ທາງການຕ້ອງເດັດຂາດກັບ ບາເປືອຍ
2015.08.28

ຊາວລາວ ຮຽກຮ້ອງ ໃຫ້ ລົງໂທດ ຜູ້ທີ່ມີ ສ່ວນຮ່ວມ ໃນການ ອະນຸຍາດ ໃຫ້ເປີດ ບາ ເຕັ້ນເປືອຍ ທີ່ ເມືອງ ວຽງໄຊ ແຂວງ ຫົວພັນ, ເພື່ອ ເປັນ ຕົວຢ່າງ.
ພາຍຫຼັງ ທີ່ ທາງການ ລາວ ໄດ້ ສັ່ງປິດ ບາ ເຕັ້ນເປືອຍ ຂອງ ບໍລິສັດ ຮ່ວງ ຟຸກ ລາງ ເຊິ່ນ ຂອງ ວຽດນາມ, ທີ່ ຖ້ຳ ເມືອງ ວຽງໄຊ, ແຂວງ ຫົວພັນ ກໍ່ເກີດມີ ກະແສ ວິພາກ ວິຈານ ໃນໝູ່ ຄົນລາວ, ທີ່ ຮຽກຮ້ອງ ໃຫ້ ທາງການ ລາວ, ໂດຍສະເພາະ ແມ່ນ ພາກສ່ວນ ຖແລງຂ່າວ ວັທນະທັມ ອອກມາ ຊີ້ແຈງ, ເຖິງການ ສັ່ງປິດ ບາ ເຕັ້ນເປືອຍ ນັ້ນ, ພ້ອມທັງ ໃຫ້ ໃຊ້ ມາຕການ ຂັ້ນ ເດັດຂາດ, ຕໍ່ ການກະທຳ ດັ່ງກ່າວ, ເພື່ອໃຫ້ ເປັນ ຕົວຢ່າງ, ດ້ວຍການ ດຳເນີນ ຄະດີ ຕໍ່ຜູ້ທີ່ມີ ສ່ວນ ກ່ຽວຂ້ອງ ກັບ ການ ອະນຸຍາດ ໃຫ້ເປີດ ບາ ເຕັ້ນເປືອຍ ແຫ່ງນັ້ນ, ບໍ່ວ່າຈະ ເປັນ ເຈົ້າໜ້າທີ່ ຫຼືວ່າ ຜູ້ທີ່ໄດ້ ຮັບ ສັມປະທານ. ດັ່ງ ຊາວລາວ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ເມື່ອ ວັນທີ 26 ສິງຫາ 2015 ນີ້ ວ່າ:
"ອັນດັບ ແລກ ກະຈະຕ້ອງ ມີ ການຖແລງ ຂ່າວຈາກ ຂັ້ນເທິງ, ກະຄື ກະຊວງ ຖແລງຂ່າວ, ວ່າຊິມີ ການປິດ ກິຈການ ນີ້, ຊິບໍ່ມີ ການເປີດ ອີກ. ອີກຢ່າງ ນຶ່ງ ກະຕ້ອງ ນຳໂຕ ຜູ້ທີ່ວ່າ ເຮັດ ທຸຣະກິຈ ປະເພດ ນີ້ ມາດຳເນີນ ຄະດີ ເນື່ອງຈາກ ວ່າ ມັນເປັນ ທຸຣະກິຈ ທີ່ວ່າຜິດ ສິລທັມ ສຳລັບ ສາສນາ ຊາວພຸທ ເຮົາ".
ນອກຈາກນີ້ ແລ້ວ, ຊາວລາວ ຫຼາຍຄົນ ຍັງ ບໍ່ເຊື່ອວ່າ ບາ ເຕັ້ນເປືອຍ ທີ່ ຖ້ຳ ເມືອງ ວຽງໄຊ ຈະຖືກ ປິດລົງ ຢ່າງ ຖາວອນ ຫຼືວ່າ ເປັນພຽງ ໂຈະ ຊົ່ວຄາວ ເທົ່ານັ້ນ ແລະ ຍັງເຊື່ອວ່າ ບາ ເຕັ້ນເປືອຍ ອາຈຖືກເປີດ ໃຫ້ ບໍຣິການ ຄືນໃໝ່ ກໍ່ເປັນໄດ້ ຖ້າ ກະແສ ຕໍ່ຕ້ານ ເຣື້ອງນີ້ ງຽບລົງ.
ໃນຂນະ ດຽວກັນ, ນັກຂ່າວ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຫາ ເຈົ້າໜ້າທີ່ ຜແນກ ຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ, ແຂວງ ຫົວພັນ ໂດຍແມ່ນ ທ່ານ ເຂັມພອນ ເປັນ ຫົວໜ້າ ກໍ່ ໄດ້ ອະທິບາຍ ວ່າ, ປະຈຸບັນ ທາງແຂວງ ແລະ ເມືອງ, ໄດ້ສັ່ງໃຫ້ ບາ ເປືອຍ ນັ້ນ ຢຸດ ຊົ່ວຄາວ, ເພື່ອ ສືບຫາ ຂໍ້ມູນ ຕ່າງໆ, ແລະວ່າ ອັນທີ່ວ່າ ມີ ແມ່ຍິງລາວ ຂຶ້ນໄປ ເຕັ້ນ ປະເປືອຍ ນັ້ນ ບໍ່ເປັນ ຄວາມຈິງ, ມັນແມ່ນ ແຂກ ຂອງ ບໍຣິສັດ ຂຶ້ນ ໄປເຕັ້ນ, ມັນບໍ່ເປັນ ໄປຕາມ ທີ່ ສື່ສັງຄົມ ອອນລາຍ ໄດ້ ນຳສະເໜີ:
"ອັນດຽວນີ້ ທຸກຄົນ ກະ ຢັ້ງຢືນວ່າ ມັນບໍ່ມີ ເຫດການ ຄືແນວນັ້ນ, ກະພ້ອມກັນ ດຳເນີນການ ແກ້ໄຂ. ດຽວນີ້ສັ່ງ ຢຸດ ຊົ່ວຄາວ ໃຫ້ມັນແລ້ວ ວຽກ ຂໍ້ມູນ ຈັ່ງຊິ ປຶກສາ ຫາລື ວ່າໃຫ້ ເປີດ ຕໍ່ໄດ້ບໍ່ ຫຼື ໃຫ້ ຢຸດເຊົາ, ເພາະວ່າ ມັນເປັນນຳ ພາກສ່ວນ ບໍຣິສັດ ເນາະ ທີ່ ເອົາແຂກມາ ແຕ່ ຕ່າງປະເທດ, ມັນມາ ຫຼາຍເດ 3-4 ຮ້ອຍ ຄົນ, ຜູ້ເປັນ ແນວໃດ ມັນກໍ່ມີ".
ຢູ່ພາຍໃນ ຖ້ຳ ກໍ່ໄດ້ມີ ແຂກ ຂອງ ບໍຣິສັດ ຜູ້ລົງທຶນ ຈຳນວນ ນຶ່ງ ຂຶ້ນໄປເຕັ້ນ ລຳ ຢູ່ໃນ ສະຖານທີ່ ຖ້ຳ ດັ່ງກ່າວ, ເຊິ່ງເຫັນວ່າ ບໍ່ ຖືກຕ້ອງ ຕາມການ ອະນຸຍາດ ຂອງ ພາກສ່ວນ ກ່ຽວຂ້ອງ.
ເຖິງຈະແມ່ນ ກຸ່ມຄົນໃດ ກໍ່ຕາມ ທີ່ ຂຶ້ນໄປ ເຕັ້ນ ປະເປືອຍ ນັ້ນ ຊາວລາວ ສ່ວນໃຫ່ຽ ກໍ່ບໍ່ຢາກ ໃຫ້ມີ ເຫດການ ແບບນີ້ ເກີດຂຶ້ນ ອີກ, ແລະວ່າ ເມື່ອມີການ ກະທໍາ ຄວາມຜິດ ກໍ່ຕ້ອງມີ ການດຳເນີນ ຄະດີ ເພື່ອ ເຮັດໃຫ້ ເປັນ ຕົວຢ່າງ ສຳລັບ ສັງຄົມ.