ຊາວບ້ານວ່ານໍ້າແບງບໍ່ ປອດພັຍ
2015.08.31
ຊາວເມືອງ ຮຸນ ແຂວງ ອຸດົມໄຊ ບໍ່ກ້າໃຊ້ ນໍ້າແບງ ນັບ ຕັ້ງແຕ່ ບໍຣິສັດ ຈີນ ເຂົ້າມາ ລົງທຶນ ປູກກ້ວຍ, ຍ້ອນເຂົາເຈົ້າ ຢ້ານ ສານເຄມີ ຈາກ ສວນກ້ວຍ, ແຕ່ ເຈົ້າໜ້າທີ່ ປະຕິເສດ ໃນ ເຣື້ອງນີ້.
ຫຼັງຈາກ ມີ ບໍຣິສັດ ຈີນ ເຂົ້າມາ ສໍາປະທານ ປູກກ້ວຍ ຢູ່ ເມືອງຮຸນ ແຂວງ ອຸດົມໄຊ, ປະຊາຊົນ ທີ່ ຢູ່ໃກ້ ນໍ້າແບງ ກໍບໍ່ກ້າ ທີ່ ຈະເອົາ ນໍ້າ ຂຶ້ນມາໃຊ້, ຍ້ອນ ເຂົາເຈົ້າ ຢ້ານ ສານເຄມີ ທີ່ ໄຫຼລົງມາ ຈາກ ສວນກ້ວຍ, ດັ່ງ ປະຊາຊົນ ທ່ານນຶ່ງ ໄດ້ ເວົ້າຕໍ່ ເອເຊັຽເສຣີວ່າ:
"ສວນກ້ວຍ ຫຼາຍບໍ່ກ້າ ໃຊ້ນໍ້າແບງ ເນາະ, ບໍ່ກ້າ ເອົາ ນໍ້າແບງ ມາໃຊ້, ເປັນ ຜົນກະທົບ ອັນນຶ່ງ ຕໍ່ ພໍ່ແມ່ ປະຊາຊົນ, ສ່ວນກ້ວຍ ຂະເຈົ້າ ແມ່ນຫຍັງ ກະຖິ້ມລົງ ໃສ່ນໍ້າ ໝົດ, ນ້ໍາແບງ ນີ້ ຢ້ານມັນ ມີ ທາດເຄມີ ຫຼາຍກວ່າ, ກວ່າ ທີ່ຜ່ານມາ ທີ່ ບໍ່ໄດ້ເຮັດ ສວນກ້ວຍ ຫັ້ນແຫລະ, ເຣື້ອງປາ ກະເຮັດໃຫ້ ປາ ຕາຍຫຼາຍ".
ຊາວບ້ານ ຜູ້ນີ້ ເວົ້າອີກວ່າ, ໃນ ເດືອນ ມິນາ ຜ່ານມາ ເຄີຍມີ ປາ ຢູ່ໃນ ນໍ້າແບງ ຕາຍ ເປັນ ຈໍານວນຫຼາຍ, ເນື່ອງຈາກ ສະພາບການ ທີ່ ມີ ປາ ຕາຍ ນັ້ນ ມັນຜິດ ປົກກະຕິ, ແລະ ເຂົາເຈົ້າ ຢ້ານວ່າ ເປັນຍ້ອນ ສານເຄມີ ທີ່ ໄຫຼລົງມາ ຈາກ ສວນກ້ວຍ.
ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ, ກໍ ຢືນຢັນ ວ່າ ເຣື້ອງນີ້ ບໍ່ເປັນ ຄວາມຈິງ. ດັ່ງ ທ່ານກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ສັດສາ ວາສິ່ງ ຕາຍ ບໍ່ມີດອກ, ໄທເຮົາ ໄປແລ້ວ ມັນ ເຈົ້າເວົ້າດ ຂ້ອຍເວົ້າ, ຫາງສຽງ ຂອງ ສັງຄົມ ເວົ້າຊື່ໆ, ເວົ້າ ວິພາກ ວິຈານ ກະ ບໍ່ມີ ຫຍັງດອກ ບໍ່ມີມູນ ຄວາມຈິງ".
ປັດຈຸບັນ ແຂວງ ອຸດົມໄຊ ມີ 13 ບໍຣິສັດ ຈີນ ເຂົ້າມາ ສໍາປະທານ ປູກກ້ວຍ ໃນເນື້ອທີ ປະມານ 6,000 ເຮັກຕາ ຊຶ່ງ ບໍຣິສັດ ຈີນ ໄດ້ ເຊົ່າດິນ ຈາກ ປະຊາຊົນ. ອີງຕາມ ຂໍ້ມູນ ຈາກ ທາງການ ແຂວງ ອຸດົມໄຊ.