ສວັນນະເຂດນໍ້າຖ້ວມໜັກ ໃນຮອບ 42 ປີ

ແຂວງສວັນນະເຂດ ນໍ້າຖ້ວມ ໜັກທີ່ສຸດ ໃນຮອບ 42 ປີ ປະຊາຊົນ 8 ເມືອງ ໃນແຂວງ ເຂົ້າຂັ້ນວິກິດ, ທາງການ ໄດ້ເຄື່ອນຍ້າຍ ຊາວບ້ານ ອອກຈາກເຮືອນ ໄປຢູ່ສູນ ຊົ່ວຄາວ.

ເຫດການທີ່ບ້ານວັງຄົດ ທີ່ມີທັງທາງການ ແລະ ຊາວບ້ານວັງຄົດ ກັບຄືນໄປສໍາຣວດ ຄວາມເສັຽຫາຍໃນບ້ານ. ນັກຂ່າວພົລເມືອງ

ປັດຈຸບັນແຂວງສວັນນະເຂດ ກຳລັງປະຊີນກັບນໍ້າຖ້ວມໜັກ ຫຼ້າສຸດວັນທີ 21 ຕຸລາ 20 ຜ່ານມາ ສື່ພາຍໃນທ້ອງຖິ່ນຣາຍງານວ່າເຊບັງຫຽງ ນໍ້າຍັງເພີ່ມຣະດັບຂຶ້ນຕໍ່ເນື່ອງ ປັດຈຸບັນຢູ່ທີ່ 18,50 ແມັດ ກາຍຂີດ ອັນຕະຣາຍ ມາ 3,50 ແມັດ. ນັບແຕ່ແຕ່ວັນທີ 18 ຕຸລາ ເປັນຕົ້ນມາ ຝົນຍັງຕົກຢ່າງຕໍ່ເນື່ອງ ເຊິ່ງໄດ້ຮັບອິດທິພົນມາຈາກລົມພະຍຸ ໝູນເຂດຮ້ອນ ທີ່ພັດຜ່ານພາກກາງ ແລະ ພາກໃຕ້ຂອງລາວ.

ກ່ອນໜ້ານີ້ ເມື່ອວັນທີ 08 ຕຸລາ 20 ຜ່ານມາ ຫຼາຍເມືອງຂອງແຂວງສວັນນະເຂດ ກໍ່ໄດ້ຮັບຜົລກະທົບ ຈາກອິດທິພົນຂອງພະຍຸນີນຟາ ເຮັດ ໃຫ້ຫຼາຍເຂດຊານເມືອງເຊໂປນ ແລະ ບາງສ່ວນຂອງເມືອງພີນ ຖືກນໍ້າຖ້ວມແຕ່ກໍບໍ່ໜັກໜ່ວງ.

ໃນຂນະທີ່ພະຍຸໝູນເຂດພັດເຄື່ອນເຂົ້າແຂວງສວັນນະເຂດ ໃນຣະຫວ່າງວັນທີ 18 ຕຸລາ ເຮັດໃຫ້ຝົນຕົກໜັກຕິດຕໍ່ກັນ ຫຼາຍວັນສົ່ງຜົລໃຫ້ 08 ເມືອງຂອງແຂວງສວັນນະເຂດ ນໍ້າຖ້ວມ ເຂົ້າຂັ້ນວິກິດຈາກ ນໍ້າເຊບັງຫຽງ ແລະ ແມ່ນໍ້າສາຂາຕ່າງໆ ເພີ່ມຣະດັບຂື້ນພ້ອມທັງ ເຂື່ອນ ເຊລະນອງ-1 ກໍ່ໄດ້ຣະບາຍນໍ້າອອກຈາກເຂື່ອນ ເນື່ອງຈາກບໍ່ສາມາດຮັບມວນນໍ້າມະຫະສານ.

ທາງຄະນະກັມມະການແກ້ໄຂ ພັຍພິບັດຂັ້ນແຂວງ ໄດ້ຣາຍງານວ່າປັດຈຸບັນມີ 8 ເມືອງ ຖືກນໍ້າຖ້ວມ ໃນນັ້ນຮວມມີ ເມືອງເຊໂປນ ເມືອງ ນອງ, ເມືອງວິລູບູລີ, ເມືອງພີນ ແລະອີກ 4 ເມືອງ ທີ່ຢູ່ຕອນລຸ່ມລຽບ ຕາມລຳແມ່ນໍ້າເຊບັງຫຽງ ເຊັ່ນເມືອງຊົນນະບູລີ, ເມືອງຈຳພອນ, ເມືອງສອງຄອນ ແລະ ເມືອງທ່າປາງທອງ.

ໃນນີ້ມີເມືອງເຊໂປນ, ເມືອງນອງ ແລະ ເມືອງພີນ ຖ້ວມໜັກກວ່າໝູ່ ຈົນໄດ້ໂຍກຍ້າຍ ປະຊາຊົນອອກຈາກເຮືອນໄປຢູ່ສູນຊົ່ວຄາວ ທີ່ ທາງການຈັດໄວ້ໃຫ້ ໃນແຕ່ລະເມືອງ. ຜົລເສັຍຫາຍ ວິກິດນໍ້າຖ້ວມໃນຄັ້ງນີ້ ປະຊາຊົນເມືອງເຊໂປນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 20 ຕຸລາ ວ່າ ທີ່ສຳຄັນກໍ່ແມ່ນນາປີ ເຂົ້າກ່ຽວ ບໍ່ທັນນໍ້າຖ້ວມໝົດ.

"ນໍ້າຖ້ວມເມືອງເຊໂປນ ມາຖ້ວມໃນໄລຍະທີສອງໜັກເນາະ ຂນະນີ້ເນາະເພາະວ່າຖ້ວມຮອດຫຼັງຄາເຮືອນ ຫຼັງຄາຊານ ໝູໝາງົວຄວາຍ ເປັດໄກ່ໄຫຼໄປ. ຫຼັກ ໆ ການເຄື່ອງປູກຂອງຝັງ ນີ້ເນາະ.ເຣື້ອງການຜົລ ເກັບກ່ຽວ ໃນນາເຂົ້າກາໄດ້ຮັບຜົລເສັຍຫາຍເໝິດເລີຍເນາະ."

ເຂົ້ານາຂອງປະຊາຊົນເມືອງນອງ ກໍ່ເສັຍຫາຍເຊັ່ນກັນພີ່ນ້ອງ ກໍ່ເກັບກ່ຽວບໍ່ທັນນອກຈາກນີ້ຍັງ ເຮືອນຊານບ້ານຊ່ອງ ແລະຜົລຜລິດກະສີິ ກັມແລະສັດລ້ຽງ ຂອງຊາວບ້ານເສັຍຫາຍ ຈຳນວນຫຼາຍດັ່ງຊາວບ້ານເມືອງນອງ ໄດ້ກ່າວວ່າ:

"ເມື່ອສະຖານະການນໍ້າຖ້ວມ ໃນຂນະນີ້ຍັງໜ້າເປັນຫ່ວງ ເພາະຣະດັບ ນໍ້າໄດ້ເພີ່ມສູງຂຶ້ນເຣື້ອຍໆເນາະ ແລະເຮັດນາເຂົ້າຂອງປະຊາຊົນ ໄດ້ເສັຍຫາຍຢ່າງໜັກໜ່ວງ ພໍ່ແມ່ປະຊາຊົນ ບາງສ່ວນກໍໄດ້ເກັບກູ້ ກ່ຽວເຂົ້າ ຢ່າງຮີບດ່ວນ ແຕ່ກໍຍັງບໍ່ທ່ວງທັນເທື່ອ.".

ປັດຈຸບັນອົງການປົກຄອງແຂວງ ແລະຄະນະກັມການແກ້ໄຂພັຍພິບັດ ໄດ້ຢັ້ງຢືນຕໍ່ພວກເຮົາວ່າ ກຳລັງເລັ່ງຣະດົມການຊ່ອຍເຫຼືອເບື້ອງຕົ້ນ ໃຫ້ກັບປະຊາຊົນເປັນຕົ້ນ ແມ່ນເຄື່ອງອຸປໂພກ, ບໍຣິໂພກ ແລະ ໄດ້ ເຄື່ອນຍ້າຍປະຊາຊົນ ອອກຈາກເຂດນໍ້າຖ້ວມ ໂດຍມີຄະນະຂອງ 8 ເມືອງ ເປັນຜູ້ປະສານງານ ແລະ ລົງປະຕິບັດໂຕຈີງ. ດັ່ງເຈົ້າໜ້າທີ່ແກ້ໄຂພັຍພິບັດ ໄດ້ກ່າວໃນຂນະທີ່ກຳ ລັງລົງປະຕິດບັດງານໃນພື້ນທີ່ ສູນຊົ່ວຄາວວ່າ:

"ການປະຕິຂັ້ນເມືອງ ກໍໄດ້ມີການປະຊຸມໄດ້ລົງຕິດຕາມ ເກັບກໍາສະພາບ ນໍ້າຖ້ວມໃກ້ຊິດ ເປັນຕົ້ນແມ່ນຢູ່ຄຸ້ມບ້ານ ລະຫານໍ້າ ຖ້ວມໜັກ, ສອງຄອນ ກຸ່ມບ້ານທີ10 ທ່າແຍງ ກຸ່ມບ້ານທີ 6 ແກ້ງບຸນ ລຽບຕາມແຄມ ເຊບັງຫຽງ ອ້າຍນ້ອງປ້ອງກັນຄວາມສງົບ ອ້າຍນ້ອງ ປ້ອງກັນຊາດ ກໍໄດ້ສຸມໃສ່ຊ່ອຍເຫຼືອ ປະຊາຊົນຂົນເຄື່ອງ ຂົນຂອງຂື້ນມາບ່ອນທີ່ສູງໝົດແລ້ວ."

ປັດຈຸບັນເຖິງແມ່ນວ່າຈະມີບາງພື້ນທີ່ ນໍ້າໄດ້ບົກແຫ້ງແຕ່ຜົລເສັຍຫາຍ ນັ້ນຍັງປະເມີນບໍ່ທັນໄດ້ ຊັດເຈນ. ສ່ວນແຜນການຊ່ອຍເຫຼືອ ປະຊາຊົນ ທາງຄະນະແກ້ໄຂພັຍພິບັດ ກໍ່ຍັງຕ້ອງດຳເນີນໄປອີກ ໄລຍະນຶ່ງເພາະວ່າ ຍັງຈະມີພະຍຸເຂົ້າມາອີກ. ດັ່ງເຈົ້າໜ້າທີ່ແກ້ໄຂ ພັຍພິບັດອີກທ່ານນຶ່ງໄດ້ກ່າວວ່າ:

"ເຣື້ອງການຊ່ອຍເຫຼືອ ການນໍາຂັ້ນແຂວງ ແລະ ຜູ້ປະກອບການພາຍໃນ ເມືອງຮ່ວມມືກັບປະຊາຊົນ ພາຍໃນເມືອງ ຮ່ວມກັນຊ່ອຍເຫຼືອ ເປັນຕົ້ນ ເຂົ້າປອງປາອາຫານ ແຫ້ງ ນໍ້າເຄຶ່ອງນຸ່ງເຄື່ອງໃຊ້ ໃນເຮືອນຄົວ."

ສະຖານນະການຫຼ້າສຸດ ເມື່ອວັນທີ 21 ຕຸລາ 20 ຜ່ານມາ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ໄດ້ແຈ້ງວ່າ ປັດຈຸບັນ ບາງເມືອງ ນໍ້າໄດ້ບົກແຫ້ງແລ້ວ ແຕ່ຍັງ ບໍ່ປົກກະຕິ ຍັງມີອີກ 2 ເມືອງຈາກ 8 ເມືອງ ທີ່ຖືກນໍ້າຖ້ວມພາຍໃນແຂວງຄື ເມືອງສອງຄອນ ແລະ ເມືອງຈຳພອນ ເຊີ່ງຍັງມີການເຄື່ອນຍ້າຍ ປະຊາຊົນ ອອກຈາກເຂດນໍ້າຖ້ວມ ຍ້ອນນໍ້າເຊຈຳພອນ ແລະ ເຊບັງຫຽງ ຍັງສືບຕໍ່ເພີ່ມ ຣະດັບຂຶ້ນຢ່າງໄວວາ ໂດຍສອງເມືອງດັ່ງກ່າວຢູ່ເຂດ  ລຸ່ມຂອງສາຍນໍ້າທີ່ໄຫຼມາໂຮມກັນ ແລະ ເຮັດໃຫ້ເພີ່ມຣະດັບຂື້ນ.

ຜແນກແຮງງານຍັງຣະບຸອີກວ່າ 8 ເມືອງທີ່ຖືກນໍ້າຖ້ວມນ້້ນຮວມມີ 90 ບ້ານ 2,874 ຄອບຄົວຕົກເປັນ 15,764 ຄົນທີ່ໄດ້ຮັບຜົລກະທົບ. ໃນຂນະທີ່ບາງຄອບຄົວ ກໍໄດ້ກັບ ເມື່ອບ້ານແລ້ວ ແຕ່ຍັງມີຫຼາຍ ຄອບຄົວທີ່ອາສັຍຢູ່ສູນພັກຊົ່ວຄາວ ຍ້ອນວ່ານໍ້າຍັງບົກແຫ້ງບໍ່ ເປັນປົກກະຕິ ແລະ ບາງຄອບຄົວເຮືອນຖືກນໍ້າຊຸຖັ່ງໄຫຼໄປກັບສາຍນໍ້າ ເຊັ່ນບ້ານວັງຄົດທີ່ຖືກ ກະແສນໍ້າພັດເຮືອນ ໄປເຖີງ 23 ຫຼັງຍັງເຫຼືອແຕ່ຕໍ, ສ່ວນ ເຈົ້າຂອງເຮືອນກໍ່ ເອົາຫຍັງໄປ ບໍ່ໄດ້ເຫຼືອແຕ່ເຄື່ອງຄາຄີງ.

ສ່ວນເມືອງເຊໂປນທີ່ຖືກນໍ້າຖ້ວໜັກນັ້ນ ເຈົ້າໜ້າທີ່ໄດ້ໃຫ້ຣາຍລະອຽດວ່າ ເມືອງເຊໂປນ 60 ບ້ານ ໄດ້ຮັບຜົລກະທົບ ຖືກນໍ້າຖ້ວມ 40 ບ້ານ, 1,781 ຫຼັງຄາເ ຮືອນ, 2,029 ຄອບຄົວເຮືອນເປເພ 33 ຫຼັງ, ເນື່ອທີ່ນາເສັຍຫາຍ 1,752 ເຮັກຕ້າ, ນອກຈາກນີ້ທາງເປເພເສັຍຫາຍ ຫຼາຍແຫ່ງ ແລະ ໄຟຟ້າຢຸດຈ່າຍໄຟ ຊົ່ວຄາວ.

ທາງເມືອງພີນ ເປັນອີກເມືອງນຶ່ງ ທີ່ໄດ້ຮັບຜົລເສັຍຫາຍໜັກ ເຊັ່ນກັນ 36 ບ້ານ ໄດ້ຮັບຜົລກະທົບ 11 ບ້ານ ຖືກນໍ້າຖ້ວມ ມີ 331 ຫຼັງຄາ ເຮືອນຮວມ 995 ຄອບຄົວ ພົລເມືອງ 7,717 ຄົນ ເນື້ອທີ່ນາເສັຍຫາຍ 556 ເຮັກຕ້າ

ເມືອງນອງໄດ້ຮັບຜົລກະທົບ 39 ບ້ານ ມີ 560 ຫຼັງຄາເຮືອນ ເນື້ອທີ່ນາ ເສັຍຫາຍ 925 ເຮັກຕ້າ ໂຄງຮ່າງພື້ນຖານ ເຊັ່ນຖນົນຫົນທາງ ເສົາໄຟຟ້າ ເສັຍຫາຍ ເປັນຈຳນວນຫຼາຍ.

ໃນຕອນທ້າຍທ່ານສະຫຼຸບວ່າ ເປັນນໍ້າຖ້ວມໜັກ ໃນຮອບ 42 ປີ ຂອງແຂວງສວັນນະເຂດ ທີ່ຜ່ານມາກໍ່ມີນໍ້າຖ້ວມ ແຕ່ເມືື່ອທຽບໃສ່ປີນີ້ ຖືວ່າເປັນປີທີ່ຮ້າຍແຮງຫຼາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org