ຄົນຈີນເຂົ້າມາເປັນຝຸງ ຊາວບ້ານ ແຕກຕື່ນ

ກຸ່ມຄົນຈີນ ຈໍານວນຫຼາຍ ທີ່ມາເຮັດວຽກຢູ່ ເມືອງປາກກະດິງ ແຂວງບໍຣິຄໍາໄຊ
ກຸ່ມຄົນຈີນ ຈໍານວນຫຼາຍ ທີ່ມາເຮັດວຽກຢູ່ ເມືອງປາກກະດິງ ແຂວງບໍຣິຄໍາໄຊ (Citizen Journalist)

0:00 / 0:00

ກຸ່ມຄົນຈີນ ທີ່ເຫັນຢູ່ວິດິໂອ ໃນວັນທີ 12 ມີນາ ຜ່ານມາ ປະມານ 20 ຄົນນັ້ນ, ບໍ່ໄດ້ໄປເຮັດວຽກຢູ່ ເມືືອງວິລະບູລີ ແຂວງສວັນນະເຂດ ຕາມທີ່ ຣາຍງານໄປ ໃນເບື້ອງຕົ້ນ, ແຕ່ມີຄວາມເປັນໄປໄດ້ ທີ່ກຸ່ມຄົນຈີນຈໍານວນນັ້ນ ແມ່ນເຮັດວຽກຢູ່ ບໍຣິສັດ ເຂື່ອນນໍ້າເທີນ 1 ເມືອງ ປາກກະດິງ ແຂວງບໍຣິຄໍາໄຊ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງວິລະບູລີ ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ມີນາ ນີ້ວ່າ:

“ອັນທີ່ເຂົາເຈົ້າລົງເຟສຫັ້ນ ອັນພວກຂ້ອຍໄປກວດຫັ່ນ ມັນຫາກບໍ່ເຫັນ ມັນບໍ່ແມ່ນບ້ານພັກ ຢູ່ເມືອງເຮົາ ຢູ່ທາງນໍ້າເທີນບໍ ອິສັງນິ່ແຫຼະ ຄິດວ່າແນວນັ້ນ ເພາະວ່າ ໂຕສະຖານທີ່ ມັນບໍ່ແມ່ນ ເມືອງວິລະບູລີ ແຕ່ວ່າ ເຮົາໄປກວດບ້ານພັກ ມັນບໍ່ແມ່ນບ້ານພັກໂຕນີ້ໜາ.”

ກ່ຽວກັບເຫດການດັ່ງກ່າວນີ້ ປະຊາຊົນບ້ານໂພນງາມ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມີນາ ວ່າກຸ່ມຄົນຈີນ ທີ່ເຫັນໃນເຟສບຸກເມື່ອວັນທີ 12 ມີນາ ແມ່ນຂີ່ຣົດເມມາ ເພື່ອເຂົ້າມາພັກ ຢູ່ເຮືອນພັກ ທີ່ບໍຣິສັດເຂື່ອນນໍ້າເທີນ 1 ກຽມໃຫ້ ຢູ່ບໍຣິເວນຂອບເຂດ ບ້ານໂພນງາມແທ້ ແລະຮູ້ສຶກຕົກໃຈ ທີ່ເຫັນກຸ່ມຄົນຈີນເຂົ້າມາເຮັດວຽກ ຢ່າງຫຼວງຫຼາຍ, ບໍຣິສັດເຂື່ອນ ນໍ້າເທີນ 1 ກໍໄດ້ກັກໂຕບໍ່ໃຫ້ກຸ່ມຄົນຈີນ ອອກມາຂ້າງນອກເຂື່ອນ ພົບກັບຊາວໃນບໍຣິເວນໃກ້ຄຽງ:

“ເຮືອນຂອງຂ້ອຍກັບຂອງມັນໃກ້ກັນ ແຕ່ຂ້ອຍເຫັນໂພດເຂົາ ຂ້ອຍກະເລີຍຕົກໃຈຊື່ໆ ແມ່ນແລ້ວ ຢູ່ໃນໂພນງາມ ແຕ່ວ່າ ຫາກກໍບໍ່ໄດ້ ເອີ້ນວ່າ ບໍ່ໄດ້ຢູ່ບ້ານໃກ້ ປະຊາຊົນເນາະ ສໍາລັບເຂື່ອນຄືເຈົ້າຮູ້ແລ້ວ ປັດຈຸບັນເພີ່ນກໍບໍ່ໄດ້ປ່ອຍ ໃຫ້ພວກຄົນຈີນ ອອກມາຂ້າງນອກເລີຍ.”

ປະຊາຊົນອີກທ່ານນຶ່ງ ທີ່ຢູ່ບ້ານໂພນງາມ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ກໍກ່າວວ່າ ວິດິໂອ ທີ່ໄດ້ເຜີຍແຜ່ ໄປໃນວັນທີ່ 12 ມີນາ ຢູ່ໃນເຟສບຸກ ຂອງວິທຍຸເອເຊັຽເສຣີນັ້ນ, ແມ່ນເປັນບໍຣິເວນທາງເຂົ້າເຂື່ອນ ເຂດທາງສາມແຍກ ບ້ານໂພນງາມ ສ່ວນຫຼາຍກຸ່ມຄົນຈີນນິຍົມ ເຂົ້າ-ອອກທາງນີ້ ຊຶ່ງກຸ່ມຄົນຈີນເຂົ້າມາແລ້ວ ກໍຈະເຮັດວຽກ ແລະ ຢູ່ຮ່ວມກັນທັນທີ ແຕ່ພວກເຂົາເຈົ້າ ບໍ່ໄດ້ໄປຢູ່ຮ່ວມກັບ ພະນັກງານ ຄົນລາວ ແຕ່ຢ່າງໃດ. ບໍຣິສັດເຂື່ອນນໍ້າເທີນ 1 ໄດ້ຈັດບ່ອນນອນ ບ່ອນກິນເຂົ້າ ບ່ອນເຮັດວຽກ ຂອງໃຜຂອງມັນ ບໍ່ໄດ້ໃຫ້ຢູ່ຮ່ວມກັນ, ດັ່ງທ່ານກ່າວວ່າ:

“ອັນຮູບນີ້ແມ່ນຖ່າຍຢູ່ທາງເຂົ້າເຂື່ອນ ອ້ອມທາງເຂົ້າເຂື່ອນ ບ້ານໂພນງາມສ່ວນຫຼາຍຄົນຈີນເຂົ້າມານີ່ ເຂົາຊິມາເຮັດວຽກຢູ່ນີ້ໝົດ ເພາະຢູ່ນິ່ ເປັນພວກບໍຣິສັດຂອງຈີນ ເຂົ້າມາເຂົາກໍເຮັດວຽກເລີຍ ຢູ່ກໍຢູ່ຮ່ວມກັນ ເລີຍຫັ້ນນາ ເຂົາເຂົ້າມາກໍແບ່ງກັນເປັນແຖວ ແຖວນີ້ຄົນຈີນ ແຖວນີ້ ຄົນລາວ ເຂົາກໍແບ່ງກັນຫັ່ນນາ ກິນເຂົ້າກໍຄົນລະບ່ອນ.”

ຕໍ່ເຫດການດັ່ງກ່າວ ເຈົ້າໜ້າທີ່ສາທາຣະນະສຸຂ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ກ່າວວ່າ ພາຍຫຼັງສື່ສັງຄົມອອນລາຍ ມີການແຊ ວິດິໂອ ກຸ່ມຄົນຈີນ ເດີນທາງເຂົ້າມາເຮັດວຽກ ຢູ່ບໍຣິສັດເຂື່ອນນໍ້າເທີນ 1 ໃນວັນທີ 12 ມີນາ ທີ່ຜ່ານມານັ້ນ, ພາກສ່ວນກ່ຽວຂ້ອງ ກໍໄດ້ສັ່ງໃຫ້ບໍຣິສັດ ເຂື່ອນນໍ້າເທີນ 1 ສົ່ງຣາຍງານການກວດ ວັດແທກອຸນນະພູມ ໃນຮ່າງກາຍຂອງພະນັກງານ ທັງໝົດໃຫ້, ຜົນການກວດ ຂອງ ພະນັກງານ ທັງໝົດ ແມ່ນປົກກະຕິ:

“ພວກອ້າຍໄດ້ມອບໃຫ້ ອັນນັ້ນນາ ນໍ້າເທີນ 1 ເປັນການຣາຍງານ ເຣື່ອງອັນໜາ ກໍຣະນີສົງໃສ ກ່ຽວກັບໂຄວິດ-19 ນີ້ ໃຫ້ພວກອ້າຍຊື່ໆ ແຕ່ວາ ກໍາຊັບວ່າ ມີຄົນເຂົ້າໄປຫັ່ນ ຮັບພະນັກງານ ກໍໃຫ້ພຍາຍາມ ອັນນາກັ່ນກອງ ຜູ້ສົງໃສ.”

ເຖິງຢ່າງໃດກໍຕາມ ທ່ານກ່າວມ້ວນທ້າຍວ່າ ໃນອານາຄົດ ຖ້າຫາກພາກສ່ວນກ່ຽວຂ້ອງ ກວດພົບວ່າ ພະນັກງານ ພາຍໃນບໍຣິສັດ ເຂື່ອນ ນໍ້າເທີນ 1 ມີຄວາມສ່ຽງ ຈະຕິດເຊື້ອໄວຣັສໂຄວິດ-19, ຂແນງການ ກ່ຽວຂ້ອງຂອງເມືອງ ຈະສົມທົບກັບພາກສ່ວນກ່ຽວຂ້ອງ ຂອງແຂວງ ຈະລົງໄປກວດກາ ຢ່າງຣະອຽດເພີ້ມຕື່ມ.