ຜູ້ສ້າງເຂື່ອນນໍ້າທາ-1 ເມີນເສີຍ ກົດເກນ

ອຸ່ນແກ້ວ ສຸກສະຫວັນ
2016.05.03
F-Namtha2 ນໍ້າທາ
Screen captured travel Namtha video

ໂຄງການ ກໍ່ສ້າງ ເຂື່ອນນໍ້າທາ-1 ຊຶ່ງເປັນບໍຣິສັດ ພລັງນໍ້າ ຂອງຈີນ  ບໍ່ປະຕິບັດ ຕາມສັນຍາ ການກໍ່ສ້າງ ຫຼາຍຂໍ້ ເຊັ່ນ:

1.ບໍຣິສັດ ຖິ້ມ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ ຈາກ ການກໍ່ສ້າງ ແລະ ເຄື່ອງໃຊ້ສອຍ ຕ່າງໆ ລົງນໍ້າທາ.

2.ບໍຣິສັດ ບໍ່ ບຳບັດນໍ້າເສັຽ ກ່ອນປ່ອຍລົງ ນໍ້າທາ.

3.ປັຈຈຸບັນ ບໍຣິສັດ ບໍ່ທັນ ໄດ້ຈ່າຍເງີນ ຄ່າ ງົບປະມານ ໃຫ້ ພະນັກງານ ກວດກາ ລົງໄປ ສຳຣວດ ກວດກາ ມາໄດ້ 5 ເດືອນແລ້ວ. ເມື່ອ ພະນັກງານ ຂອງ ເມືອງແລະແຂວງ ທວງໄປຫາ ກະຊວງ ກໍໄດ້ ຄຳຕອບວ່າ ບໍຣິສັດ ບໍ່ທັນໄດ້ ຈ່າຍເງິນ ຄ່າສຳຣວດ  ແລະ ຍັງຄ້າງ ຈ່າຍຄ່າ ເດີນທາງ ພະນັກງານ ມາແຕ່ ເດືອນ ຕຸລາ ປີ 2015 ເປັນຕົ້ນມາ ກະຊວງ ກໍເລີຍ ບໍ່ມີເງີນງົປ ໃຫ້ ພະນັກງານ ລົງສຳຣວດ ເຮັດໃຫ້ ການສໍາຣວດ ຖືກປ່ອຍປະ ລະເລີຍ ມາໄດ້ຫຼາຍ ເດືອນ ແລ້ວ.

ແຫລ່ງຂ່າວ ຣະດັບເມືອງ ທ່ານນຶ່ງ ບອກວ່າ ປັດຈຸບັນ ວຽກງານ ການກໍ່ສ້າງ ເຂື່ອນ ໄດ້ສໍາເຮັດ ໄປແລ້ວ ປະມານ 45 ສ່ວນຮ້ອຍ ແລະວ່າ ໂຄງການ ເຂື່ອນນໍ້ າທາ-1 ນີ້ ສົ່ງຜົນກະທົບ ຫຼາຍຢ່າງ ຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ທ້ອງຖິ່ນ ທັງໃນ ແຂວງ ບໍ່ແກ້ວ ແລະ ຫຼວງນໍ້າທາ ຄຶ: ວຽກງານກໍ່ສ້າງ ໄດ້ ຍ້າຍ ຊາວບ້ານ ປະມານ 1,400 ຄອບຄົວ ຫລື 8,000  ກວ່າຄົນ ຈາກ 34 ບ້ານ, ໃນນັ້ນ 10 ບ້ານ ແມ່ນຢູ່ເຂດ ເມືອງ ຜາອຸດົມ ແລະ 24 ບ້ານ ຢູ່ເຂດ ເມືອງນາແລ. ການ ກໍ່ສ້າງ ກໍານົດໃຫ້ ແລ້ວ ພາຍໃນ 4 ປີ, ເມື່ອ ສ້າງສໍາເຣັດ ແລ້ວ ຈະ ເຮັດໃຫ້ ນໍ້າຖ້ວມ ພື້ນທີ່ ປະມານ 64 ກິໂລແມັດ ມົນທົນ. ອີງຕາມ ໂຕເລກ ຂອງ ບໍຣິສັດ ນໍ້າທາ-1 ແລະ ຣາຍງານ ຂອງ ທາງການລາວ.

ຣາຍງານວ່າ ຊາວບ້ານເຂດ ແຂວງຫຼວງນໍ້າທາ ຈາກ 24 ບ້ານ ຕ້ອງຍ້າຍໄປ ຢູ່ບ້ານ ຈັດສັນ ເຂດ ເມືອງນາແລ ບ່ອນທີ່ ບໍຣິສັດ ນໍ້າທາ-1 ມີແຜນສ້າງ 10 ຈຸດ ແລະ 1 ຈຸດ ຢູ່ເຂດ ເມືອງຜາອຸດົມ. ອີກແຫລ່ງຂ່າວ ນຶ່ງ ແຈ້ງວ່າ ຊາວບ້ານ ຫຼາຍກວ່າ 600 ຄອບຄົວ ໄດ້ຍ້າຍໄປ ຢູ່ບ້ານໝວກ ເຂດ ເມືອງນາແລ ແລ້ວ, ຈໍານວນນຶ່ງ ບໍ່ທັນຍ້າຍ ໃນຂນະທີ່ ການສ້າງ ບ້ານຈັດສັນ ສໍາລັບ ປະຊາຊົນ ຍັງດໍາເນີນ ຕໍ່ໄປ ແລະວ່າ ທາງ ບໍຣິສັດ ນໍ້າທາ-1 ໄດ້ ຕັ້ງ ງົບປະມານ ປະມານ 32 ລ້ານ ໂດລາ ສໍາລັບ ໂຄງການ ໂຍກຍ້າຍ ປະຊາຊົນ ຮ່ວມທັງ ສ້າງບ້ານ ຈັດສັນ ການຊ່ວຍເຫລືອ ຟື້ນຟູຊີວິດ ການເປັນຢູ່ ໃນເບື້ຶອງຕົ້ນ ແລະຄ່າຊົດເຊີຍ ຕ່າງໆ ໃຫ້ເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.