ນ້ຳຖ້ວມໜັກໂຮງໝໍ ໂຍກຍ້າຍ ຄົນເຈັບ
2019.09.09
ໂຮງໝໍເມືອງຄົງເຊໂດນ ແຂວງສາລະວັນ ຖືກນ້ຳຖ້ວມ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການປີ່ນປົວ ຄົນເຈັບ ທາງໂຮງໝໍ ຈຳເປັນຕ້ອງ ໄດ້ຍ້າຍ ຄົນປ່ວຍກວ່າຮ້ອຍຄົນ ອອກໄປຢູ່ ສະໂມສອນ ຫ້ອງວ່າການ ປົກຄອງເມືອງແທນ. ດັ່ງ ທ່ານໝໍໂຮງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 06 ກັນຍາ ຜ່ານມາວ່າ:
"ໂຮງໝໍເມືອງຄົງເຊໂດນ ຖືກນ້ຳຖ້ວມ ຄົນປ່ວຍໃນໂຮງໝໍ ກໍ່ເອົາໄປໄວ້ສະໂມສອນ ປະຊາຊົນແມ່ນແຕ່ລະບ້ານ ໂຮມຢູ່ຫັ້ນໝົດ ໝໍກໍຕ້ອງການແລ້ວ ເພາະວ່າພວກເຮົາສິໄປ ຊ່ອຍກັນນີ້ ກໍ່ໄປບໍ່ໄດ້ ໂຮງໝໍແຂວງ ແມ່ນເອົາແພດຢູ່ນີ້ ບໍ່ໄດ້ເຄື່ອນຍ້າຍ ເພາະວ່າ ປະຊາຊົນເຮົາຢູ່ນີ້ ກໍ 5 ບ້ານ 10 ບ້ານ ກໍ່ຖືກຜົນກະທົບນ່າ."
ທ່ານໝໍກ່າວຕື່ມວ່າ ປັດຈຸບັນແພດຂອງໂຮງໝໍເມືອງ ກໍຕ້ອງໄດ້ປະຈຳການ ຢູ່ນີ້ເພື່ອປີ່ນປົວ ປະຈຳໂຮງໝໍຢ່າງໃກ້ຊິດ ແລະ ບໍ່ສາມາດ ແບ່ງແພດ ໄປຊ່ອຍໂຮງໝໍແຂວງໄດ້.
ສ່ວນແຂວງອັດຕະປື ກໍ່ປະເຊີນກັບບັນຫານ້ຳຖ້ວມ ໂຮງໝໍເຊັ່ນກັນ ປັດຈຸບັນທາງໂຮງໝໍ ກໍ່ຕ້ອງການແພດ ມາປະຈຳການຈຳນວນຫຼາຍ ເພື່ອໄປປີ່ນປົວ ປະຊາຊົນຢູ່ເມືອງສນາມໄຊ ທີ່ໄດ້ຮັບຜົນກະທົບ ຈາກ ນ້ຳຖ້ວມ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງອັດຕະປື ກ່າວຕໍ່ນັກຂ່າວ ວິທຍຸ ເອເຊັຍເສຣີ ວ່າ:
"ດຽວນີ້ສຸຂສາລາບ້ານແຖ ຖ້ວມລູຢູ່ນີ້ ພະນັກງານ ຂະເຈົ້າໄປຊ່ອຍກັນ ລະເດີ້ ສິບໍ່ພຽງພໍດອກ ແຕ່ລະເຂດແຕ່ລະພື້ນທີ່ ຫຼາຍໆ ຂະເຈົ້າ ໄປໄດ້ຊ່ອຍ."
ຂນະທີ່ທ່ານໝໍປະຈຳໂຮງໝໍແຂວງຈຳປາສັກ ໄດ້ກ່າວຕໍ່ ນັກຂ່າວວິທຍຸ ເອເຊັຍເສຣີ ວ່ານ້ຳຖ້ວມຍັງ ຫຼຸດລົງ ສ່ວນຜູ້ປ່ວຍຫຼາຍຮ້ອຍຄົນ ໃນໂຮງໝໍທີ່ກຳລັງປີ່ນປົວຢູ່ດຽວ ນີ້ກໍ່ບໍ່ໄດ້ຍ້າຍ ອອກຈາກໂຮງໝໍ ເນື່ອງຈາກຣະບົບໄຟຟ້າ ບໍ່ໄດ້ຖືກ ນ້ຳຖ້ວມ.
"ດຽວນີ້ຫຼຸດນ້ອຍດຽວເຊັ່ນດຽວ ບໍ່ຮອດສອງເຊັນ ຜູ້ປ່ວຍບໍ່ທັນໄດ້ໂຍກຍ້າຍ ໄດ້ຍັງ ໆ ຢູ່ ມີແຕ່ສຸກສາລາ ຫັ້ນຫຼາຍແຫ່ງ."
ປັດຈຸບັນ ທາງກະຊວງສາທາຣະນະສຸກ ໄດ້ກະກຽມແພດອາສາ ຈຳນວນຫຼາຍລົງພື້ນທີ່ ເພື່ອສົມທົບກັບແພດ ປະຈຳທ້ອງຖີ່ນເພື່ອແກ້ ສະພາບການ ສະເພາໜ້າ. ສ່ວນໂຮງໝໍທີ່ເສັຍຫາຍ ໃນຂນະນີ້ 6 ແຂວງ ທີ່ຖືກນ້ຳຖ້ວມນັ້ນ ທາງເຈົ້າໜ້າທີ່ຈະລົງກວດສອບໂຕຈີງ ເພື່ອຣາຍງານເຖີງ ຣັຖບານນຳ ງົບປະມານມາສ້ອມແປງ.