ມ.ທ່າປາງທອງ ໄປມາ ລໍາບາກ
2017.06.13
ປະຊາຊົນ 40 ປາຍບ້ານ ຢູ່ເມືອງ ທ່າປາງທອງ ແຂວງສະຫວັນນະເຂດ ທີ່ເປັນເຂດຫ່າງໄກ ຕົວເມືອງ ສັນຈອນໄປມາ ຫຍຸ້ງຍາກ ລໍາບາກຫລາຍ ຍ້ອນຫົນທາງ ເປ່ເພ, ເປັນຂຸມໃຫຍ່ ແລະ ຂີ້ຕົມຫລາຍ ໂດຍສະເພາະ ໃນລະດູຝົນ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ເມືອງທ່າປາງທອງ:
"ເສັ້ນທາງຫລວງ ເພິ່ນກະປົວແປງແລ້ວ ກຽມຮັບກິລາເດ໊ ກະປົກຕິ ເສັ້ນທາງ ກະໂອເຄ ແຕ່ວ່າຍັງ ຢາກຍາກແນ່ ເພາະວ່າເປັນທາງ ດິນແດງຫັ້ນນະ ກະຖືວ່າໄປມາ ສະດວກຢູ່ ໃນຊ່ວງນີ້ ກະພໍໄປໄດ້".
40 ປາຍບ້ານ ຮວມທັງບ້ານໂນນຈາ, ບ້ານນາສະໂນ, ບ້ານພູຜານອນ ນັ້ນລໍຖ້າ ການຊ່ວຍເຫລືອ ຈາກທາງການ ສປປລາວ ໃນການ ສ້ອມແປງ ແລະປັບປຸງຖນົນ ຊຶ່ງສ່ວນຫຼາຍ ເປັນຖນົນດິນແດງ ໃນຍາມແລ້ງ ມີຂີ້ຝຸ່ນ, ຍາມຝົນ ເປັນຂີ້ຕົມ, ບາງບ່ອນ ຣົດໃຫຍ່, ຣົດຈັກ ບໍ່ສາມາດ ແລ່ນໄປມາໄດ້.
ທ່ານກ່າວຕື່ມວ່າ ເມື່ອເດືອນກຸມພາ ຜ່ານມານີ້ ທາງການ ແຂວງສະຫວັນນະເຂດ ກໍໄດ້ມາ ສ້ອມແປງຖນົນ ຫລາຍບ່ອນ ທີ່ເປ່ເພ ຈາກ ເມືອງທ່າປາງທອງ ໄປຫາ ເມືອງພີນ ປະມານ 30 ປາຍ ກິໂລແມັດ ຍ້ອນວ່າ ເມືອງທ່າປາງທອງ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ກິລາ ມວນຊົນ ຂຶ້ນໃນເດືອນ ທັນວາ 2017 ນີ້.
ເມືອງທ່າປາງທອງ ເປັນເມືອງທີ່ ປະຊາຊົນສ່ວນຫລາຍ ທຸກຍາກ ຂາດເຂີນ, ບໍ່ມີການພັທນາໂຄງຮ່າງພື້ນຖານ ຢູ່ຫລາຍບ້ານ ເຊັ່ນວ່າ ເຣຶ່ອງຖນົນ ຫົນທາງ, ໄຟຟ້າ ແລະນໍ້າ ສະອາດ.