ໂຮງງານໝາກເດືອຍສ້າງ ມົລພິດ

ສິດນີ
2015.11.04
f-pakbeng ເສັ້ນທາງຫລວງ ເລຂ 2 ໃນເຂດ ເມືອງປາກແບງ ແຂວງອຸດົມໄຊ
Mek/fb

ຊາວບ້ານ ທ່ານນຶ່ງ ເວົ້າວ່າ ປະຊາຊົນ ບ້ານຫ້ວຍ ແຊງຄຳ ເມືອງ ປາກແບງ ແຂວງ ອຸດົມໄຊ ຍັງ ໄດ້ຮັບ ຜົລກະທົບ ຈາກ ໂຮງງານ ຜລິດ ໝາກເດືອຍ ຍ້ອມແຫ້ງ ຂອງ ຈີນ ທີ່ ກັບຄືນມາ ຜລິດ ໃຫມ່ ໄດ້ 3 ວັນ ແລ້ວ. ໂຮງງານ ດັ່ງກ່າວ ຖີ້ມ ເປືອກ ໝາກເດືອຍ ລົງໃສ່ ຫ້ວຍແຊງ ແລະ ຍັງປ່ອຍ ເສດ ໝາກເດືອຍ ລົງຫ້ວຍ ດັ່ງກ່າວ ນັ້ນຢູ່, ເຖິງ ແມ່ນວ່າ ກ່ອນຫນ້າ ນີ້ ທາງ ໂຮງງານ ໄດ້ ກໍ່ ກຳແພງ ອ້ອມ ແຕ່ກໍຍັງ ບໍ່ ແກ້ໄຂ ບັນຫາ. ດັ່ງ ທ່ານກ່າວ ໃນຕອນນຶ່ງ ວ່າ:

"ຜົລກະທົບ ມີແຕ່ເຂົາ ສີ ໝາກເດືອຍ ຫັ້ນ ມັນມີ ຝຸ່ນລະອອງ ສ່ວນຫຼາຍ ມັນປິວ ໄປຕາມ ທາງ, ສອງ ແມ່ນ ເຂົາໂມ້ ໝາກເດືອຍ ມາແນະນຳ ໃຫ້ເພິ່ນເຮັດ ກຳແພງ ຕັນ ສ່ວນຫຼາຍ ເຂົາ ສີ ແລ້ວ ເອົາກາບ ມັນ ມາປ້ອງໃສ່ ຫ້ວຍແຊງ ເນາະ".

ທ່ານກ່າວ ຕື່ມວ່າ ເຖິງແມ່ນວ່າ ເຈົ້າຂອງ ໂຮງງານ ຈະເວົ້າວ່າ ຂະເຈົ້າໄດ້ ຫຍັບທໍ່ ຣະບາຍ ເສດ ໝາກເດືອຍ ລົງຕ່ຳ ແລ້ວກໍຕາມ ແຕ່ ເມື່ອເບິ່ງ ແລ້ວ, ຂະເຈົ້າ ໄດ້ ຫລຸດລົງ ພຽງ ເລັກນ້ອຍ ເທົ່ານັ້ນ, ດັ່ງນັ້ນ ຝຸ່ນ ລະອອງ ຈາກ ໂຮງງານ ກໍຍັງປິວ ອອກໄປ ທາງນອກ ຢູ່ຄືເກົ່າ, ຊຶ່ງ ເປັນການ ແກ້ໄຂ ບັນຫາ ແບບ ບໍ່ໃສ່ໃຈ ຫຼາຍກວ່າ.

ການຜລິດ ໝາກເດືອຍ ຍັງຄົງຈະ ສືບຕໍ່ໄປ ຈົນຮອດ ປີຫນ້າ ແຕ່ ຖ້າບໍ່ມີ ການແກ້ໄຂ ບັນຫາ ຈະເກີດ ຄວາມ ຂັດແຍ່ງ ກັບ ຊາວບ້ານ ຢ່າງ ແຮງ. ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຍັງ ຫ້ອງການ ເມືອງ ປາກແບງ ເຈົ້າຫນ້າທີ່ ບອກວ່າ ຈະ ໄປ ໂອ້ລົມ ແລະ ເຮັດ ບົດບັນທຶກ ເພີ້ມຕື່ມ ກັບ ເຈົ້າຂອງ ໂຮງງານ ໃນໄວໆ ນີ້, ພ້ອມຈະມີ ການສັ່ງ ໃຫ້ເຮັດການ ປ້ອງກັນ ຫຼາຍຂຶ້ນ. ບັນຫາ ນີ້ ເກີດມາ ແຕ່ປີກາຍ ແຕ່ ບໍ່ມີ ການແກ້ໄຂ, ຊາວບ້ານ ໄດ້ ຮຽກຮ້ອງ ໄປ ຫຼາຍຄັ້ງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.