ອຸປຕິເຫດຕາມທ້ອງຖນົນ ວຽງຈັນ

ສຸພັດຕຣາ
2016.08.02
F-VT ນະຄອນຫລວງວຽງຈັນ
RFA

ຈຳນວນ ອຸບັດຕິເຫດ ຂອງ ຍວດຍານພາຫະນະ ຢູ່ນະຄອນຫຼວງ ວຽງຈັນ ເພີ້ມຂິຶ້ນ, ໃນປີ ຜ່ານມາ ມີ ອຸບັດຕິເຫດ ເກີດຂຶ້ນເກືອບ 1,500 ກໍຣະນີ ແລະ ມີຜູ້ເສັຽ ຊີວິດ 237 ຄົນ ເພິ້ມຂຶ້ນ 42 ຄົນ ເມື່ອທຽບໃສ່ ສະຖິຕິ ຂອງປີກ່ອນ. ສາເຫດ ສ່ວນຫຼາຍແມ່ນ ຄວາມປະໝາດ ຂອງຜູ້ຂັບຂີ່ ທີ່ ເມົາແລ້ວຂັບ ແລະ ຣະເມີດ ກົດ ຈາຣະຈອນ ຮວມເຖິງ ສະພາບ ຂອງ ພາຫະນະ ແລະ ສະພາບ ຂອງ ຖະໜົນ ທີ່ເປ່ເພ. ເຈົ້າໜ້າທີ່ ໜ່ວຍກູ້ພັຍ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວວ່າ:

“ສາເຫດທີ່ນຶ່ງ ກໍ່ຍ້ອນ ສະພາບ ພາຫະນະ ສອງມາ ກໍ່ຂັບຂີ່ ໂດຍປະໝາດ ເນາະ ສາມມາ ກະການມຶນເມົາ ສີ່ມາ ກະແມ່ນ ສະພາບ ເຕັກນິກ ລົດເນາະ ຫົນທອກ ຫົນທາງ ອີ່ຫຍັງ ຕ່າງໆຫັ້ນ”.

ແລະ ທ່ານ ອະທິບາຍ ວ່າ ເຖິງແມ່ນວ່າ ທາງການ ຈະອອກກົດໝາຍ ເຄັ່ງຄັດ ແຕ່ ຜູ້ຂັບຂີ່ ກໍ່ບໍ່ ປະຕິບັດ ຕາມ ແລະຍັງ ປະໝາດ. ນອກຈາກນີ້ ສະພາບ ຫົນທາງ ກໍ່ບໍ່ດີ ໂດຍສະເພາະ ເສັ້ນແບ່ງເລນກາງ ເບິ່ງເກືອບບໍ່ເຫັນ ແລະ ໄຟເຍືອງທາງ ກໍ່ຍັງມີ ບໍ່ທົ່ວເຖິງ.

ເມື່ອອາທິດ ຜ່ານມາ ສື່ສັງຄົມ ອອນລາຍ ຣາຍງານຂ່າວ ການເກີດ ອຸບັດຕິເຫດ ຢູ່ ນະຄອນຫຼວງ ວຽງຈັນ ມີຂຶ້ນທຸກໆມື້. ເຈົ້າໜ້າທີ່ ກູ້ພັຍ ທ່ານນຶ່ງ ກ່າວວ່າ ສ່ວນຫຼາຍ ອຸປຕິເຫດ ມັກເກີດຂຶ້ນ ແມ່ນ ໃນຕອນເຊົ້າ ແລະ ຕອນແລງ, ບາງຄົນ ຂັບຣົດຕຳ ຜູ້ອື່ນ ຈົນເສັຽຊີວິດ ຫລື ໄດ້ຮັບບາດເຈັບ ແລ້ວ ກໍ່ຫລົບໜີໄປ ແລະ ເຈົ້າໜ້າທີ່ ກໍບໍ່ ສາມາດ ຕິດຕາມ ຈັບເອົາຄົນຜິດ ມາຮັບໂທດໄດ້.

ເມື່ອບໍ່ດົນມານີ້ ກະຊວງປ້ອງກັນ ຄວາມສະຫງົບ ໄດ້ເຊັນສັນຍາ ກັບ ບໍຣິສັດ ໂກຣດຣາກ້ອນ ລາວ ຈຳກັດ ເພື່ອ ຈະຕິດຕັ້ງ ກ້ອງ ວົງຈອນປິດ ຕາມເຂດ ສີ່ແຍກ ໄຟແດງ ຕ່າງໆ ໃນ ນະຄອນຫຼວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.