ສັດປ່າຍັງຖືກ ຕາມລ່າສົ່ງຂາຍ


2013.03.20
F-hunter ນໍ້າກະດິງ ສປປລາວ ນາຍພານ ທີ່ລັກລອບ ລ້າສັດ ໄດ້ຖືກຖ່າຍ ຮູປເອົາ ດ້ວຍກ້ອງ ອັດຕະໂນມັດ ທີ່ຖືກເຊື່ອງໄວ້ ໃນປ່າ ໂດຍອົງ ອະນຸຮັກ ສັດປ່າສາກົນ ເພື່ອສຶກສາ ພຶດຕິກັມ ຂອງສັດ
Photo courtesy of Wildlife Conservation Society as part of the TEAM Network Partnership/www.teamnetwork.org. as part of the “Global Camera Trap Mammal” study.

ເຈົ້າໜ້າທີ່ ລາວ ວ່າ ການລັກລ່າ ສັດປ່າ ເພື່ອສົ່ງອອກ ໄປ ວຽດນາມ ແລະ ຈີນ ຍັງເກີດຂຶ້ນ ຢູ່ເລື້ອຍມາ ໂດຍສະເພາະ ຢູ່ເຂດ ປ່າສງວນ ນາກາຍ ແຂວງ ຄໍາມ່ວນ.

ເຈົ້າໜ້າທີ່ ໃນໜ່ວຍ ສະເພາະກິດ ເພື່ອການ ກວດກາ ແລະ ປາບປາມ ການລັກລ່າ ແລະ ຄ້າສັດປ່າ ກະຊວງ ກະສິກັມ ປ່າໄມ້ ຂອງລາວ ທ່ານນຶ່ງ ເປີດເຜີຍ ເມື່ອສັປດາ ຜ່ານມາ ວ່າ ການລັກລ່າ ສັດປ່າ ໃນລາວ ເພື່ອສົ່ງໄປ ຕ່າງປະເທດ ໂດຍສະເພາະ ແມ່ນໄປ ວຽດນາມ ແລະ ຈີນ ຊຶ່ງເປັນຕລາດ ຮັບຊື້ ສັດປ່າ ຈາກລາວ ຢ່າງບໍ່ຈໍາກັດ ຈໍານວນ ທັງໃນ ຣາຄາສູງ ເປັນພິເສດ ນໍາອີກ ຖ້າຫາກ ເປັນສັດປ່າ ທີ່ ຫາຍາກ ເຊັ່ນ ໝີ, ເສືອໂຄ່ງ, ງົວປ່າ, ຄວາຍປ່າ, ລິ່ນ ແລະ ຊ້າງປ່າ ເປັນຕົ້ນ.

ຍ້ອນເປັນ ເຊັ່ນນັ້ນ ຈຶ່ງເຮັດໃຫ້ ນັກລ່າສັດ ທັງຫລາຍ ໃນລາວ ພາກັນລັກ ລ່າສັດປ່າ ຢ່າງເປັນ ຂະບວນ ຢູ່ທຸກເຂດ ປ່າສງວນ ແຫ່ງຊາດ ໃນ ທົ່ວປະເທດ, ເຂດທີ່ ກວດພົບວ່າ ມີການລັກ ລ່າສັດປ່າ ທີ່ສ່ຽງ ຈະສູນພັນ ໄປຢ່າງ ວ່ອງໄວ ຫຼາຍ ທີ່ສຸດ ນັ້ນ ຄືເຂດ ປ່າສງວນ ແຫ່ງຊາດ ນາກາຍ ໃນແຂວງ ຄໍາມ່ວນ. ດັ່ງເຈົ້າໜ້າ ທີ່ທ່ານນີ້ ເວົ້າເຖິງ ຜົນການກວດກາ ໃນເດືອນ ທີ່ຜ່ານມາວ່າ:

"ພວກເຮົາ ຈຶ່ງຕີລາຄາວ່າ ຢູ່ຕາມ ເຂດຊາຍແດນ ແມ່ນຍັງ ມີການເຄື່ອນໄຫວ ໃນການຈັບ ໃນການ ລ່າສັດປ່າ ນີ້ຢູ່ ບໍ່ແມ່ນໜ້ອຍເດ໋ ຍົກຕົວຢ່າງ ຢູ່ປ່າສງວນ ນາກາຍ ນໍ້າເທີນນີ້ ແຕ່ລະເດືອນ ໄປເກັບກູ້ ໄປກວດ ໄປເຫັນກັບແຮ້ວ ກັບກະທັບ ນັ້ນມາ ພັນກວ່າ ກໍຣະນີ ພຸ້ນ".

ທາງອົງການ ຊ້າງ ເອເຊັຽ ກໍໄດ້ສເນີ ຣາຍງານ ການສໍາຣວດ ເທື່ອລ່າສຸດ ໃນລາວ ວ່າ ຊ້າງປ່າ ເປັນສັດ ທີ່ມີ ຄວາມສ່ຽງສູງ ທີ່ຈະສູນພັນ ໄປຈາກ ລາວ ຫຼາຍທີ່ສຸດ ຍ້ອນການ ຕັດໄມ້ ທໍາລາຍປ່າ ແລະ ການສໍາປະທານ ທີ່ດິນ ເພື່ອການປູກ ພືດຊນິດຕ່າງໆ, ຄິດເປັນເນື້ອທີ່ ກວ້າງກວ່າ 4 ແສນ ເຮັກຕາ ແລະ ມີແນວໂນ້ມ ທີ່ຈະຂຍາຍ ກວ້າງອອກໄປອີກ ໃນ ທົ່ວປະເທດ ເຮັດໃຫ້ມີ ການທໍາລາຍ ປ່າໄມ້ ທີ່ເປັນແຫລ່ງ ອາຫານ ແລະ ບ່ອນ ປະສົມພັນ ຂອງ ຊ້າງປ່າ ຢ່າງກວ້າງຂວາງ ຊຶ່ງ ເຊື່ອວ່າ ປັດຈຸບັນ ໃນລາວ ຊ້າງປ່າ ຍັງເຫລືອຢູ່ ບໍ່ເຖິງ 400 ໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.