ມ.ທຸລະຄົມນໍ້າຖ້ວມ ເສັງຫາຍ
2018.08.29
ນໍ້າຖ້ວມ 15 ບ້ານ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ເປັນຕົ້ນບ້ານທີ່ຢູ່ແຄມນໍ້າງື່ມ ເຊັ່ນບ້ານບຸ່ງພ້າວ, ບ້ານຫາດໄຊ, ບ້ານຈຸ້ມ ເຮັດໃຫ້ ຜົລປູກເສັຍຫາຍ ແລະສັດລ້ຽງຂອງປະຊາຊົນຕາຍຫລວງຫລາຍ ໃນຂນະທີ່ນໍ້າຍັງຖ້ວມສູງ ແລະຍື່ງຂຶ້ນ ນໍາເລຶ້ອຍໆ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກະສິກັມແລະປ່າໄມ້ ເມືອງທຸລະຄົມ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ສິງຫາ ນີ້:
"ທັງໝົດຢູ່ເມືຶອງເຮົານີ້ມີ 42 ບ້ານນໍ ແຕ່ວ່າສໍາລັບບ້ານລຽບງື່ມ ຖືວ່າມັນຖ້ວມເບິດ 14-15 ບ້ານ ຖ້ວມຫລາຍໆກ່ອນໝູ່ນີ້ ກໍເລີ້ມແຕ່ບຸ່ງພ້າວ ຫາດໄຊ ນາຄອງ ລິ່ງຊັນ ຕານປ່ຽວ ບ້ານຈຸ້ມ ບ້ານແຈ້ງ ຫາດຊວນ ແຕ່ວ່າການປະເມີນ ເຮົາຍັງບໍ່ທັນສາມາດ ປະເມີນໄດ້ວ່າ ມັນສິໜ້ອຍ ຫລາຍຊໍ່າໃດ ເພາະວ່ານໍ້າ ມັນກໍຍັງຂຶ້ນຕິກໆຢູ່ ສັດລ້ຽງນີ້ເຮົາ ກໍຍັງເກັບບໍ່ໄດ້ວ່າ ມັນຕາຍຈັກໂຕ ເມື່ອວານນີ້ກັບມື້ນີ້ ຂະເຈົ້າຍັງຂົນສັດລ້ຽງ ອອກຈາກທີ່ຕໍ່າຂຶ້ນມາຢູ່ສູງຢູ່."
ທ່ານກ່າວຕື່ມວ່າສາເຫດຫຼັກ ທີ່ເຮັດໃຫ້ນໍ້າບໍ່ບົກລົງ ແມ່ນຍ້ອນຝົນຍັງຕົກຢ່າງຕໍ່ເນື່ອງ ແລະເຂື່ອນນໍ້າງື່ມປ່ອຍນໍ້າລົງມາໃສ່ຕື່ມ, ເຮັດໃຫ້ ນໍ້າຖ້ວມຂັງ, ຖ້ວມບ້ານເຮືອນປະຊາຊົນແຄມນໍ້າງື່ມ ມາຕັ້ງແຕ່ມື້ວັນທີ 20 ສິງຫາ ແລະນໍ້າຂຶ້ນແຮງ ມາແຕ່ມື້ວັນທີ 23 ສິງຫາ ຈົນເຖິງມື້ນີ້.
ເວົ້າເຖິງເຣຶ່ອງການຊ່ອຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກນໍ້າຖ້ວມຄັ້ງນີ້ ແມ່ນເປັນໄປດ້ວຍຄວາມລໍາບາກ ຍ້ອນຣະດັບນໍ້າ ຍັງສູງຢູ່ ແລະເຣຶ່ອງການເກັບກໍາຂໍ້ມູນ ກ່ຽວກັບຜົລເສັຍຫາຍ ກໍຍັງບໍ່ລະອຽດ ຕ້ອງໄດ້ລໍຖ້ານໍ້າບົກລົງກ່ອນ ໃນຂນະທີ່ມີ ການຄາດກັນວ່າ ໃນອາທິດນີ້ ນໍ້າຈະຍັງຖ້ວມຂັງຢູ່.
ເຈົ້າໜ້າທີ່ຝ່າຍປົກຄອງເມືອງທຸລະຄົມ ເວົ້າເຖິງການຊ່ອຍເຫລືອ ຂອງທາງການວ່າ ຫຼາຍພາກສ່ວນ ໄດ້ໄປປະຈໍາຢູ່ເຂດນໍ້າຖ້ວມ ເພື່ອຊ່ອຍ ດ້ານນໍ້າດື່ມ ແລະອາຫານແຫ້ງ. ດັ່ງທີ່ທ່ານກ່າວໃນມື້ດຽວກັນນັ້ນວ່າ:
"ຂະເຈົ້າລົງປະຈໍາຢູ່ຫັ້ນເລີຍ ເພາະວ່າພໍ່ແມ່ປະຊາຊົນຂະເຈົ້າຢູ່ກິນກໍຍາກ ທາງຖືກຕັດຂາດເລີຍດະ ແນວຢູ່ແນວກິນຄືແບບວ່ານໍ ເປັນບ້ານ ທີ່ວ່າເຂົາເຈົ້າປູກເຄື່ອງຄົວ ຂອງສວນຊີ້ນະ ບັດນີ້ນໍ້າຖ້ວມຕາຍໄປເບິດ ແລ້ວມາຕລາດມາອີ່ຫຍັງສິນະ ກໍຍາກເດ້."
ນາງກ່າວຕື່ມອີກວ່າ ທາງຫ້ອງການປົກຄອງເມືອງ ໄດ້ປະສານກັບເຈົ້າໜ້າທີ່ ກູ້ພັຍນະຄອນຫຼວງວຽງຈັນ ແລະທະຫານ ເຣຶ່ອງການຊ່ອຍຂົນ ເຄຶ່ອງຂອງ ແລະສັດລ້ຽງຂອງປະຊາ ຊົນ ໄປສະຖານທີ່ປອດພັຍແລ້ວ.