ຂ.ຄໍາມ່ວນນໍ້າຖ້ວມ 10 ເມືອງ

ໄຊຍາ
2018.07.30
f-khammuan ວັນທີ 30/07/2018 ສະພາບນໍາຖ້ວມ ບ້ານໂພວາ ເມືອງມະຫາໄຊ ແຂວງຄຳມ່ວນ.
ຖອນພາບ ຈາກ : ຄົນຮັກການບິນ

ປະຊາຊົນ 297 ບ້ານ 13,589 ຄອບຄົວທັງໝົດ 10 ເມືອງ ຢູ່ແຂວງຄຳມ່ວນ ໄດ້ຮັບຜົລກະທົບ ຍ້ອນຖືກນໍ້າຖ້ວມໜັກ ຖະໜົນຫົນທາງ ຖືກຕັດຂາດ ປະຊາຊົນຕ້ອງໄປ-ມາ ໂດຍທາງເຮືອ. ສະເພາະເມືອງມະຫາໄຊ ກໍ່ຖືກນໍ້າຖ້ວມໝົດເມືອງ ປະຊາຊົນ ທັງໝົດ 50 ບ້ານ ໄດ້ຮັບຜົລກະທົບ. ດັ່ງເຈົ້າໜ້າທີ່ ຫ້ອງວ່າການປົກຄອງເມືອງ ເມືອງມະຫາໄຊ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ນີ້ວ່າ:

"ກໍຍັງຂຶ້ນຢູ່ ຂຶ້ນຢູ່ 16,81 ແມັດ ເລີຍແຫລະ ຖ້ວມລວດໝົດເລີຍ ທາງກໍ່ສັນຈອນບໍໄດ້ແຫລະ ນໍ້າຖ້ວມເລີຍ 50 ບ້ານ."

ເຈົ້າໜ້າທີ່ກ່າວຕື່ມວ່າ ຂນະນີ້ຣະດັບນໍ້າຖ້ວມ ຢູ່ແຂວງຄຳມ່ວນ ຍັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແລະໄຫລແຮງ ສ່ວນຣະດັບນໍ້າ ເຊບັ້ງໄຟໃນມື້ນີ້ ວັດແທກຣະດັບໄດ້ 16,81 ແມັດ ເກີນຣະດັບເຕືອນພັຍເກືອບ 2 ແມັດ ເຮັດໃຫ້ນໍ້າເຊບັ້ງໄຟ ໄຫລເຂົ້າຖ້ວມ ບ້ານເຮືອນປະຊາຊົນ ແລະ ທົ່ງນາເປັນວົງກ້ວາງ.

ການປະເມີນຜົລກະທົບເບື້ອງຕົ້ນ ຂອງຜແນກກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ພົບວ່າ ທົ່ງນາທີ່ກຳລັງປູກເຂົ້າ ໃນຂນະນີ້ຖືກນໍ້າຖ້ວມ ແລ້ວ 21,680 ເຮັກຕ້າ. ເຈົ້າໜ້າທີ່ຫ້ອງວ່າການປົກຄອງເມືອງ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ, ໃນມື້ດຽວກັນວ່າຂໍ້ມູນທີ່ ຣາຍງານໄປນັ້ນ ຍັງເປັນຂໍ້ມູນເບື້ອງຕົ້ນ ທີ່ໄດ້ຮັບຣາຍງານຈາກເມືອງຕ່າງໆ ສ່ວນຂໍ້ມູນຣະອຽດ ຍັງບໍ່ສາມາດເກັບກຳໄດ້ເທື່ອ ຍ້ອນວ່າ ນໍ້າຍັງຖ້ວມສູງຢູ່ ແລະຫລາຍບ້ານຖືກຕັດຂາດ. ດັ່ງທ່ານກ່າວຕື່ມວ່າ:

"ຂໍ້ມູນເບື້ອງຕົ້ນມັນຍັງບໍ່ໄດ້ຣາຍງານ ເປັນທາງການເນາະ ກຳລັງລົງຍັງມີທີມງນ ເພີ່ມລົງໄປ ເກັບຂໍ້ມູນຄືນເພາະວ່າ ມັນຖ້ວມຫລາຍ ແລະ ຍັງບໍ່ຮູ້ຜົລກະທົບ ທັງໝົດ ກໍ່ຖ້ວມຫລາຍ."

ປະຈຸບັນ ປະຊາຊົນຫລາຍສິບພັນຄົນໃນ 10 ເມືອງ ຂອງແຂວງຄຳມ່ວນ ຍັງຂາດເຂີນອາຫານ ນໍ້າດື່ມ ເຄື່ອງນຸ່ງຫົ່ມ ແລະຢາປົວພຍາດ ເພາະຫລາຍບ້ານ ເຈົ້າໜ້າທີ່ທາງການແຂວງ ກໍຍັງເຂົ້າໄປຊ່ວຍເຫລືອໄດ້ບໍ່ໝົດ ເພາະເຄື່ອງແຈກຢາຍມີບໍ່ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.