ຂ.ຄໍາມ່ວນ 10 ເມືອງ ລອຍນະທີ
2018.08.03

ມາຮອດວັນທີ 01 ເດືອນສິງຫາ ໃນແຂວງຄຳມ່ວນ ຈໍານວນບ້ານທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມມີທັງໝົດ 397 ບ້ານຮວມເປັນ 13 ພັນຄອບຄົວ ເນື້ອທີ່ນາຖືກຖ້ວມ 28 ພັນປາຍເຮັກຕ້າ.
ນັບແຕ່ວັນທີ 17 ກໍຣະກະດາ ມາເຖິງ 30 ກໍຣະກະດາ ນໍ້າເຊບັ້ງໄຟໄດ້ເພີ່ມຣະດັບຂຶ້ນຢ່າງຕໍ່ເນື່ອງ ສາເຫດມາຈາກເຂື່ອນ ໄຟຟ້ານໍ້າເທີນ 2 ຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ປ່ອຍນໍ້າລົງຄອງເໝືອງ ສົ່ງນໍ້າລົງສູ່ແມ່ນ້ຳເຊບັ້ງໄຟ, ໂດຍ ທ່ານ ດູສິດ ພົມມະຈັນ ຫົວໜ້າ ເຂື່ອນໄຟຟ້ານໍ້າເທີນ 2 ໄດ້ກ່າວຕໍ່ຊື່ມວນຊົນວ່າ ການບໍຣິຫານນ້ຳ ຢູ່ອ່າງຈັດເກັບນ້ຳ ໃນນໍ້າເທີນ2 ປະຈຸບັນ ບໍຣິມາດນໍ້າໃນອ່າງປະມານ 2.600 ລ້ານແມັດກ້ອນ, ນໍ້າເຕັມອ່າງປະມານ 3.900 ລ້ານແມັດກ້ອນ, ເຊິ່ງເນື້ອທີ່ສາມາດ ຮັບນໍ້າໄດ້ຍັງເຫລືອຢູ່ ປະມານ 1.300 ລ້ານ ແມັດກ້ອນ.
ປະຈຸບັນຝົນຍັງຕົກຕໍ່ເນື່ອງ ໂຄງການໄຟຟ້າເທີນ2 ຈະຕ້ອງຫລຸດອັດຕຣາການປ່ອຍນ້ຳ ອອກສູ່ນ້ຳເຊບັ້ງໄຟ ເມື່ອອັດຕຣາ ການໄຫລຂອງ ນ້ຳເຊບັ້ງໄຟ ຢູ່ເມືອງມະຫາໄຊຂຶ້ນຮອດຣະດັບ 14,4 ແມັດ.
ຄນະກັມມະການຄວບຄຸມແລະປ້ອງກັນພັຍພິບັດ ແຂວງຄຳມ່ວນໄດ້ຣາຍງານວ່າມາເຖິງປະຈຸບັນ ສະພາບນໍ້າຖ້ວມຍັງຄົງຖ້ວມ ໃນຣະດັບ ສູງຖືວ່າຮ້າຍແຮງໃນ 10 ເມືອງຂອງແຂວງຄຳມ່ວນ ແລະຣະດັບນໍ້າຍັງບໍ່ຫລຸດລົງ. ດັ່ງທ່ານໄດ້ກ່າວວ່າ ຕໍ່ວິທຍຸເອເຊັຍເສຣີ ວ່າ:
"ເຊັ່ນຣະດັບນໍ້າຢູ່ເມືອງບົວລະພານີ້ ກະຕລາດ ເຮືອນກະຖ້ວມໝົດແລ້ວເນາະ ຮ້ານຂາຍເຄື່ອງກໍ່ຖ້ວມໝົດ ແຕ່ບໍ່ຖ້ວມຂຶ້ນຮອດ ຫ້ອງການ ແຕ່ບາງບ່ອນກະຖ້ວມຮອດ ຫລັງຄາເຮືອນພຸ້ນແຫລະ ເພາະມັນມີເຮືອນກໍ່ເຮືອນສູງແດ່ ຖືວ່າຢູ່ໄດ້ແຕ່ຊັ້ນສອງ ຊັ້ນນື່ງຢູ່ບໍ່ໄດ້."
ແຂວງຄຳມ່ວນ ນໍ້າຖ້ວມ 337 ບ້ານ, ຮວມ 13 ພັນປາຍຄອບຄົວ ໃນນັ້ນທີ່ໄດ້ຮັບຜົລກະທົບມີ 10 ເມືອງ ຕັ້ງຢູ່ລຽບຕາມລຳນໍ້າເຊບັ້ງໄຟ ເປັນຕົ້ນ; ເມືອງບົວລະພາ, ເມືອງໜອງບົກ, ເມືອງຫີນບູນ, ເມືອງເຊບັ້ງໄຟ. ເມືອງມະຫາໄຊ. ເມືອງຍົມມະລາດ. ເມືອງທ່າແຂກ, ເມືອງ ໄຊບົວທອງ, ເມືອງຄຸນຄຳ ແລະເມືອງນາກາຍ. ໃນນີ້ ເມືອງມະຫາໄຊ ຖ້ວມໜັກກວ່າໝູ່, ມີ 60 ກວ່າບ້ານ, ຖ້ວມແລ້ວ 50 ກວ່າບ້ານ.
ສ່ວນເນື້ອທີ່ ນາປີ 25 ພັນປາຍເຮັກຕາ ຖືກນໍ້າຖ້ວມ ໃນນັ້ນເສັຍຫາຍໄປແລ້ວ 2 ພັນປາຍເຮັກຕ້າ. ໂຄງລ່າງພື້ນຖານ ເປັນຕົ້ນແມ່ນ ຣະບົບໄຟຟ້າ, ເສັ້ນທາງຄົມມະນາຄົມ ຖືກຕັດຂາດຫລາຍຈຸດ, ນອກນັ້ນຍັງມີສັດລ້ຽງ ປະເພດ ງົວ, ຄວາຍ, ແບ້, ໝູ ແລະສັດປີກ ຕາຍເປັນຈຳນວນຫລາຍ ເຊີ່ງຜົລເສັຍຫາຍ ທາງການແຂວງຄຳມ່ວນ ຍັງບໍ່ສາມາດປະເມີນໄດ້ໃນປັດຈຸບັນນີ້.
ຕໍ່ສະພາບການດັ່ງກ່າວ ຄນະກັມກະການປ້ອງກັນ ແລະຄວບຄຸມພັຍພິບັດ ແຂວງຄຳມ່ວນ ໄດ້ຮຽກຮ້ອງມາຍັງສັງຄົມ ທີ່ຕ້ອງການຢາກ ຊ່ອຍເຫລືອ ປະຊາຊົນໃນຂນະນີ້ ຄືອາຫານການກິນ ນໍ້າດື່ມ ເຮືອ ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:
"ແລະ ຕອນນີ້ພວກເຮົາກຳລັງແຈ້ງການ ແລະຣະດົມການຊ່ອຍເຫລືອ ຈາກພາກສ່ວນຕ່າງໆແລ້ວ ເພື່ອລົງໄປຊ່ວຍເຫຼືອສຳຄັນລະແມ່ນ ນໍ້າດື່ມ ອາຫານແຫ້ງອີຫຍັງຕ່າງໆ ເພາະວ່ານໍ້າຖ້ວມຮອດເຕົາໄຟ ບ່ອນເຮັດກິນ ກັມມະການກຳລັງແບ່ງກັນ ລົງແຕ່ລະເມືອງແຕ່ລະຈຸດ ທີ່ມີຄວາມຕ້ອງການເລັ່ງດ່ວນຫັ້ນ ລະກາເຮືອກູ້ຊີບ ແລະ ກູ້ໄພຕ່າງ ໆ."
ໃນຂນະທີ່ ປະຊາຊົນທີ່ໄດ້ຮັບຜົລກະທົບ ກໍ່ໄດ້ເລົ່າເຫດການໃຫ້ຟັງວ່າ ນໍ້າຖ້ວມເປັນເວລາຫລາຍວັນ ຍ້ອນຝົນຕົກບໍ່ເຊົາ ຖ້ວມໄຮ່ນາ ສະເພາະ ເມືອງເຊບັ້ງໄຟໄດ້ອົພຍົບໄປບ່ອນສູງແລ້ວ ຫລາຍບ້ານ; ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີວ່າ:
"ຖ້ວມແຕ່ມື້ວັນທີ 15 ເດືອນ 7 ຮອດປະຈຸບັນ ດຽວນີ້ຮ້າຍແຮງຢູ່ ຝົນກາຕົກຢູ່ຫາກບໍ່ໄດ້ໝົດມື້ໝົດຄືນຄືແຕ່ເກົ່າ ວານນີ້ກໍ່ຕົກກາງຄືນ ສູງຂຶ້ນເຣື້ອຍໆ 10 ຕົວເມືອງຂອງແຂວງຄຳມ່ວນນີ້ ຖືກຜົລກະທົບຮ້າຍແຮງ ກວ່າໝູ່ແມ່ນ ເມືອງບົວລະພາ ຕໍ່ມະຫາໄຊ ຍົມມະລາດ ຖ້ວມທົ່ງໄຮ່ທົ່ງນາ ແລະ ຖ້ວມບ້ານອີກ ສະເພາະເມືອງ ເຊບັ້ງໄຟ ດຽວນີ້ອົພຍົບປະມານ 8-9 ບ້ານແລ້ວ ອົພຍົບຂຶ້ນໄປຢູ່ບ່ອນສູງນັ້ນ."
ເພື່ອເປັນການຊ່ອຍເຫລືອ ສະເພາະໜ້າທາງການແຂວງ ໄດ້ຍົກຍ້າຍປະຊາຊົນໄປຢູ່ເຂດປອດພັຍແລ້ວ. ສ່ວນການຊ່ອຍເຫລືອກູ້ພັຍໃຫ້ ປະຊາຊົນ ກໍ່ໄດ້ມີໜ່ວຍກູ້ພັຍ ນະຄອນຫຼວງວຽງຈັນ ຮ່ວມກັບໜ່ວຍກູ້ພັຍ ແຂວງຄຳມ່ວນໄດ້ຂີ່ເຮືອອອກໄປ ແຈກຢາຍ ເຄື່ອງອຸປໂພກ ບໍຣິໂພກ ຕາມເຂດບ້ານທີ່ ປະຊາຊົນຈຳນວນນຶ່ງ ຍັງອອກມາບໍ່ໄດ້ ເພາະນໍ້າຖ້ວມສູງ ແລະໜ່ວຍກູ້ພັຍກໍມີເຮືອພຽງສາມລຳ ບໍ່ພຽງພໍ ໃນການລຳລຽງ ປະຊາຊົນອອກມາຈາກຈຸດ ຕົກຄ້າງນໍ້າຖ້ວມ.
ສະພາບໂດຍລວມ ຄາດວ່າອາດຈະຕ້ອງໃຊ້ເວລາຢ່າງໜ້ອຍສອງອາທິດ ນໍ້າຈຶ່ງຈະບົກລົງ ນອກຈາກ ຜົລກະທົບຈາກນໍ້າເຊບັ້ງໄຟ ທີ່ ເຂື່ອນນໍ້າເທີນ2 ລະບາຍນໍ້າອອກມາ ຣະດັບນໍ້າຂອງທີ່ແຂວງຄຳມ່ວນ ໄດ້ເພີ່ມຣະດັບຂຶ້ນເຖິງຈຸດອັນຕະຣາຍ ພ້ອມທີ່ ຈະໄຫລເຂົ້າຖ້ວມ. ດັ່ງຣາຍງານຈາກເວັບໄຊ ຂອງຄນະກຳມາທິການແມ່ນ້ຳຂອງ (Mekong River Commission) ຫຼ້າສຸດຣະດັບນ້ຳຢູ່ທີ່ນະຄອນພະນົມ, ມຸກດາຫານ, ໂຂງຈຽມ, ປາກເຊ ແລະ ສະຕຶງເເຕຣງ ສູງເກີນຂີດອັນຕະລາຍ. ຄາດວ່າຍັງຈະ ສືບຕໍ່ສູງຂື້ນ ໃນລະຫວ່າງວັນທີ 31 ກໍຣະກະດາ ຫາ 4 ສິງຫາ 2018 ປະຊາຊົນທີ່ອາສັຍຢູ່ ບໍລິເວນນັ້ນ ໃຫ້ພາກັນລະມັດລະວັງ ກຽມພ້ອມໂຍກຍ້າຍ ໄປທີ່ປອດພັຍຕລອດເວລາ.
ແນວໃດກໍ່ຕາມ ຫ້ອງວ່າການປົກຄອງແຂວງຄຳມ່ວນ ກຳລັງຣະດົມການຊ່ອຍເຫລືອຈາກສັງຄົມ ທັງອາຫານການກິນ ນໍ້າດື່ມ ຢາ ເຮືອ ແລະ ກຳລັງກູ້ພັຍ ເພື່ອເຂົ້າໄປຊ່ວຍເຫລືອ ປະຊາຊົນ ທີ່ຍັງຕົກຄ້າງ. ດັ່ງນັ້ນ ຖ້າຕ້ອງການຊ່ອຍເຫລືອ ບັນເທົາທຸກ ໃຫ້ ປະຊາຊົນແຂວງຄຳມ່ວນ ທາງການໄດ້ຕັ້ງຈຸດຮັບບໍຣິຈາກ ທີ່ຫ້ອງວ່າການແຂວງ.