ການເດີນທາງເຮືອຕິດຂັດ ຍ້ອນເຂື່ອນ

ອຸ່ນແກ້ວ ສຸກສະຫວັນ
2016.05.03
F-Namtha ສາຍນໍ້າທາ ໃນເຂດ ແຂວງບໍ່ແກ້ວ
Screen captured Boat trip to bokeo Video

ປັດຈຸບັນ ປະຊາຊົນ ແລະ ຊາວຄ້າຂາຍ ຢູ່ ເມືອງນາແລ ແຂວງ ຫຼວງນ້ຳທາ ທີ່ ເຄີຍເດີນທາງ ດ້ວຍເຮືອ ຕາມ ລໍານ້ຳທາ ເພື່ອມາຊື້ ເຄື່ອງ ຢູ່ ປະເທດໄທ ຕ້ອງໄດ້ເດີນທາງ ຫຼາຍຕໍ່ ນັບຕັ້ງແຕ່ ມີການ ກໍ່ສ້າງ ເຂື່ອນນ້ຳທາ1 ຢູ່ຣະຫວ່າງ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ກັບ ເມືອງນາແລ ແຂວງ ຫຼວງນ້ຳທາ.

ການກໍ່ສ້າງ ເລີ້ມແຕ່ ເດືອນ ທັນວາ 2015 ແລະ ຈຸດກໍ່ສ້າງ ແມ່ນໄປຕັນ ເສັ້ນທາງ ເດີນເຮືອ ໂດຍສານ ຈຶ່ງເຮັດໃຫ້ ເຮືອ ບໍ່ສາມາດ ແລ່ນຜ່ານໄດ້, ແລະ ຊາວຄ້າຂາຍ ກໍປ່ຽນໃຊ້ ທາງຣົດແທນ. ດັ່ງ ປະຊາຊົນ ເມືອງນາແລ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 2 ພຶສພາ ວ່າ:

"ມີຄວາມຫຍຸ້ງຍາກ ບ່ອນເຂື່ອນ ຫັ້ນລະ ອັນວ່າ ປັດຈຸບັນ ນີ້ ເດີນບໍ່ໄດ້ລະ ເພາະວ່າ ມີເຂື່ອນ ອັດຢູ່ແລ້ວ ເຮົາໄປ ກໍໄປຮອດ ແຕ່ບ່ອນ ເຂື່ອນ ສ່ວນຫຼາຍ ຂະເຈົ້າ ໄປທາງຣົດ ໄປຊື້ເຄື່ອງຂອງ ນີ້ຂະເຈົ້າ ກໍໄດ້ຢຸດ ໝົດແລ້ວ ສ່ວນຫຼາຍ ຂະເຈົ້າ ເອົາຣົດໄປ".

ປັດຈຸບັນ ປະຊາຊົນ ແລະ ຊາວຄ້າຂາຍ ຢູ່ ເມືອງນາແລ ໄດ້ປ່ຽນມາໃຊ້ ຣົດຍົນ ເພື່ອໄປຊື້ເຄື່ອງ ຢູ່ ຝັ່ງໄທ ມາຂາຍ, ແຕ່ຍັງມີ ພໍ່ຄ້າ ອີກຈໍານວນນຶ່ງ ຕ້ອງເດີນທາງ ດ້ວຍເຮືອ ແລ້ວ ມາຕໍ່ຣົດ ຢູ່ເມືອງ ຜາອຸດົມ ແຂວງບໍ່ແກ້ວ ຢູ່ ບໍຣິເວນ ກ້ອງ ເຂື່ອນນ້ຳທາ1 ເຮັດໃຫ້ມີ ຄ່າໃຊ້ຈ່າຍ ຫຼາຍຂຶ້ນ. ດັ່ງ ຊາວຄ້າຂາຍ ຢູ່ ບ້ານດອນທິບ ເມືອງນາແລ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ເໝືອນເດີມ ກໍຂາຍ ໃນຣາຄາເກົ່າ ບາງຄົນນະ ເຂົາມີຣົດ, ເຂົາກໍຊື້ຣົດ ເຂົາເອົາແລ່ນໄປ ຊື້ພຸ້ນເລີຍ ຣາຄາມັນ ກໍຫລຸດແລ້ວ ເຂົາມາຂາຍ ກໍຂາຍໃນຣາຄາ ປົກກະຕິ ແຕ່ເຮົາ ບໍ່ມີຣົດນີ້ ເຮົາເອົາເຮືອ ໄປນີ້ ມາຂາຍ ກໍຊິຂາຍ ລື່ນເຂົາ ພວກເຮົາ ຂາຍ ກໍບໍ່ໄດ້ ຕ້ອງຂາຍ ສະເໝີພາບ ໝົດ ກຳໄລ ມັນອາດຈະນ້ອຍ".

ພໍ່ຄ້າທ່ານນີ້ ກ່າວ ຕື່ມອີກວ່າ ປັດຈຸບັນ ການເດີນທາງ ຈາກ ເມືອງນາແລ ຮອດ ເມືອງຫ້ວຍຊາຍ ໃຊ້ເວລາ ລົດລົງ ເຫລືອພຽງແຕ່ 5 ຊົ່ວໂມງ ເນື່ອງຈາກ ຕ້ອງ ໃຊ້ຣົດຍົນ ແທນ ແຕ່ຄ່າໃຊ້ຈ່າຍ ໃນການເດີນທາງ ກໍເພີ້ມຂຶ້ນ ຈາກ 80,000 ກີບ ມາເປັນ 150,000 ກີບ.

ໂຄງການ ເຂື່ອນນ້ຳທາ1 ສົ່ງ ຜົນກະທົບ ຕໍ່ ປະຊາຊົນ ໃນ 2 ແຂວງ ຄື: ແຂວງບໍ່ແກ້ວ ແລະ ແຂວງ ຫຼວງນ້ຳທາ ລວມທັງໝົດ 34 ບ້ານ ໃນນັ້ນມີ ແຂວງ ຫຼວງນ້ຳທາ 24 ບ້ານ ແລະ ແຂວງ ບໍ່ແກ້ວ 10 ບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.