ຝົນຕົກນໍ້າຖ້ວມລໍາບາກ ການຄົ້ນຫາ: ມ.ສນາມໄຊ
2018.08.16

ປັດຈຸບັນການຊອກຄົ້ນຫາ ຄົນຫາຍສາບສູນ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍ້ອນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກນໍ້າຖ້ວມໜັກ ນັ້ນ ຫຍຸ້ງຍາກຫຼາຍຂຶ້ນ ເພາະນໍ້າຖ້ວມອີກຮອບສອງ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງ ອັດຕະປື ຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 16 ສິງຫາ:
"ການຄົ້ນຫາຜູ້ເສັຍຊີວິດນີ້ເພິ່ນ ກະຍັງດໍາເນີນຢູ່ ແຕ່ວ່າມັນກະຂ້ອນຂ້າງຈະຫຍຸ້ງຍາກນໍ ດຽວນີ້ຫັ້ນກະນໍ້າ ມັນມາອີກນໍ ທາງແຂວງຫາເມືອງ ໄປທາງຣົດບໍ່ໄດ້ ໝາຍຄວາມວ່າ ເຮົາໄປທາງຣົດບໍ່ໄດ້ນໍ ຂົວຖືກຕັດຂາດນີ້ແຫລະ."
ນາງກ່າວຕື່ມວ່າ ຕາມຂໍ້ມູນລ້າສຸດຂອງຄນະຊອກຫາຜູ້ຫາຍສາບສູນ, ຊອກຄົ້ນພົບຜູ້ເສັຍຊີວິດ ໄດ້ແລ້ວ 34 ສົບ ແລະມີຄົນເສັຍຊີວິດຍ້ອນ ພັຍນໍ້າຖ້ວມ ແລະ ພຍາດຢູ່ໂຮງໝໍ ອີກ 5 ຄົນ.
ມີຣາຍງານຕື່ມອີກວ່າ ນໍ້າຖ້ວມຮອບສອງນີ້ ເຮັດໃຫ້ນໍ້າຖ້ວມສູນ ຜູ້ປະສົບພັຍ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ນໍ້າຖ້ວມ ຢູ່ເມືອງ ມະຫາໄຊ, ຕ້ອງໄດ້ໂຍກຍ້າຍ ປະຊາຊົນໄປຢູ່ບ່ອນໃໝ່.
ທ່ານ ຄໍາແພງ ໄຊສົມແພງ ຣັຖມົນຕຣີກະຊວງແຮງງານ ແລະສະຫວັດດິການສັງຄົມ ສປປລາວ ໄດ້ເວົ້າຢູ່ແຂວງອັດຕະປື ໃນມື້ວັນທີ 14 ສິງຫາ ນີ້ວ່າ ໃຫ້ທຸກພາກສ່ວນສືບຕໍ່ ຄົ້ນຫາສົບຂອງຜູ້ເສັຍຊີວິດ ແລະບັນເທົາທຸກແກ່ປະຊາຊົນ,
ໃຫ້ອອກບັດປະຈໍາຕົວແກ່ຜູ້ປະສົບພັຍ ແລະໃຫ້ເງິນແກ່ຜູ້ປະສົບພັຍ 5 ແສນກີບ ຕໍ່ຄອບຄົວ, ໃຫ້ເລັ່ງສ້າງບ່ອນພັກອາສັຍ ຊົ່ວຄາວ ໃຫ້ ຜູ້ປະສົບພັຍທັງ 5 ຈຸດຕາມ ທີ່ໄດ້ວາງແຜນໄວ້ ແລະໃຫ້ເລັ່ງສ້ອມແປງຂົວ ແລະທາງທີ່ຖືກຕັດຂາດ ເພື່ອອໍານວຍ ຄວາມສະດວກ ໃຫ້ ການເດີນທາງ ຂອງເຈົ້າໜ້າທີ່ ທີ່ໄປຊ່ອຍເຫລືອ.