ລາວມຸ້ງໝາຍເປັນໝໍ້ໄຟຂອງ ເອເຊັຽ
2014.07.24
ຂ່າວ ທ້ອງຖິ່ນ ຂອງໄທ ຣາຍງານ ວັນທີ 20 ກໍຣະກະດາ 2014 ນີ້ ວ່າ ຄວາມມຸ້ງໝັ້ນ ຂອງ ຣັຖບານ ລາວ ທີ່ ຈະເປັນ ໝໍ້ໄຟ ແຫ່ງ ເອເຊັຽ ນັ້ນຈະບໍ່ ສິ້ນສຸດ ຢູ່ພຽງ ເຂື່ອນ ແມ່ນໍ້າຂອງ ໄຊຍະບູຣີ ແລະ ດອນສະໂຮງ ເທົ່ານັ້ນ ຍັງມີອີກ 9 ເຂື່ອນ ທີ່ ຈະຕາມມາ. ເມື່ອ ເດືອນ ທີ່ແລ້ວ ຜູ້ຕາງໜ້າ ບໍຣິສັດ ຈະເຣີນ ພລັງງານ ແລະນໍ້າ ເອເຊັຽ ຂອງໄທ ໄດ້ເດີນທາງ ໄປ ຢ້ຽມຢາມ ຊາວບ້ານ ເຂດພູງອຍ ແຂວງ ຈໍາປາສັກ. ບໍຣິສັດ ດັ່ງກ່າວ ໄດ້ລົງນາມ ໃນບັນທຶກ ຄວາມເຂົ້າໃຈ ກັບ ຣັຖບານລາວ ເມື່ອປີ 2008 ກ່ຽວກັບ ໂຄງການ ເຂື່ອນ ໄຟຟ້າ ຢູ່ເຂດ ລາດເສືອ ແຕ່ ຕໍ່ມາ ກໍມີ ການສເນີ ເຂດກໍ່ສ້າງ ເຂື່ອນ ແຫ່ງໃໝ່ ສໍາລັບ ພູງອຍ.
ໂຄງການ ດັ່ງກ່າວ ຍັງຢູ່ໃນ ຂັ້ນສຶກສາ ຄວາມເປັນ ໄປໄດ້ຢູ່ ຂນະທີ່ ຍັງບໍ່ເປັນ ທີ່ຈະແຈ້ງ ສໍາລັບ ຊາວບ້ານ ໃນເຂດ ພູງອຍ ຄືກັນກັບ ຊາວບ້ານ ອ້ອມແອ້ມ ເຂື່ອນ ດອນສະໂຮງ. ມີການ ແຈ້ງໃຫ້ ຊາວບ້ານ ວ່າ ເຂື່ອນ ພູງອຍ ຈະບໍ່ເຮັດ ໃຫ້ນໍ້າຖ້ວມ ບ້ານເຮືອນ ຂອງ ພວກເຂົາເຈົ້າ ແຕ່ ເຖິງຢ່າງໃດ ພວກເຂົາເຈົ້າ ກໍໄດ້ສເນີ ໃຫ້ ທາງໂຄງການ ໂຍກຍ້າຍ 4 ບ້ານ ທີ່ຢູ່ ໃກ້ເຂດ ໂຄງການ ເຂື່ອນ ນັ້ນ ອອກໄປ.
ຂ່າວທ້ອງຖິ່ນ ຂອງໄທ ເວົ້າວ່າ ເມື່ອພາກສ່ວນ Spectrum ແລະ ນັກຂ່າວ ອື່ນໆອີກ ໄປ ຢ້ຽມຢາມ ເຂດທີ່ຢູ່ໃກ້ ໂຄງການ ເຂື່ອນນັ້ນ ກໍມີ ເຈົ້າໜ້າທີ່ ຕໍາຣວດ ທ້ອງຖີ່ນ ມາຖາມ ເຖິງ ເຫດຜົລ ຂອງ ການຢ້ຽມຢາມ ແລະ ໃນທີ່ສຸດ ເຈົ້າໜ້າທີ່ ຄົນນັ້ນ ກໍເປີດເຜີຍ ວ່າ ມາ ດູແລ ຄົນໄທ ທີ່ ມາຢ້ຽມຢາມ ເຂດ ເຂື່ອນ ນີ້ ເປັນບາງ ຄັ້ງຄາວ.
ລຸງ ສລຽວ ຊາວປະມົງ ວັຍ 70 ປີ ເວົ້າວ່າ ຊາວບ້ານ ທ້ອງຖິ່ນ ຄືພວກ ເຂົາເຈົ້ານີ້ ຮູ້ ກ່ຽວກັບ ແມ່ນໍ້າ ສາຍນີ້ ເປັນຢ່າງດີ. ແລະວ່າ ໃຫ້ຍິງລາວ ໄດ້ເລີຍ ຫາກນໍ້າ ເຂື່ອນ ບໍ່ຖ້ວມເຮືອນ ຂອງລາວ. ລາວຕ້ອງການ ໃຫ້ພວກທີ່ ຈະ ເປັນເຈົ້າຂອງ ໂຄງການ ໄດ້ຍິນ ຄໍາເວົ້າ ຂອງລາວ ບໍ່ມີໃຜ ຕ້ອງການ ທີ່ຈະໃຫ້ ເຮືອນຊານ ແລະ ວິຖີ ຊີວິດ ຂອງ ພວກຕົນ ປະເຊີນ ກັບ ຄວາມ ສູນເສັຽ.