ໂຮງຂ້າສັດຂອງຈີນ ປ່ອຍນໍ້າເສັຽ ສົ່ງກິ່ນເໝັນ

ສຸພັດຕາ
2020.02.18
F-LP ອີກໂຕຢ່າງນຶ່ງ; ໂຮງງານຂອງນັກລົງທຶນຈີນ ທີ່ ປະຊາ​ຊົນ​ຮ້ອງທຸກ ຕໍ່ການ​ດຳ​ເນີນ ​ທຸຣະ​ກິດ ​ຢູ່​ທາງ​ເລກ 7 ​ເມືອງ​ພູ​ຄູນ ​​ແຂວງຫລວງ​ພະ​ບາງ ແລ້ວ​ເຮັດ​ໃຫ້​ມີ​ຄວັນ ​ແລະ ກິ່ນ​ຂິວ​ກະຈາຍ​ໄປ​ທົ່ວ ​ເຂດ​ໃກ້​ຄຽງ ​ສົ່ງ​ຜົນກະທົບ​ໃສ່ ​ປະຊາຊົນ​ຫາຍ​ໃຈ ​ລຳບາກ
ຮູບຈາກ : ນັກຂ່າວພົລເມືອງ

ປະຊາຊົນບ້ານປາກປາ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ຈົ່ມວ່າ ໂຮງງານຂ້າສັດ ທັນສມັຍ ບ້ານປາກປາ ຊຶ່ງເປັນຂອງ ນັກລົງທຶນຈີນ ສົ່ງກິ່ນເໝັນ ລົບກວນຊາວບ້ານ ເປັນຕົ້ນ ຂີ້ໝູ, ນໍ້າເລືອດ ແລະເຄື່ອງໃນຕ່າງໆທີ່ບໍ່ຕ້ອງການຖິ້ມລົງ ຕາມຫ້ວຍຕາມໜອງ ມາດົນແລ້ວ, ດັ່ງປະຊາຊົນ ທີ່ໄປຮັບຜົນກະທົບ ກ່່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ກຸມພາ ນີ້ວ່າ:

“ໂຮງງານຂ້າສັດ ທັນສມັຍ ບ້ານປາກປາ ມັນເໝັນຂີ້ໝູ ໝູຂະເຈົ້າມາຂັງຫັ່ນນາ ແລ້ວກະນໍ້າເລືອດ ຂະເຈົ້າຄົວໝູ ລ້າງຂີ້ ລ້າງໄຂມັນເນາະ ລົງໃສ່ໜອງຫັ່ນ ແລ້ວກະລົງໃສ່ຫ້ວຍ ແລ້ວກະລົງໃສ່ນໍ້າເຊືອງເລີຍນະ ປາ ບັກເໝັນໆດຽວນີ້ນະ ມັນເໝັນໝົດ ບ້ານເລີຍແຫຼະ ຕອນແລງ ແລ້ວ 3 ໂມງ ມັນອາກາດຮ້ອນ ມັນຢູ່ບໍ່ໄດ້ເລີຍ.”

ທ່່ານກ່າວຕື່ມວ່າ ໂຮງງານຂ້າສັດ ຂອງຄົນຈີນນີ້ ແມ່ນສ້າງຂຶ້ນ ໂດຍມີໃບອະນຸຍາດຖືກຕ້ອງທຸກຢ່າງ ແຕ່ບໍ່ປະຕິບັດຕາມຂັ້ນຕອນໃນເຣື່ອງ ສະພາບແວດລ້ອມ ບັນຫາດັ່ງກ່າວນີ້ ປະຊາຊົນທີ່ໄດ້ຮັບຜົນກະທົບ ໄດ້ແຈ້ງໄປຍັງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແລ້ວ ແລະປັດຈຸບັນ ກໍຍັງລໍຖ້າ ເຈົ້າໜ້າທີ່ກ່ຽວຂ້ອງ ມາແກ້ໄຂເຣື້ອງນີ້ຢູ່.

ໃນຂນະດຽວກັນ ປະຊາຊົນ ອີກຜູ້ນຶ່ງ ທີ່ໄດ້ຮັບຜົນກະທົບແບບດຽວກັນ ກໍເວົ້າວ່າ ຢູ່ເຂດບ້ານປາກປາ ປະຊາຊົນ ໄດ້ຮັບຜົນກະທົບໜັກ ເຣື່ອງກິ່ນເໝັນ ເພາະໂຮງຂ້າສັດ ດັ່ງກ່າວ ປ່ອຍຂີ້ໝູຕ່າງໆ ລົງຕາມຫ້ວຍ ຕາມໜອງ, ດັ່ງທ່ານກ່າວວ່າ:

“ຢູ່ປາກປາ ເໝັນໝົດແຫຼະຢູ່ຫັ່ນ ແທ້ໂອ້ຮ້າຍແຮງ ໂອ້ອັນນີ້ ອັນນີ້ແບບ ຂອງຈີນເດ້ ຂອງເພິ່ນຂ້າສັດແນ່ນາ ກໍເໝັນຂະເຈົ້າປ່ອຍລົງຫ້ວຍ ລົງຫຍັງເລີຍນະ.”

ກ່ຽວກັບເຣື້ອງດັ່ງກ່າວນີ້ ເຈົ້າໜ້າທີ່ ຂແນງລ້ຽງສັດ ນະຄອນຫຼວງພຣະບາງ ກ່າວວ່າ ບັນຫາ ກິ່ນເໝັນຈາກໂຮງງານຂ້າສັດຂອງຈີນ ທີ່ ປະຊາຊົນ ແຈ້ງມານັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງໄປກວດ ຮ່ວມກັບເຈົ້າໜ້າທີ່ ຊັພຍາກອນທັມມະຊາດ ໂຮງງານ ຂ້າສັດດັ່ງກ່າວ ໄດ້ສົ່ງກິ່ນເໝັນແຮງ ບໍ່ປະຕິບັດຕາມຣະບຽບ ຂອງທາງການ ມີການຖິ້ມຂີ້ໝູ ລົງຕາມທັມມະຊາດ ທາງເຈົ້າໜ້າທີ່ ກໍໄດ້ໃຫ້ປັບປຸງແກ້ໄຂ ແລະຕັກເຕືອນຢູ່, ດັ່ງທ່ານກ່າວວ່າ:

“ໄດ້ລົງຕັກເຕືອນຢູ່ ປະສານກັບຂະເຈົ້າຫັ່ນ ຕ້ອງໄດ້ຄ່ອຍສ້າງ ບໍ່ບໍາບັດ ນັ້ນເພື່ອໄດ້ຫຼຸດກິ່ນ ໂຕນີ້ ນິ່ເນາະ ກໍຍ້ອນປະຊາຊົນເພິ່ນຈົ່ມ ຫັ່ນແຫຼະ ມັນຍັງນັ້ນເຂົ້າມາ ຂະເຈົ້າບໍ່ໄດ້ເຮັດໜອງຫັ່ນນາ ມັນປ່ອຍລົງທັມມະຊາດເປັນສ່ວນໃຫຍ່ ບໍ່ຄວບຄຸມດ້ານມົລພິດນີ້ນະ ບັນຫາ ເຣື່ອງກິ່ນ ລົບກວນຊາວບ້ານ.”

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂແນງລ້ຽງສັດ ແລະເຈົ້າໜ້າທີ່ຊັພຍາກອນທັມມະຊາດ ນະຄອນຫຼວງພຣະບາງ ໄດ້ແນະນໍາໃຫ້ໂຮງຂ້າສັດ ທັນສມັຍບ້ານປາກປາ ແກ້ໄຂ ບັນຫາເຣື່ອງກິ່ນເໝັນ ທີ່ລົບກວນຊາວບ້ານ ໂດຍໃຫ້ສ້າງອ່າງບໍາບັດ ນໍ້າເສັຍ ແລະໄດ້ຕັກເຕືອນ ບໍ່ໃຫ້ ປ່ອຍຂີ້ໝູ ຫຼືເສດນໍ້າເລືອດ ລົງໃສ່ຫ້ວຍ ໜອງອີກ ພ້ອມທັງໃຫ້ປະຕິບັດ ຕາມຣະບຽບການ ຂອງທາງການຢ່າງ ເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.