ປະຊາຊົນຮຽກຮ້ອງໃຫ້ ຫຼຸດອາຍຸ ເຊົ່າດິນປູກກ້ວຍ

ມະນີຈັນ
2019.11.27
f-banana2 ຕົວຢ່າງນຶ່ງ ສວນປູກກວຍ ຂອງບໍຣິສັດຈີນ ພື້ນທີ່ 50 ເຮັກຕາ ຢູ່ບ້ານໂພນສໍາພັນ ແລະ ບ້ານຜາແຕ ເມືອງລອງ ແຂວງຫຼວງນໍ້າທາ
RFA/VD

ປະຊາຊົນ ບ້ານໂພນທອງ ເມືອງຄູນຄໍາ ແຂວງຄໍາມ່ວນ ຮຽກຮ້ອງ ໃຫ້ທາງການລາວ ຫຼຸດໄລຍະເວລາສຳປະທານ ຫລື ເຊົ່າທີ່ດິນ ຂອງ ໂຄງການປູກກ້ວຍຈີນ ລົງຈາກ 23 ປີ ໃຫ້ເຫຼືອ 5 ປີ ຍ້ອນທາງໂຄງການບໍ່ປະຕິບັດຕາມສັນຍາ ເປັນຕົ້ນບໍ່ຈ່າຍຄ່າເຊົ່າ ທີ່ດິນແລະບໍ່ຈ້າງ ຄົນງານພາຍໃນບ້ານ ດັ່ງກ່າວ ເອົາແຕ່ຄົນຈີນມາເຮັດວຽກ, ອີງຕາມຄໍາເວົ້າ ຂອງປະຊາຊົນ ບ້ານໂພນທອງ ຕໍ່ RFA ໃນມື້ວັນທີ 26 ພຶສຈິກາ ນີ້:

“ປະຊາຊົນຮຽກຮ້ອງ ຂໍຄວາມເປັນທັມ ໃຫ້ຫຼຸດຄ່າເຊົ່າຫັ່ນລົງພາຍໃນ 5 ປີ ເພາະວ່າການເຊົ່າທີ່ດິນ ຂອງໂຄງການບໍຣິສັດ ບໍ່ເອກກະພາບ ວຸ້ນວາຍກັບເຂົາຫຼາຍ ເຂົາກໍໃຫ້ຊະ ຈາກ 150,000 ມາເປັນ 250,000 ສຸດທ້າຍ ມາເບິ່ງແລ້ວ ມັນເປັນໂຄງການ 100 ເປີເຊັນ ຂອງ ບໍຣິສັດ ເຂົາເອົາແຕ່ຄົນເຂົາ ມີແຕ່ຈີນ.”

ໃນຂນະດຽວກັນ ເຈົ້າໜ້າທີ່ ກົມປູກຝັງ ກະຊວງກະສິກັມ ແລະ ປ່າໄມ້ ກໍກ່າວວ່າ ຄຳຮຽກຮ້ອງ ຂອງປະຊາຊົນ ໃຫ້ຫຼຸດໄລຍະເວລາເຊົ່າ ທີ່ດິນ ຂອງພວກເຂົາເຈົ້າລົງນັ້ນ ມັນຕ້ອງຂຶ້ນກັບການຕົກລົງ ຂອງຄູ່ສັນຍາ, ທາງການບໍ່ຮູ້ນຳ:

“ມັນກະຂຶ້ນຢູ່ກັບ ຄູ່ສັນຍາ ໃຜເຊັນກັບໃຜ ອ້າວທັມມະດາ ຄູ່ສັນຍາຈະໃຫ້ຣັຖໄປເວົ້າ ກໍສົມພໍເຂົາວ່າ ໂທມາພີ້ ແນວໄປລັກເຮັດເນາະ ຕ້ອງໄປເວົ້ານໍາຈີນ ຂັ້ນເທິງບໍ່ຮູ້ນໍາເດ້ ເຂົາບໍ່ໄດ້ເຊັນນໍາເນາະ.”

ກ່ຽວກັບເຣື້ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກອຸດສະຫະກັມ ແລະການຄ້າ ແຂວງຄໍາມ່ວນ ກ່າວວ່າ ໂຄງການປູກກ້ວຍຈີນແຫ່ງນີ້ ໄດ້ເຮັດສັນຍາ ເຊົ່າ ທີ່ດິນປູກກ້ວຍ ກັບປະຊາຊົນ ພາຍໃນບ້ານໂພນທອງ ໂດຍບໍ່ໄດ້ຜ່ານ ອຳນາດການປົກຄອງເມືອງ ແລະ ແຂວງ.

ແຕ່ເຖິງຢ່າງໃດກໍຕາມ ແຂວງກໍໄດ້ໄປຊ່ອຍແກ້ໄຂບັນຫາ ທີ່ເກີດຂຶ້ນ ແລະໄດ້ສັ່ງໃຫ້ເຈົ້າຂອງໂຄງການປູກກ້ວຍຈີນ ປະຕິບັດໃຫ້ຖືກຕ້ອງ ຕາມສັນຍາ. ແຕ່ທາງໂຄງການ ຍັງບໍ່ປະຕິບັດເທື່ອ ດັ່ງທ່ານກ່າວວ່າ:

“ໄປເຊົ່າກັນເອງເດີ້ 23 ປີ ເມືອງເຮົາບໍ່ໄດ້ຮູ້ເດ້ ໄທເຮົາບໍ່ຮູ້ວ່າສັ່ງຢຸດ ແລ້ວເຮັດໜັງສືເຊີນຂແນງການ ຂອງແຂວງທີ່ກ່ຽວຂ້ອງລົງ ຜ່ານມາ, ລາວຈ່າຍ 150,000 ແຕ່ບາງບ່ອນທີ່ມີຄວາມຫຍຸ້ງຍາກ ຕໍ່ກັບການເຮັດທາງຂອງລາວ ລາວເຮົາເອົາແພງຂຶ້ນ 250,000 ຕະກີ້ ກໍ 2+3 ສຸດທ້າຍມາ ປະຊາຊົນບໍ່ເຮັດ.”

ນອກຈາກບັນຫາຫລຸດໄລຍະເວລາເຊົ່າທີ່ດິນ ລົງແລ້ວ ປະຊາຊົນຢູ່ບ້ານດ່ັງກ່າວ ຍັງເວົ້າວ່າມີກິ່ນຂິວ ບໍ່ຮູ້ວ່າເປັນສານພິດຊນິດໃດ ຈາກ ສວນກ້ວຍຈີນ ເຮັດໃຫ້ເຈັບຫົວ, ແສບດັັງ ແລະເຈັບຕາ ດັ່ງປະຊາຊົນບ້ານໂພນທອງ ອີກຄົນນຶ່ງ ກ່າວໃນມື້ດຽວກັນ ນັ້ນວ່າ:

“ມີແຕ່ເວົ້າເຣື່ອງເຄມີ ພວກຂ້ອຍກໍບໍ່ຮູ້ ມັນໃຊ້ສານຫຍັງ ແຕ່ວ່າເຂົ້າໄປສວນ ຄືແຕ່ວ່າ ຖ້າທາດອ່ອນຄືຂ້ອຍ ມັນເຂົ້າໄປໃກ້ກໍເຈັບຫົວ ແຕ່ ຜູ້ຂະເຈົ້າຢູ່ແທ້ໆ ນັ້ນກໍສິລື້ງ ກໍບໍ່ເປັນດອກ.”

ທ່ານກ່າວຕື່ມອີກວ່າ ກ່ຽວກັບການໃຊ້ສານເຄມີ ໃນສວນກ້ວຍ ທີ່ວ່າເຮັດໃຫ້ປະຊາຊົນພາຍໃນບ້ານເຈັບຫົວ, ແສບດັັງ ແລະເຈັບຕານັ້ນ ເຈົ້າໜ້າທີ່ວິຊາການ ກໍໄດ້ໄປກວດກາແລ້ວ ແຕ່ບໍ່ພົບສານເຄມີ ແຕ່ຢ່າງໃດ.

ສວນກ້ວຍຈີນ ຢູ່ບ້ານໂພນທອງ ເມືອງຄູນຄໍາແຂວງຄໍາມ່ວນ ຈົດທະບຽນໃນນາມຄົນລາວ ແຕ່ເຈົ້າຂອງແທ້ເປັນຄົນຈີນ, ໄດ້ເລີ້ມປູກກ້ວຍ ມາແຕ່ທ້າຍປີກາຍ, ປັດຈຸບັນ ຕົ້ນກ້ວຍສູງປະມານ 1 ແມັດເຄິ່ງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.