ຣະເບີດແກັງຫີນຈະກະທົບ ຊາວບ້ານ
2017.02.06
ການຣະເບີດແກັງ ຄອນຜີຫລົງ ຢູ່ເຂດແມ່ນໍ້າຂອງ ພາກເໜືອ ຊຶ່ງເປັນພຽງແກ້ງດຽວ ທີ່ຍັງເຫລືອຢູ່ ໃນໂຄງການ ຣະເບີດແກ້ງ ຣະຍະ ທໍາອິດ 200 ກວ່າຈຸດ ແລະຍັງອີກ ປະມານ 400 ຈຸດ ໃນເຂດ ແມ່ນໍ້າຂອງ ແຂວງບໍ່ແກ້ວ ແລະ ຊຽງຮາຍ ໄປເຖິງ ຫຼວງພຣະບາງ ຊຶ່ງຈະທໍາການ ຣະເບີດ ໃນລະຍະ ຕໍ່ໄປນັ້ນ ຈະສົ່ງຜົລກະທົບ ຢ່າງໃຫຍ່ຫຼວງ ຕໍ່ສິ່ງແວດລ້ອມ ຕໍ່ທັມມະຊາດ ແລະ ຕໍ່ການຫາຢູ່ ຫາກິນ ຂອງປະຊາຊົນ 2 ຝັ່ງແມ່ນໍ້າຂອງ ເປັນຕົ້ນ ຜູ້ທີ່ຢູ່ໃນເຂດ ແຂວງຊຽງຮາຍ ຂອງໄທ ແລະ ແຂວງບໍ່ແກ້ວ ຂອງລາວ ຕາມຣາຍງານຂອງ ນັກຂ່າວ ວິທຍຸເອເຊັຽເສຣີ ຈາກ ຄອນຜີຫລົງ ທີ່ອ້າງຕາມ ຄໍາອະທິບາຍ ຂອງ ເຈົ້າໜ້າທີ່ ເຄືອຂ່າຍ ກຸ່ມຮັກ ແມ່ນໍ້າຂອງ ຂອງໄທ ໃນ ວັນທີ 4 ກຸມພາ ນີ້ວ່າ:
"ຄອນຜີຫລົງ ໃນແກັງນີ້ ຈະເຫັນໄດ້ ຢ່າງຄັກແນ່ວ່າ ມີນົກ ມີຫຼາຍໆສິ່ງ ຫຼາຍຢ່າງ ຢູ່ໃນແກັງຫີນ ແຫ່ງນີ້ ເປັນທີ່ຢູ່ຂອງນົກ ຈໍານວນ 12 ສາຍພັນ ທີ່ຈະໄດ້ ຮັບຜົນກະທົບ".
ໂຄງການຣະເບີດ ແກັງ ໃນແມ່ນໍ້າຂອງ ແມ່ນເພື່ອເຮັດໃຫ້ ເຮືອ ສິນຄ້າ ຂະຫນາດ 500 ໂຕນ ແລ່ນຂຶ້ນລົງໄດ້ ຢ່າງສະດວກ. ນັກຂ່າວ ຂອງເຮົາສັງເກດ ເຫັນວ່າ ໃນເຂດແກັງ ຄອນຜີຫລົງ ນີ້ ບໍ່ພຽງແຕ່ ເປັນບ່ອນຢູ່ ຂອງນົກ ເຖິງ 12 ສາຍພັນ ເທົ່ານັ້ນ ແຕ່ຍັງ ຮວມທັງ ສາຍພັນ ທີ່ເປັນເອກກະລັກ ປະຈໍາທ້ອງຖິ່ນ ແລະ ກໍຍັງເປັນບ່ອນ ວາງໄຂ່ ຂອງນົກ ທີ່ອົພຍົບ ມາຈາກ ແຖບມົງໂກເລັຽ ນໍາດ້ວຍ.
ນອກນັ້ນຍັງມີວັງປາບຶກ ຊຶ່ງເປັນພຽງວັງດຽວ ໃນແມ່ນໍ້າຂອງ ທີ່ມີປາບຶກ ອາສັຍຢູ່ ແລະຊາວບ້ານທ້ອງຖິ່ນ ມີປະເພນີເທສການ ຈັບປາບຶກ ທຸກໆທ້າຍປີ, ນັກອານຸຣັກ ແມ່ນໍ້າຂອງ ວ່າ ຫາກແກັງ ຄອນຜີຫລົງ ຖືກທໍາລາຍ ໄປແລ້ວ ວັງປາບຶກ ທີ່ວ່ານີ້ ກໍຄົງຈະບໍ່ມີ ຕໍ່ໄປອີກ.
ນັກຂ່າວວິທຍຸເອເຊັຽເສຣີ ຣາຍງານ ຕໍ່ໄປວ່າ ຂນະທີ່ເຮືອແລ່ນຜ່ານ ເຂດນັ້ນ ກໍຈະ ສັງເກດເຫັນ ຊາວບ້ານ ຝັ່ງລາວ ລົງມາເກັບ ໄຄຫີນ ແລະຫາປາ ໃນແມ່ນໍ້າຂອງ. ຫາກມີການ ຣະເບີດແກັງ ຕໍ່ໄປຢູ່ນັ້ນ ກໍຄົງຈະບໍ່ເຫັນ ຊາວບ້ານ ຫາກິນ ຕາມທັມຊາດ ແບບນັ້ນ ຕໍ່ໄປອີກ.
ການເດີນທາງໄປ ສັງເກດການ ແກັງຜີຫລົງ ເມື່ອວັນທີ 4 ກຸມພາ 2017 ນີ້ ແມ່ນເຄືອຂ່າຍ ກຸ່ມຄົນຮັກ ແມ່ນໍ້າຂອງ ຂອງໄທ ເປັນຜູ້ຈັດ ກິຈກັມ ນໍາພາ ມວລຊົນ ແລະ ສື່ມວລຊົນ ຈາກຫຼາຍສໍານັກ ຮວມທັງ ໂທຣະທັສ ຂອງໄທ ແລະ ສື່ມວລຊົນ ຕ່າງປະເທດ ຮວມຢູ່ດ້ວຍ. ຫລັງຈາກນັ້ນ ກໍມີການ ລົງລາຍເຊັນ ຄັດຄ້ານໂຄງການ ຣະເບີດແກັງ ໃນແມ່ນໍ້າຂອງ ຊຶ່ງມີຜູ້ຮ່ວມ ລົງນາມ 1 ພັນ ປາຍຄົນແລ້ວ.
ຕາມໂຄງການຣະເບີດແກັງ ໃນແມ່ນໍ້າຂອງ ມີແກັງທັງໝົດ ທີ່ຈະຖືກຣະເບີດ 600 ປາຍແຫ່ງ. ມາຮອດມື້ນີ້ ຈີນ ໄດ້ຣະເບີດ ໄປແລ້ວ ຢູ່ເຂດ ຊາຍແດນລາວ-ພະມ້າ 200 ປາຍ ແກັງ, ຍັງເຫລືອອີກ 400 ປາຍແກັງ ໃນເຂດ ຊາຍແດນລາວ-ໄທ ທີ່ຈະຖືກ ຣະເບີດໄປເຖິງ ຫຼວງພຣະບາງ.