທີ 13 ເໜືອ ໃກ້ໆກັບ ເມືອງກາສີ ແຂວງວຽງຈັນ ເປັນເຫດໃຫ້ ທະຫານ ເສັຽຊີວິດນຶ່ງຄົນ ແລະບາດເຈັບນຶ່ງຄົນ. ໃນເບື້ອງຕົ້ນ ເຈົ້າໜ້າທີ່ ສົງໃສວ່າ ຜູ້ຍິງເປັນ ພັກພວກ ກຸ່ມຄົນຮ້າຍ ທີ່ເຄີຍລັດຍິງ ຣົດເລື້ອຍໆ ໃນເຂດນັ້ນ. ປັດຈຸບັນ ທາງການໄດ້ສົ່ງກຳລັງ ທະຫານໄປຮັກສາ ຄວາມປອດໄພ ເພີ້ມຂຶ້ນ ແລະ ກຳລັງສືບສວນ ເຫດການຍິງກັນ ນັ້ນຢູ່. ດ່ັງເຈົ້າໜ້າທີ່ ເມືອງກາສີ ທ່ານນຶ່ງ ເວົ້າວ່າ:
“ຫຼາຍລະບໍ ທະຫານນະ ເພິ່ນປ້ອງກັນຫຼາຍ ເຈົ້າໜ້າທີ່ ກະຍັງສືບສວນສອບສວນ ຂະເຈົ້າຂີ່ຣົດເມ ມານຳກັນນະ ບໍແມ່ນລັດຍິງ ຣົດເມ ນະຢູ່ ຕິດກັນ ໃນຣົດນະ.”
ເມື່ອຕອນແລງ ຂອງວັນພະຫັດ ວັນທີ່ 16 ເດືອນກຸມພາ ນີ້ໃນເຂດ ບ້ານນ້ຳແກ່ນ ເມືອງກາສີ ແຂວງວຽງຈັນ ຊາຍຄົນນຶ່ງ ທີ່ມີປືນ ແລະ ນຸ່ງເຄື່ອງແບບ ທະຫານ ຂື້ນຣົດເມ ກາງທາງ ນັ່ງໃກ້ທະຫານ ຄົນອື່ນໆ ແລ້ວຍິງປືນໃສ່ທະຫານ ເປັນເຫດໃຫ້ ທະຫານ ເສັຽຊີວິດນຶ່ງຄົນ ແລະ ອີກຜູ້ນຶ່ງ ບາດເຈັບ; ຄົນໂດຍສານ ພາກັນແຕກຕື່ນ ຜູ້ຂັບຈອດຣົດ ແລ້ວຄົນຮ້າຍ ກໍແລ່ນໜີ ເຂົ້າປ່າໄປ.
ເຫດການຍິງກັນຄັ້ງນີ້ ເກີດຂື້ນ ເວລາຣົດໂດຍສານ ແລ່ນຈາກ ນະຄອນຫຼວງພຣະບາງ ລົງໄປຫາ ນະຄອນຫຼວງ ວຽງຈັນ. ແຕ່ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງຫຼວງພຣະບາງ ກ່າວວ່າ ເຫດຍິງກັນ ເທື່ອນີ້ແມ່ນ ອຸປະຕິເຫດ ປືນລັກລັ່ນ ໃສ່ກັນຊື່ໆ:
“ປືນລັກລັ່ນໃສ່ກັນນະ ທະຫານເນາະ ຂີ່ຣົດມານຳຣົດເມ ຫັ່ນແຫຼະ ມີອາການມືນເມົາ ໜ້ອຍນຶ່ງ ແລ້ວກະເອົາ ປືນຫັ້ນມາສາກຫລິ້ນ ທະຫານປະຈຳ ຢູ່ຣົດ ໄປກ່າວເຕືອນ ເວົ້າໃຫ້ມ້ຽນປືນ ຫັ່ນນະ ແລ້ວຜູ້ກ່ຽວຫັ້ນ ບໍ່ມ້ຽນເນາະ ແລ້ວກະມີ ການຍາດປືນກັນ ດຶງປືນກັນ ແລ້ວມັນລັກລັ່ນ.”
ຫລັງຈາກເກີດເຫດ ທາງການ ແຂວງຫຼວງພຣະບາງ ກໍປະກາດຫ້າມ ຣົດເມຮັບເອົາ ຄົນໂດຍສານກາງທາງ ໃຫ້ຮັບເອົາຄົນ ຢູ່ຈຸດໃຫຍ່ໆ ເທົ່ານັ້ນ.
ອີງຕາມຂ່າວສານ ປະເທດລາວ ກະຊວງຖແລງຂ່າວ ວັທນະທັມແລະ ການທ່ອງທ່ຽວ ຂອງລາວ ຣາຍງານ ເມື່ອວັນທີ່ 21 ເດືອນກຸມພາ ນີ້ວ່າ ຈຳນວນ ຊາວຕ່າງປະເທດ ທີ່ເຂົ້າມາ ທ່ອງທ່ຽວລາວ ເມື່ອປີກາຍ ຫລຸດລົງ 10 ສ່ວນຮ້ອຍ ເມື່ອທຽບໃສ່ ປີກ່ອນ; ເມື່ອປີກ່ອນ ມີ ນັກທ່ອງທ່ຽວ ເຂົ້າລາວ 4 ລ້ານ 6 ແສນ ແລະ 8 ໝື່ນຄົນ ແຕ່ປີກາຍ ມີພຽງ 4 ລ້ານ ແລະ 2 ແສນຄົນ ຫລຸດລົງເກືອບ ເຄິ່ງລ້ານຄົນ. ສາເຫດ ກໍແມ່ນຍ້ອນ ບໍ່ມີຄວາມສງົບ ຕາມເສັ້ນທາງ ເລກທີ 13 ເໜືອ ຣະຫວ່າງ ເມືອງວັງວຽງ ແລະ ນະຄອນຫຼວງພຣະບາງ.