ສວັນນະເຂດນໍ້າຖ້ວມ ປີໜ້າ ອາຈອຶດເຂົ້າ
2020.10.16

ແຂວງສວັນນະເຂດ ຖືກນໍ້າຖ້ວມ ໃນເບື້ອງຕົ້ນ 3 ເມືອງ ຄື; ເມືອງໂຊໂປນ, ວິລະບູລີ ແລະ ເມືອງນອງ ຊຶ່ງນໍ້າທີ່ໄຫລເຂົ້າຖ້ວມສ່ວນໃຫຍ່ ເປັນເນື້ອທີ່ນາ ເສັຽຫາຍຫລາຍ. ໃນນັ້ນບາງຄົນ ເຂົ້າກໍາລັງສຸກງອມ ແລ້ວກໍນໍ້າຖ້ວມ ເກັບຜົລຜລິດບໍ່ໄດ້ ຈຶ່ງເຮັດໃຫ້ຊາວບ້ານກັງວົນວ່າ ປີໜ້າ ເຂົ້າບໍ່ກຸ້ມກິນແນ່ນອນ.
ຫາກຜູ້ໃດບໍ່ມີເງິນຊື້ເຂົ້າກິນ ກໍຕ້ອງດີ້ນຮົນຊອກວຽກງານເຮັດ ເພື່ອຫາເງິນໄວ້ຊື້ເຂົ້າກິນ, ອີງຕາມຄໍາເວົ້າຂອງຊາວບ້ານ ເມືອງເຊໂປນ ທີ່ ຖືກນໍ້າຖ້ວມ ທ່ານນຶ່ງ ທີ່ຂໍບໍ່ອອກຊື່ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ຕຸລາ ນີ້ວ່າ:
“ທັນໄດ້ກ່ຽວເທື່ອ ເຂົ້າກໍາລັງສິເລີ່ມສຸກນີ້ແຫລະ ກໍາລັງຈະອອກຮວງ ກໍເລີຍນໍ້າຖ້ວມ ບໍ່ເຄີຍຊື້ນ່າ ຈະໄດ້ຊື້ປີນີ້ແຫລະ ກະຊອກຫາວຽກຫາ ງານເຮັດແຫລະເນາະ ຜູ້ມີວິຊາສະເພາະ ກະຂັບຣົດຂັບຣາງເນາະ ໄປຫາເຮັດວຽກຫາໂຮງງານ ຜູ້ບໍ່ມີວິຊາສະເພາະ ເຂົາກະຂາຍຜັກ ຂາຍຫຍ້າ ກະຊອກຫາໄປຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ຕົນເອງມີນາ 3 ເຮັກຕາ ແຕ່ເຮັດນາພຽງ 2 ເຮັກຕາປາຍ ເພາະມັນແຫ້ງແລ້ງ ບໍ່ມີນໍ້າ ແຕ່ໃນໄລຍະເດືອນຕຸລານີ໋ ເຂົ້າ ກໍາລັງສຸກ ກັບມາງາມ ມາຖືກນໍ້າຖ້ວມເສັຽຫາຍໝົດ ກໍເສັຽໃຈຫລາຍ. ຫາກນໍ້າຫລຸດລົງ ກໍຄິດວ່າ ພໍຈະໄປກ່ຽວໄດ້ຢູ່ແຕ່ ຈະໄດ້ໜ້ອຍ ຊຶ່ງກໍຕ້ອງຍອມ ເພາະເສັຽດາຍ. ແນ່ນອນເຂົ້າບໍ່ພໍກິນຮອດປີໜ້າ. ເບື້ອງຕົ້ນກໍຢາກໃຫ້ທາງການຊ່ວຍເຫຼືອ ເຣື່ອງເຂົ້າສານແລະແນວພັນ ເຂົ້າທີ່ຈະຕ້ອງເອົາໄວ້ປູກ:
“ຄັນມັນເປັນໄປໄດ້ ຢາກຊ່ວຍເຫລືອເຂົ້າປູກເຂົ້າຫຍັງ ນີ້ແຫລະ ເຂົ້າບາງເທື່ອກໍຈະໄດ້ກ່ຽວຢູ່ ໄດ້ເລັກໆໜ້ອຍໆ ຫັ້ນແລ້ວ ມັນບໍ່ພໍຫັ້ນແລ້ວ ສົມມຸດ ວ່າເຮົາເຄີຍໄດ້ເຂົ້າ 100 ກະສອບເນາະ ກໍຈະໄດ້ 9-10 ກໍເອົາ ມັນຈໍາເປັນເດ໋ ເຮັດແນວໃດ ເຂົ້ານໍ້າຖ້ວມ ຈະເຮັດເຂົ້າປູກມັນ ເປັນໄປບໍ່ໄດ້.”
ຊາວບ້ານເຊໂປນ ທີ່ບໍ່ປະສົງອອກຊື່ ອີກທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນໍ້າຖ້ວມປີນີ້ ເນື້ອທີ່ນາເສັຽຫາຍຫລາຍ ຄອບຄົວ ຊຶ່ງນາຕົນເອງ ກໍຖືກນໍ້າຖ້ວມ ແຕ່ບ້ານບໍ່ໄດ້ຖືກນໍ້າຖ້ວມ. ໃນປີໜ້າ ເຂົ້າບໍ່ພໍກິນແນ່ນອນ ເພາະບໍ່ສາມາດເກັບຜົລຜລິດໄດ້ແລ້ວ. ເບື້ອງຕົ້ນທາງການກໍເຂົ້າມາຊ່ວຍເຫຼືອຢູ່ ນໍາເອົາມີ່ກັບນໍ້າດື່ມ ເຂົ້າມາແຈກຢາຍໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຜູ້ລະເລັກລະນ້ອຍ:
“ມັນຖ້ວມໝົດແລ້ວ ນານັ້ນບໍ່ມີແລ້ວ. ໂອ໋ຍ ຂາດເຂົ້າກິນແລ້ວເວີຍ ດຽວນີ້ທາງການກໍສັ່ງໃຫ້ເອົາມີ່ ມາຊ່ວຍເຮືອນລະເລັກລະໜ້ອຍເດ໋ ກັບນໍ້າ ເຂົ້າສານບໍ່ມີ ບໍ່ມີຫຍັງກິນເລີຍເດ໋ ກະໄປບໍ່ໄດ້ ນໍ້າກະຖ້ວມໝົດ.”
ທ່ານກ່າວວ່າ ປົກກະຕິ ຊາວບ້ານທີ່ຢູ່ໃກ້ຊາຍແດນວຽດນາມ ຈະໄປມາຄ້າຂາຍກັນຕລອດ ພັດເກີດນໍ້າຖ້ວມ ກໍໄປຄ້າຂາຍບໍ່ໄດ້. ສ່ວນໃຫຍ່ ກໍຊື້ເຂົ້າຂອງຄົນວຽດນາມ. ແລະປັດຈຸບັນ ເມືອງເຊໂປນ ເຂົ້າສານ ກິໂລລະ 6 ພັນກີບ ກໍຖືວ່າຍັງບໍ່ແພງປານໃດ.
ຊາວບ້ານເມືອງນອງ ທີ່ຂໍບໍ່ອອກຊື່ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ຕຸລາ ນີ້ວ່າ ຢູ່ເມືອງນອງ ນໍ້າກໍຖ້ວມ ສ່ວນໃຫຍ່ເປັນພື້ນທີ່ນາ ເຮັດການ ກະເສດ ແນ່ນອນຊາວບ້ານກໍບໍ່ມີເຂົ້າກິນເຖິງປີໜ້າ ກໍຕ້ອງໄດ້ຊື້ເຂົ້າກິນ ດຽວນີ້ເຂົ້າກໍຣາຄາແພງກິໂລລະ 7 ພັນກີບ ຢູ່ເມືອງ ນອງ ຂຶ້ນຈາກແຕ່ກ່ອນ ທີ່ຣາຄາ 4 ພັນ ກີບຕໍ່ໂລ:
“ດຽວນີ້ຈະບໍ່ມີກິນແລ້ວ ດຽວນີ້ ຖ້ວມໝົດເລີຍເຂົ້າໄຮ່ ຄັນມີເງິນກໍຈະໄດ້ຊື້ເຂົ້າກິນຫັ້ນແລ້ວ ບໍ່ມີວຽກງານທໍາ ຫາເຊົ້າກິນຄໍ່າຫັ້ນແລ້ວ ດຽວນີ້ ເຂົ້າກະແພງ ເຂົາຂາຍໂລ 7 ພັນກີບ ແຕ່ກ່ອນໂລ 4 ພັນ ກິບ.”
ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ເມືອງເຊໂປນ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ຍັງເກັບຂໍ້ມູລ ບໍ່ໄດ້ໝົດເທື່ອ ຍ້ອນຍັງມີນໍ້າຖ້ວມ ຕາມເສັ້ນທາງຢູ່ ແລະ ເສັ້ນທາງ ບາງບ່ອນຍັງຖືກຕັດຂາດ ຊຶ່ງຢູ່ເມືອງເຊໂປນ ມີບ້ານທັງໝົດ 88 ບ້ານ ຖືກນໍ້າຖ້ວມເສັຽຫາຍ 50 ປາຍບ້ານ. ສ່ວນພື້ນທີ່ເຮັດນາ ທັງໝົດ 4,200 ເຮັກຕາ ເສັຽຫາຍ 1 ພັນປາຍ ເຮັກຕາ:
“ເມືອງເຊໂປນທົ່ວເມືອງມີຢູ່ 88 ບ້ານຜົລເສັຽຫາຍຢູ່ຣະດັບ 50 ປາຍບ້ານ ຖ້ວມບ້ານຖ້ວມເຮືອນຫັ້ນແຫຼະ ບາງບ້ານກະບໍ່ໄດ້ຖືກນໍ້າຖ້ວມ ບ້ານ ຖືກຖ່ວມເນື້ອທີ່ທໍາການຜລິດຫັ້ນແຫລະ ເນື້ອທີ່ປູກເຂົ້າມີແຕ່ 4,200 ເຮັກຕາແຕ່ວ່າ ຖືກຖ້ວມໂຕຈິງ ຣະດັບພັນປາຍນີ້ແຫລະ.”
ທ່ານກ່າວຕື່ມວ່າ ຕ້ອງລໍຖ້າເກັບຂໍ້ມູນ ໃຫ້ຄົບກ່ອນ ຈາກນັ້ນຈະສົ່ງເຣື່ອງໄປຫາ ຂັ້ນແຂວງ ເພື່ອຂໍຄວາມຊ່ວຍເຫລືອ ໃນເຣື່ອງພັນເຂົ້າ ແລະເຂົ້າສານ ແລະ ແນວພັນພືດ ຜັກຕ່າງໆ:
“ເຣື່ອງໂຕນີ້ ທາງກະສິກັມເຊໂປນ ພວກເຮົາກະສິສນອງ ແນວພັນແນວຫຍັງ ກໍແຕ່ວ່າ ມີແຜນສເນີທາງຂັ້ນເທິງ ພຸ້ນແຫຼະ ເພິ່ນຈະແກ້ໄຂ ຈັ່ງໃດ ກະຍັງບໍ່ທັນຮູ້ໂຕ ນັ້ນເນາະ.”
ທີ່ເມືອງນອງ ເຈົ້າໜ້າທີ່ກະສິກັມຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ຕຸລານີ້ວ່າ ຢູ່ເມືອງນອງ ສ່ວນໃຫຍ່ ເນື້ອທີ່ໄຮ່ນາຖືກ ນໍ້າຖ້ວມຫລາຍ, ເຈົ້າໜ້າທີ່ຍັງເກັບຂໍ້ມູລ ບໍ່ທັນແລ້ວ ຍ້ອນການເດີນ ທາງໄປມາຍາກ ຊຶ່ງເບື້ອງຕົ້ນ ກໍມີການຊ່ອຍເຫລືອ ອາຫານແຫ້ງ ແລະນໍ້າດື່ມ ແລະວ່າ ແຕ່ລະປີ ຊາວບ້ານຢູ່ເມືອງນອງ ບໍ່ມີເຂົ້າກຸ້ມກິນ ສ່ວນໃຫຍ່ ກໍຊື້ເຂົ້າກິນ ໂດຍອາສັຍການຂາຍສັດລ້ຽງ ຂາຍຜັກ ແລະ ເຄື່ອງປ່າຂອງດົງ. ສໍາລັບຜູ້ເຮັດນາ ຈະມີເຂົ້າກິນກຸ້ມປະມານ 3 - 4 ເດືອນ:
“ມັນບໍ່ໄດ້ມີເຂົ້າແຮ ເມືອງນອງ ຊື້ເຂົ້າກິນກະຫລາຍ ຂະເຈົ້າກະຂາຍ ນັ້ນຂາຍນີ້ ຂາຍສັດຂາຍຫຍັງ ສັດລ້ຽງສັດຫຍັງໄປຊື້ເຂົ້າແຕ່ລະປີ ເຂົາເຈົ້າເຮັດກະສິກຸ້ມ ປະມານ 4-5 ເດືອນນີ້ແຫລະ ຜູ້ມີນາຫລາຍ ກະກຸ້ມຢູ່.”
ອີງຕາມຄໍາເວົ້າຂອງຊາວບ້ານຫລາຍຄົນ ແລະ ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ເມືອງເຊໂປນ ໃນມື້ວັນທີ 16 ຕຸລານີ້ ຝົນຕົກຕໍ່ເນື່ອງ, ຍັງຕ້ອງເຝົ້າຣະວັງກັນຢູ່ ຫາກຝົນຕົກແຮງ ຄາດວ່າ ຈະເກີດນໍ້າຖ້ວມ ຂຶ້ນອີກ ແນ່ນອນ ຫລາຍຄົນກໍເກັບເຄື່ອງຂອງໄວ້ບ່ອນທີ່ສູງແລ້ວ.
ທີ່ຜ່ານມາ ກົມອຸຕຸນິຍົມ ໄດ້ແຈ້ງເຕືອນວ່າ ແຕ່ວັນທີ 14 ຫາ 16 ຕຸລາ ນີ້ຈະມີພາຍຸນັງກາ ພັດຜ່ານເຂົ້າມາລາວ ຈະເຄື່ອນເຂົ້າທາງພາກ ເໜືອ, ຂໍໃຫ້ປະຊາຊົນ ຢູ່ນະຄອນຫລວງພຣະບາງ, ຢູ່ແຂວງຫົວພັນ, ຊຽງຂວາງ, ບໍລິຄໍາໄຊ ແລະຄໍາມ່ວນ ທີ່ເດີນທາງໄປມາໃຫ້ຣະມັດ ຣະວັງ ເພາະຈະມີຝົນຕົກໜັກ, ລົມພັດແຮງ, ດິນເຈື່ອນ ແລະນໍ້າຖ້ວມ.