ຕໍາຣວດລາວນໍາລ້າມືສັງຫານ
2016.07.21
ທາງການຈີນ ຍັງຂໍໃຫ້ ຕໍາຣວດລາວ ເລັ່ງຕິດຕາມຈັບ ຄົນຮ້າຍ ທີ່ ໃຊ້ປືນຍິງ ແມ່ຍິງຊາວຈີນ ຈົນເສັຽຊີວິດ ຢູ່ໃກ້ຕລາດ ຊັງຈຽງ ໃນ ນະຄອນຫລວງ ວຽງຈັນ ເມື່ອ ວັນທີ 11 ກໍຣະກະດາ 2016 ທີ່ເປັນ ຄະດີ ທີ່ທາງການ ຈີນ ໃຫ້ຄວາມສໍາຄັນ. ຫາກຄົນຮ້າຍ ເປັນຄົນຈີນ ທາງການຈີນ ກໍຈະຂໍ ນໍາຕົວໄປ ດໍາເນີນ ຄະດີ ແຕ່ຖ້າ ເປັນຄົນລາວ ກໍໃຫ້ຕັດສິນ ຄະດີ ຢູ່ລາວ. ດັ່ງ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ຂອງລາວ ກ່າວຕໍ່ RFA ໃນວັນທີ 20 ກໍຣະກະດາ 2016 ນີ້ວ່າ:
"ໂອ້ເພິ່ນກະສັ່ງ ຫັ້ນແລ້ວ ເພິ່ນກະຢາກໄດ້ ຄົນຮ້າຍທີ່ສຸດ ຫັ້ນແຫລະ ຄະດີນີ້ມັນ ກະເປັນຄະດີ ຊິງຊັບ ແລະກະ ຄາຕກັມ ເພິ່ນກະວ່າ ໃຫ້ເຈົ້າໜ້າທີ່ ພວກເຮົາ ເອົາໃຈໃສ່ ຊອກຈັບຕົວ ເປົ້າໝາຍ ໃຫ້ມັນໄດ້ ໄວທີ່ສຸດ ຫັ້ນແຫລະ ຖ້າວ່າແມ່ນ ເປັນຄົນຈີນ ເຂົາຫັ້ນ ດ້ວຍກັນຫັ້ນ ກະໄດ້ສົ່ງ ໃຫ້ເພິ່ນ".
ທ່ານກ່າວຕື່ມວ່າ ເຖິງຢ່າງໃດ ກໍຕາມ ຫລ້າສຸດ ທາງ ເຈົ້າໜ້າທີ່ ຊຸດສືບສວນ ສອບສວນ ຍັງບໍ່ສາມາດ ຊອກຫາ ເປົ້າໝາຍ ໄດ້ເທື່ອ ຍ້ອນຕາມ ເສັ້ນທາງ ທີ່ຄົນຮ້າຍ ຂີ່ຣົດຈັກ ຫລົບໜີໄປນັ້ນ ຫລາຍບ່ອນ ບໍ່ໄດ້ຕິດຕັ້ງ ກ້ອງ ວົງຈອນປິດ, ຈຶ່ງຕ້ອງໃຊ້ ເວລາອີກ ພໍສົມຄວນ. ແຕ່ກໍຄາດວ່າ ຜູ້ກໍ່ເຫດ ຍັງລີ້ຊ່ອນຕົວ ຢູ່ໃນ ນະຄອນຫລວງ ວຽງຈັນ.
ສຳລັບ ສາເຫດ ຂອງການສັງຫານນັ້ນ ເຈົ້າໜ້າທີ່ ຕໍາຣວດ ຍັງແນໃສ່ວ່າ ຂ້າເພື່ອຊິງຊັພ ເພາະຜູ້ເຫັນ ເຫດການ ໃຫ້ ຂໍ້ມູນວ່າ ຄົນຮ້າຍ ພຍາຍາມ ຍາດກະເປົ໊າ ແລ້ວກໍມີ ການຕໍ່ສູ້ກັນ ຈົນຄົນຮ້າຍ ຈົກປືນ ອອກມາຍິງ. ຜູ້ເສັຽຊີວິດ ເປັນແມ່ຄ້າ ໃນຕລາດ ຊັງຈຽງ.
ທ່ານກ່າວວ່າ ເຫດການນັ້ນ ເຮັດໃຫ້ຊາວຈີນ ໃນ ນະຄອນຫລວງ ວຽງຈັນ ຮູ້ສຶກ ຢ້ານກົວ ຫລາຍຄົນ ກໍຣະມັດຣະວັງຕົວ ຫຼາຍຂຶ້ນ ເພາະຢ້ານ ຕົກເປັນເຫຍື່ອ ຂອງພວກປຸ້ນຈີ້. ເຈົ້າໜ້າທີ່ ຕໍາຣວດ ໄດ້ເພີ່ມມາຕການ ຄຸ້ມຄອງ ຄວາມປອດພັຍ ຫຼາຍຂຶ້ນ ຕາມທີ່ ທາງ ສະຖານທູດຈີນ ປະຈຳລາວ ໄດ້ຮຽກຮ້ອງ ມາກ່ອນໜ້ານີ້ ໃຫ້ ທາງການລາວ ຄຸ້ມກັນ ຊີວິດ ແລະ ຊັພສິນ ຂອງ ຊາວຈີນ ເປັນພິເສດ.