ນໍ້າເສັຽຈາກບໍ່ຄໍາໄຫຼລົງ ໃສ່ນາ
2015.07.24
ເຈົ້າຫນ້າທີ່ ກະສິກັມ ແລະ ປ່າໄມ້ ແຂວງ ສວັນນະເຂດ ເວົ້າວ່າ, ການ ຂຸດຄົ້ນ ແຮ່ທາດ ຢູ່ ບໍ່ຄຳ ເຊໂປນ ເມືອງ ວິຣະບູລີ ຍັງ ສົ່ງ ຜົລກະທົບ ຕໍ່ ພື້ນທີ່ ປູກຝັງ ຂອງ ຊາວບ້ານ ມາເປັນ ເວລາ ສອງ-ສາມ ປີ ແລ້ວ, ໃນ ຣະດູ ຝົນ ຍ້ອນວ່າ ນ້ຳເສັຽ ຈາກ ການຂຸດຄົ້ນ ບໍ່ຄຳ ໄດ້ໄຫລ ລົງໃສ່ ດິນ ປູກຝັງ, ເຮັດໃຫ້ ຕົ້ນເຂົ້າ ຕາຍ ແລະ ດິນ ເສັຽຫາຍ. ເຖິງ ແມ່ນວ່າ ທາງ ບໍຣິສັດ ລ້ານຊ້າງ ມິນນິໂຣ ຈະ ຊົດເຊີຍ ຄ່າ ເສັຽຫາຍ ກໍຕາມ ແຕ່ ປະກົດ ວ່າ ຊາວບ້ານ ຍັງ ບໍ່ພໍໃຈ. ດັ່ງ ນາງກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ຄື ໃນ ຣະດູ ຝົນ ຫັ້ນນະ ແບບວ່າ ຟ້າລົມ ຝົນຕົກ ຄັນຊີ່ເວົ້າ ກະ ນ້ຳເສັຽ ຂອງ ບໍ່ເນາະ ແບບວ່າ ໄຫລລົງ ມາສູ່ ໄຮ່ນາ ຂະເຈົ້າ ເຮັດໃຫ້ ເຂົ້າຫັ້ນ ຕາຍ ເພິ່ນ ກະ ຊົດເຊີຍ ໃຫ້ ໃນໃຈ ຢາກໃຫ້ ຂະເຈົ້າ ຖືວ່າ 100 ຫັ້ນນະ, ແຕ່ ບາງເທື່ອ ຄ່າ ຊົດເຊີຍ ໃຫ້ແບບ ວ່າ 50-50 ຫັ້ນນະ ຜູ້ ບໍ່ພໍໃຈ ກະ ບໍ່ພໍໃຈ ຫັ້ນແຫລະ".
ນາງ ກ່າວ ຕື່ມວ່າ ໃນ ແຕ່ລະປີ ຊາວນາ ຜູ້ ທີ່ໄດ້ຮັບ ຜົລກະທົບ ຈາກ ບໍ່ຄຳ ເຊໂປນ, ມີ ປະມານ 30 ຫາ 40 ຄອບຄົວ ໃນ 4 ບ້ານ ທີ່ ເມືອງ ວິລະບູລີ, ແຕ່ລະ ຄອບຄົວ ໄດ້ຮັບ ຄວາມ ເດືອດຮ້ອນ ຍ້ອນ ບໍ່ສາມາດ ເກັບກ່ຽວ ໄດ້ຕາມ ເປົ້າຫມາຍ, ແລະ ຜົລກະທົບ ທີ່ເກີດຂຶ້ນ ໃນ ປີນີ້ ຊາວນາ ກໍຍັງ ບໍ່ໄດ້ ຄ່າ ຊົດເຊີຍ ເລີຍ.
ເຖິງຢ່າງໃດ ກໍຕາມ ໃນ ປັດຈຸບັນ ຍັງ ບໍ່ສາມາດ ຮູ້ໄດ້ວ່າ ນ້ຳເສັຽ ຈາກ ບໍ່ຄຳ ເຊໂປນ ທີ່ ໄຫລ ລົງໃສ່ ເນື້ອທີ່ ປູກຝັງ ຂອງ ຊາວບ້ານ ນັ້ນ ມີ ສານເຄມີ ຫຼາຍໜ້ອຍ ປານໃດ ເພາະ ຍັງບໍ່ມີ ເຄື່ອງມື ກວດສອບ ຣະອຽດ. ໃນ ຊ່ວງ ກອງປະຊຸມ ສະພາ ທີ່ ຜ່ານມາ ກໍມີ ໂທຣະສັບ ສາຍດ່ວນ ຈາກ ປະຊາຊົນ ຖາມ ກ່ຽວກັບ ບັນຫາ ດັ່ງກ່າວ ແຕ່ ເຈົ້າຫນ້າທີ່ ຕອບວ່າ ບໍ່ແມ່ນ ນ້ຳເສັຽ ແຕ່ຢ່າງໃດ.
ວິທຍຸ ເອເຊັຽ ເສຣີ ກໍ ພຍາຍາມ ຕິດຕໍ່ ໄປຫາ ບໍ່ຄຳ ເຊໂປນ ແຕ່ ບໍ່ສາມາດ ຕິດຕໍ່ ໃຜ ໄດ້. ເມື່ອ ປີ 2012 ເຄີຍມີ ຣາຍງານ ຈາກ ຊາວບ້ານ ວ່າ, ນ້ຳເສັຽ ຈາກ ບໍ່ຄຳ ເຊໂປນ ໄດ້ໄຫລ ລົງສູ່ ແຫລ່ງນ້ຳ ທັມມະຊາດ ໃນເຂດ ອ້ອມແອ້ມ ຍ້ອນ ທາງ ບໍຣິສັດ ຂຸດຄົ້ນ ຄໍາ ໄດ້ ຣະບາຍ ນ້ຳເສັຽ ຈາກ ອ່າງ ບຳບັດ, ເຮັດໃຫ້ ຊາວບ້ານ ບໍ່ກ້າ ໃຊ້ ນ້ຳ, ແຕ່ ເຈົ້າຫນ້າທີ່ ບໍ່ຄຳ ໃຫ້ ຄຳຕອບ ວ່າ ນ້ຳທີ່ ປ່ອຍ ອອກໄປ ນັ້ນ ໄດ້ ຜ່ານການ ບຳບັດ ແລ້ວ ຈະ ບໍ່ມີ ອັນຕຣາຍ ຕໍ່ ສີ່ງແວດລ້ອມ ແລະ ຜູ້ຄົນ.