ຊ້າງປ່າທຳລາຍຜົລປູກ ຫຼາຍບ້ານ

ໄຊຍາ
2018.10.26
F-elephant ກ້ອງວົງຈອນປິດ ທີ່ດ່ານຊາຍແດນ ເຂົ້າ-ອອກ ລາວ,ຈີນ ໄດ້ເກັບຮູບພາບຊ້າງປ່າ ເຂດສີບສອງປັນນາ ທີ່ແຂວງຢູນານ ຍ່າງຂ້າມ ເຂດແດນຈີນເຂົ້າມາລາວ
Screen captured Xishuangbanna,video

ປະຊາຊົນ ບ້ານສວນຢາ ບ້ານຫາດຍາວ ບ້ານນໍ້າຫຼ້າ ເມືອງຫຼວງນໍ້າ ແຂວງຫຼວງນໍ້າທາ ໄດ້ຮັບຜົລກະທົບຢ່າງໜັກ ຈາກຊ້າງປ່າທີ່ເຂົ້າມາ ທຳລາຍຜົລປູກ, ເຊັ່ນເຂົ້າສາລີ ແລະຕົ້ນຢາງພາລາ ທີ່ປູກໃໝ່ ເປັນຈຳນວນຫຼວງຫຼາຍເສັຽຫາຍໝົດ ແຕ່ຍັງບໍ່ມີພາກສ່ວນໃດເຂົ້າມາແກ້ໄຂ ບັນຫາ ດັ່ງກ່າວ. ອີງຕາມປະຊາຊົນ ທີ່ບອກກ່າວນັ້ນປີນີ້ ຝູງຊ້າງແມ່ນມາຫຼາຍກວ່າ ສອງປີຜ່ານມາ ພ້ອມທັງ ຝູງຊ້າງດັ່ງກ່າວ ໄດ້ເຂົ້າມາ ປັກຫຼັກ ອາສັຍໃນເຂດບ້ານ ບ້ານສວນຢາ ບ້ານຫາດຍາວ ແລະ ບ້ານນໍ້າຫຼ້າ ເຊີ່ງປະຊາຊົນເອງ ກໍບໍ່ສາມາດ ເຮັດຫຍັງບໍ່ໄດ້ ມີແຕ່ລໍຖ້າ ທາງການ ເຂົ້າມາຊ່ອຍເຫຼືອ.

ປະຊາຊົນທີ່ອາສັຍຢູ່ໃນເຂດ ດັ່ງກ່າວ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽ ເສຣີ ດັ່ງຕໍ່ໄປນີ້ວ່າ ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.