ທາງການກວດກາໂຮງງານ ຈີນ

ສິດນີ້
2016.08.11
f-warehouse ຣົດບັນທຸກ ກໍາລັງຂົນສົ່ງ ຕູ້ຄອນເທນເນີ ທີ່ບັນຈຸສິ່ງເສດເຫລືອ ເຄື່ອງໃຊ້ໄຟຟ້າ ຫລື ຂີ້ເຫຍື້ອ ເອເລັກໂທຼນິກ ຂອງບໍຣິສັດ Hokeng Metal Processing ຂອງຈີນ ຢູ່ສາງ ທ່ານາແລ້ງ ໃນວັນທີ 28 ມີນາ.
RFA/ST

ໃນວັນທີ 9 ສິງຫາ ຜ່ານມາ ເຈົ້າຫນ້າທີ່ ຈາກ ກະຊວງ ອຸດສາຫະກັມ ແລະ ການຄ້າ ແລະ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສ່ິ່ງແວດລ້ອມ ໄດ້ລົງໄປ ກວດກາ ໂຮງງານ ແຍກຊິ້ນສ່ວນ ເຄື່ອງເສດເຫຼືອ ໄຟຟ້າ ຂອງຈີນ ຢູ່ບ້ານ ໂນນຂີ້ເຫລັກ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ຫລັງຈາກ ໄດ້ຮັບຄໍາ ຮ້ອງຮຽນ ຈາກ ປະຊາຊົນ ເມື່ອ ສັປດາ ຜ່ານມາ ວ່າໂຮງງານ ດັ່ງກ່າວ ໄດ້ປ່ອຍຄວັນ ແລະ ກິ່ນຂິວ ມາສູ່ຊຸມຊົນ. ດັ່ງ ເຈົ້າຫນ້າທີ່ ເມືອງ ສີໂຄດຕະບອງ ນາງນື່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 10 ສິງຫາ ນີ້ວ່າ:

"ການກວດກາ ນະຄອນຫລວງ ກວດກາເມືອງ ພວກເພີ່ນ ກໍລົງມາ ສົມທົບ ກວດກາແລ້ວ ແຕ່ວ່າ ຍັງບໍ່ທັນ ໄດ້ຍີນ ເພີ່ນຕອບຄຳຕອບ ວ່າຈັ່ງໃດເທື່ອ ຕອນນີ້ ເພີ່ນໃຫ້ຄຳຕອບ ທາງໂຮງງານ ຈັ່ງໃດຫັ້ນ ທາງບ້ານ ກໍຈະນຳສເນີ ທາງພູ້ນ ແນວນັ້ນ ມີແຕ່ວ່າ ມອບໃຫ້ ຂັ້ນເທິງ ຫັ້ນແຫລ້ວ ເປັນ ຜູ້ພິຈາຣະນາ ຫັ້ນນະ ມົລພິດ ແມ່ນເພິ່ນກະຢ້ານ ກະທົບສຸຂພາບ ໃນພາຍຫນ້າ".

ເຈົ້າຫນ້າທີ່ ນາງນີ້ ກ່າວຕື່ມວ່າ ເຈົ້າຫນ້າທີ່ ຜູ້ໄປກວດກາ ໄດ້ບອກກັບ ຊາວບ້ານ ວ່າ ພວກເພິ່ນໄດ້ ຮິບໂຮມຂໍ້ມູນ ໃນໂຮງງານ ດັ່ງກ່າວ ເພື່ອ ຈະນຳໄປ ຫາລືກັນ ເພີ້ມຕື່ມ ຫລັງຈາກນັ້ນ ກໍຈະນຳສເນີ ໄປຍັງ ຣັຖບານ ເພື່ອ ພິຈາຣະນາ ຫາທາງແກ້ໄຂ ຢ່າງເຫມາະສົມ. ແຕ່ບໍ່ໄດ້ ບອກວ່າ ພວກເພິ່ນລົມ ຫຍັງແດ່ ກັບ ເຈົ້າຂອງ ໂຮງງານ ຮ່ວມທັງ ໄດ້ອອກຄຳສັ່ງ ແນວໃດຫລືບໍ.

ຍານາງ ເວົ້າອີກວ່າ, ທຸກມື້ນີ້ ໂຮງງານ ດັ່ງກ່າວ ຍັງປ່ອຍຄວັນ ອອກມາຢູ່ ແຕ່ຫນ້ອຍລົງ ຍ້ອນວ່າ ເສດຂີ້ເຫຍື່ອ ເຄື່ອງເສດເຫຼືອ ໄຟຟ້າ ໃກ້ ຈະຫມົດແລ້ວ. ແຕ່ເຖີງຢ່າງໃດ ກໍຕາມ ຊາວບ້ານ ກໍຍັງກັງວົນຢູ່ ຍ້ອນວ່າ ໂຮງງານ ດັ່ງກ່າວ ຍັງຈະສືບຕໍ່ ສົ່ງຜົລກະທົບ ຕໍ່ສຸຂພາບ ຂອງ ປະຊາຊົນ ຖ້າບໍ່ຖືກ ແກ້ໄຂ.

ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຫາ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ບັນຫາ ດັ່ງກ່າວ ແຕ່ ເຈົ້າຫນ້າທີ່ ກ່ຽວຂ້ອງ ບໍ່ສາມາດ ໃຫ້ຂໍ້ມູນໄດ້. ປັດຈຸບັນ ຢູ່ ນະຄອນຫຼວງ ວຽງຈັນ ມີໂຮງງານ ແຍກຊິ້ນສ່ວນ ເຄື່ອງເສດເຫຼືອ ໄຟຟ້າ 7 ແຫ່ງ ແລະ ເມື່ອປີກາຍ ໂຮງງານ ແຫ່ງນຶ່ງ ຖືກສັ່ງໃຫ້ປິດ ຍ້ອນບໍ່ແກ້ໄຂ ບັນຫາ ປ່ອຍຄວັນຂິວ ໃສ່ຊຸມຊົນ ແລະ ສິ່ງແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.