ມ.ທ່າແຂກ ນໍ້າອັ່ງໄຮ່ນາ ເສັຽຫາຍ

ໄມຊູລີ
2015.07.21
F-thakek ສະພາບນໍ້າອັ່ງ ຖ້ວມໄຮ່ນາ ບ້ານເຮືອນ ທີ່ ເມືອງທ່າແຂກ ແຂວງຄໍາມ່ວນ
Citizen Journalist

ປັຈຈຸບັນ ເນື້ອທີ່ ປູກເຂົ້າ ຫລາຍ ເຮັກຕາ ຢູ່ ເມືອງ ທ່າແຂກ ແຂວງ ຄໍາມ່ວນ, ທີ່ ຫາກໍ ເຣີ້ມ ປູກເມື່ອ ບໍ່ດົນມາ ນີ້ ໄດ້ຮັບ ຜົນກະທົບ ຈາກ ນໍ້າອັງ ຫລັງຈາກ ຝົນຕົກ ຫນັກ, ຕັ້ງແຕ່ ວັນທີ 17 ກໍຣະກະດາ ເປັນ ຕົ້ນມາ, ມາເຖິງ ປັຈຈຸບັນ ນໍ້າ ກໍຍັງ ອັ່ງ ຢູ່ ໃນ ຣະດັບ 1 ແມັດ ປາຍ, ເຮັດໃຫ້ ຊາວນາ ໄດ້ ຮັບ ຜົນ ເສັຽຫາຍ ຢ່າງ ກະທັນຫັນ, ດັ່ງ ເຈົ້າໜ້າທີ່ ເມືອງ ທ່າແຂກ ກ່າວວ່າ:

“ເປັນ ນໍ້າປ່າ ນໍ້າອັ່ງ ເນາະ, ຝົນຕົກ 3-4 ມື້, ນໍ້າອັ່ງ ຊື່ໆ ບໍ່ແມ່ນ ນໍ້າຖ້ວມ, ນໍ້າມັນໄຫລ ບໍ່ທັນ ຫັ້ນນະ, ມັນອັ່ງຮຸມ ກັນໄວ້, ເປັນ ເຂດນອກ ເຂດ ຊານເມືອງ ກໍ ເສັຽຫາຍ ແຫລະ, ໄຮ່ນາ ຫັ້ນກະ ຢາກ ວ່າ ຫລາຍ ຢູ່ເດີ”.

ທ່ານກ່າວ ຕໍ່ໄປວ່າ ເບື້ອງຕົ້ນ ຍັງ ບໍ່ ສາມາດ ເກັບກໍາ ຂໍ້ມູນ ຜົນ ເສັຽຫາຍ ຂອງ ຊາວນາ, ຍ້ອນ ບໍ່ ສາມາດ ເດີນທາງ ໄປຮອດ ເຂດ ນໍ້າອັ່ງ ເທື່ອ. ຢ່າງໃດ ກໍຕາມ,  ການ ພຍາກອນ ອາກາດ ໄດ້ແຈ້ງ ລ່ວງໜ້າ ວ່າ,  ຢູ່ ເມືອງ ທ່າແຂກ ຍັງຈະມີ ຝົນຕົກ ໄປ ເລື້ອຍໆ ປະມານ 4-5 ມື້, ດັ່ງນັ້ນ ສະພາບນໍ້າ ອັ່ງ ຈຶ່ງຈະບໍ່ ບົກລົງ ແລະ ຍິ່ງ ຈະເພີ້ມ ຂຶ້ນ, ຖ້າຫາກ ວ່າ ຝົນ ຍັງຕົກ ແຮງ ຢູ່.

ເຈົ້າໜ້າທີ່ ກ່າວ ຕື່ມວ່າ ສະພາບ ນໍ້າອັ່ງ ຍັງ ສົ່ງຜົນ ເຮັດໃຫ້ ເສັ້ນທາງ ໄປ ຖໍ້າ ນາງແອ່ນ ໄດ້ ຮັບ ຄວາມ ເສັຽຫາຍ, ເຮັດໃຫ້ ຣົດ ແລ່ນ ໄປມາ ບໍ່ໄດ້ ຕາມ ປົກກະຕິ, ຊຶ່ງ ບັນຫາ ນີ້ ເຄີຍ ເກີດຂຶ້ນ ແລ້ວ ໃນ ຣະດູ ຝົນ ຜ່ານມາ, ແຕ່ຍັງ ບໍ່ມີການ ປ້ອງກັນ ແກ້ໄຂ. ນອກນັ້ນ, ບ້ານເຮືອນ ຫລາຍຫລັງ ຢູ່ ເຂດລູ່ມ ກໍ ຖືກນໍ້າ ຖ້ວມ.

ຣາຍງານ ແຈ້ງວ່າ ໃນ ວັນທີ 20 ກໍຣະກະດາ ນີ້, ຢູ່ ເມືອງ ວິຣະບູຣີ ແຂວງ ສວັນນະເຂດ ກໍມີ ຝົນ ຕົກຫນັກ ພາໃຫ້ ນໍ້າຖ້ວມ ເສັ້ນທາງ ຫລາຍສາຍ ເປ່ເພ ເຮັດໃຫ້ ການ ສັນຈອນ ຕ້ອງໄດ້ ຢຸດ ຫລາຍ ຊົ່ວໂມງ, ແຕ່ ຍັງບໍ່ມີ ຣາຍງານ ກ່ຽວກັບ ຜົນ ເສັຽຫາຍ ຂອງ ປະຊາຊົນ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.