ເຂື່ອນປາກແບງຈະມີຜົນ ກະທົບ
2017.05.16
ປະຊາຊົນ 200 ປາຍຄອບຄົວ ຈະໄດ້ຮັບຜົລກະທົບ ຈາກໂຄງການ ກໍ່ສ້າງເຂື່ອນ ປາກແບງ ເມືອງປາກທາ ແຂວງອຸດົມໄຊ ຍ້ອນລະດັບ ນ້ຳ ຈະສູງຂຶ້ນ ແລະໄຫຼຖ້ວມພື້ນທີ່ກະສິກັມ ແລະບ້ານເຮືອນຂອງຂະເຈົ້າ ໂດຍສະເພາະ ຢູ່ບໍຣິເວນ ແຄມແມ່ນ້ຳຂອງ. ດັ່ງເຈົ້າໜ້າທີ່ເມືອງ ປາກທາ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ພຶສພາ ນີ້ວ່າ:
"ໄດ້ຮັບຜົລກະທົບມັນມີ 2 ບ້ານ 2 ບ້ານນີ້ ມັນກໍມີ 200 ປາຍຄອບຄົວ ບໍ່ມັນບໍ່ໄດ້ຖືກໝົດ ອັນສ່ວນຫຼາຍກະທົບ ກ່ຽວກັບທີ່ດິນ ກ່ຽວກັບ ບ່ອນປະຊາຊົນ ທຳການຜລິດ ຫັ້ນນະ".
ທ່ານກ່າວວ່າ ໃນຈໍານວນ 200 ປາຍຄອບຄົວນີ້ ຈະມີ 4 ຄອບຄົວ ທີ່ຕ້ອງຖືກ ໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ຄືຈາກບ້ານ ກ້ອນຕື່ນ 2 ຄອບຄົວ ແລະບ້ານປາກໂຊ 2 ຄອບຄົວ. ສຳລັບຄວາມຄືບໜ້າ ຂອງການກໍ່ສ້າງ ເຂື່ອນປາກແບງນັ້ນ ທ່ານບອກວ່າ ປັດຈຸບັນ ທາງ ໂຄງການ ເລີ່ມສ້າງຖນົນ ປັບປຸງທາງ ໄປເຂດຕົວເຂື່ອນ ແລະຕຽມບ່ອນສ້າງບ້ານພັກ ຄົນງານ ທີ່ຈະເຂົ້າມາສ້າງເຂື່ອນ ນັ້ນແລ້ວ:
"ເອີ ຕົວອັນບ່ອນທີ່ຈະສ້າງເຂື່ອນ ເພິ່ນເລີ່ມແລ້ວ ແປງເສັ້ນທາງເຂົ້າແລ້ວ ສິເຮັດບ່ອນຫຍັງຢູ່ບ່ອນ ກໍ່ສ້າງນັ້ນແຫລະ".
ທ່ານກ່າວຕື່ມວ່າ ໂຄງການເຂື່ອນປາກແບງ ຈະເຮັດໃຫ້ລະດັບນ້ຳ ໃນແມ່ນ້ຳຂອງ ຢູ່ ບໍຣິເວນ ເມືອງປາກທາ ສູງຂຶ້ນເປັນ 20 ແມັຕປາຍ. ແຕ່ຜົລກະທົບ ຕໍ່ທີ່ຢູ່ອາສັຍ ຂອງປະຊາຊົນ ຍັງບໍ່ຫລາຍ ເທົ່າກັບ ປະຊາຊົນ ທີ່ຢູ່ເມືອງຊຽງຮ່ອນ ກັບ ເມືອງຄອບ ແຂວງໄຊຍະບູລີ ຊຶ່ງຈະຕ້ອງໄດ້ ຖືກໂຍກຍ້າຍ ໄປຢູ່ບ່ອນຈັດສັນ ທັງໝົດ 2 ບ້ານ.
ໂຄງການເຂື່ອນປາກແບງ ຈະມີປະຊາຊົນ ຫລາຍກວ່າ 7 ບ້ານ ໃນ 4 ເມືອງ ຄືເມືອງຊຽງຮ່ອນ, ເມືອງຄອນ, ເມືອງປາກແບງ ແລະ ເມືອງປາກທາ ໄດ້ຮັບຜົລກະທົບ ແລະມີ 63 ຄອບຄົວ ທີ່ຈະຕ້ອງຖືກໃຫ້ ໂຍກຍ້າຍ ໄປຢູ່ບ່ອນໃໝ່.