ມ.ໄຊທານີ ລອຍນະທີ

ສຸພັດຕາ
2018.09.06
F-flood-saythany ສະພາບນໍ້າຖ້ວມ ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ
RFA/LX

ນ້ຳງື່ມໄດ້ເພີ້ມຣະດັບຂຶ້ນສູງສຸດໃນຮອບ 10 ປີ, ພາຍຫຼັງທີ່ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ສືບຕໍ່ປ່ອຍນ້ຳອອກຫຼາຍຂຶ້ນ ເຮັດໃຫ້ນໍ້າເຂົ້າຖ້ວມ ບ້ານເຮືອນ ຂອງພໍ່ແມ່ປະຊາຊົນ ໃນເຂດລ້ອງງື່ມເມືອງໄຊທານີ, ນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນບ້ານນາກຸງ, ບ້ານຫາດກ້ຽງ, ບ້ານ ໂນນຄໍ້, ບ້ານໜອງສອງຫ້ອງ, ບ້ານເວີນຄຳ, ບ້ານໜອງໂນ ແລະອີກຫຼາຍ 10 ບ້ານ ໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ.

ມາຮອດມື້ນີ້, ນ້ຳງື່ມໄດ້ຖ້ວມຂັງມາເປັນເວລາ 2 ສັປດາແລ້ວ ແລະຍັງບໍ່ມີທ່າທີວ່າຈະຫຼຸດລົງ ເຮັດໃຫ້ນ້ຳຖ້ວມເປັນບໍຣິເວນກວ້າງອອກໄປ ເລື້ອຍໆ, ປະຊາຊົນຫຼາຍພັນຄອບຄົວ ໄດ້ຮັບຜົລກະທົບ ແລະ ຊາວບ້ານໄດ້ຮັບຄວາມລຳບາກ ໃນການໃຊ້ ຊີວິດປະຈຳວັນ, ໂດຍສະເພາະ ເຣື້ອງຫ້ອງນ້ຳ ແລະນ້ຳດື່ມນ້ຳໃຊ້ ທີ່ເຣີ້ມຂາດແຄນ. ດັ່ງຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກນ້ຳງື່ມຖ້ວມ ໃນເຂດເມືອງໄຊທານີ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກັນຍາ ນີ້ວ່າ:

“ເອີ້ກະຢາກວ່າຖ້ວມໜັກໄດ໋ຊ້ວງນີ້. ໂອ້ລຳບາກແທ້ ເພາະວ່າສ່ວນຫຼາຍກະເວົ້າເຣື້ອງຫ້ອງນ້ຳ ຫັ້ນແຫຼະ ກັບນ້ຳໃຊ້ນ້ຳກິນ ເພາະວ່ານ້ຳໃຊ້ນີ້ ກະຢາກວ່າຫັ້ນແຫຼະ ນ້ຳຖ້ວມນ້ຳສ້າງ. ສ່ວນຫຼາຍກະໃຊ້ນ້ຳສ້າງເນາະ ລະບາດນີ້ນ້ຳມັນຖ້ວມ ລະມັນກະຄືວ່າ ຫັ້ນແຫຼະ, ມັນກະບໍ່ມີນ້ຳໃຊ້ ກະໄດ້ໃຊ້ແຕ່ນ້ຳ ຈຳເປັນແດ່ກະໄດ້ໃຊ້ນ້ຳເປື້ອນໆຫັ້ນແຫຼະ."

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ມີຊາວບ້ານຈຳນວນຫຼາຍເຣີ້ມຂາດເຂົ້າປາອາຫານ ແລະ ນ້ຳດື່ມແລ້ວ ແລະຢາກຮຽກຮ້ອງໃຫ້ພາກສ່ວນ ກ່ຽວຂ້ອງ ເຂົ້າມາຊ່ອຍເຫຼືອ:

“ໂອກະສ່ວນຫຼາຍມັນກະ ຄັນອາຫານສຸກ ມັນບໍ່ອັນນັ້ນ ກະຊິເປັນໝີ່ແຫ້ງບໍ່ ລະກະນ້ຳດື່ມຊີ້ຫັ້ນແຫຼະສ່ວນໃຫຍ່ຫັ້ນ. ອາຫານພວກກະປ໋ອງ ເບາະ ປາກະປ໋ອງບໍ່ ຫຼືວ່າພວກໝີ່ແຫ້ງກະຄືວ່າຫັ້ນແຫຼະ."

ໃນຂນະດຽວກັນ, ເຈົ້າເມືອງ ເມືອງໄຊທານີ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ້ ໃນມື້ດຽວກັນນີ້ວ່າ ນ້ຳຖ້ວມຄັ້ງນີ້ ເຮັດໃຫ້ເຂດເມືອງໄຊທານີ ໄດ້ຮັບຜົລກະທົບເສັຽຫາຍຢ່າງກວ້າງຂວາງ, ແຕ່ກໍຍັງບໍ່ສາມາດປະເມີນ ຄວາມເສັຽຫາຍໄດ້ເທື່ອ ເພາະຣະດັບນ້ຳ ຍັງບໍ່ທັນຄົງທີ່ ແລະ ພາກສ່ວນກ່ຽວຂ້ອງ ກໍພວມເລັ່ງມືຊ່ອຍເຫຼືອປະຊາຊົນ ໃຫ້ມາຢູ່ເຂດທີ່ປອດພັຍກ່ອນ:

“ໃນຜົລກະທົບນີ້, 1-ມາລະນ້ຳຖ້ວມເນື້ອທີ່ການຜລິດຂອງປະຊາຊົນ ອັນທີ 2 ລະແມ່ນປະຊາຊົນເຣີ້ມຍົກຍ້າຍ ເປັນຕົ້ນບ່ອນຢູ່ບ່ອນອາໃສ ຂຶ້ນມາຢູ່ບ່ອນປອດພັຍ. ອັນທີ 3 ລະແມ່ນກ່ຽວກັບເຣື້ອງເນື້ອທີ່ສັດລ້ຽງຕ່າງໆ ຂະເຈົ້າຫັ້ນແຫຼະ ຣະດັບນ້ຳ ມັນກະບໍ່ທັນຢູ່ຕົວ. ຜົລເສັຽຫາຍ ດ້ານຜົລຜລິດນີ້ ກະບໍ່ສາມາດກຳນົດໄດ້ລະອຽດຈະແຈ້ງ. ແຕ່ລະບ້ານນີ້ກະບໍ່ແນ່ ດຽວນີ້ມັນຍັງຂຶ້ນຢູ່, ດຽວນີ້ແຖວດ່ານຊ້າງ ແຖວຈະເຣີນໄຊ ບ້ານຫ້ວຍແດນເມືອງກະພວມຄຶບຢູ່."

ປັດຈຸບັນຫ້ອງນໍ້າຂອງປະຊາຊົນຖືກນ້ຳຖ້ວມໝົດ ແລະບໍ່ພຽງແຕ່ທໍ່ນັ້ນໄຟຟ້າກໍຖືກຕັດ ຊາວບ້ານບໍ່ມີໄຟຟ້າໃຊ້ຫຼາຍມື້ແລ້ວ ແລະຕົກຄ່ຳມາ ກໍພາກັນໄຕ້ທຽນ ຫຼືໄຕ້ກະຕຽງເພື່ອໃຫ້ມີແສງສະຫວ່າງ.

ນອກຈາກນີ້ ໂຮງຮຽນຫຼາຍແຫ່ງໃນເຂດເມືອງໄຊທານີ ສ່ວນໃຫຍ່ຍັງບໍ່ສາມາດເປີດສົກຮຽນໄດ້ ຢ່າງເປັນທາງການເທື່ອ ຍ້ອນຫ້ອງຮຽນແລະ ໂຕະຕັ່ງ ຍັງຖືກນໍ້າຖ້ວມຢູ່ ແລະ ເຖິງແມ່ນວ່າ ມີບາງໂຮງຮຽນໄດ້ເປີດສົກຮຽນ ກ່ອນໜ້ານີ້ແລ້ວ, ແຕ່ທາງໂຮງຮຽນ ກໍໄດ້ປະກາດໂຈະ ການຮຽນການສອນ ຢ່າງກະທັນຫັນ ເພາະນັກຮຽນບໍ່ສາມາດເດີນທາງໄປໂຮງຮຽນໄດ້ ຍ້ອນຖນົນຫົນທາງຖືກຕັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.