ຜູ້ເຄາະຮ້າຍຈາກດິນເຈື່ອນ ຈະໄດ້ ຄ່າຊົດເຊີຍ
2019.03.06

ບໍຣິສັດໄຊສົງຄາມ ຊຶ່ງເປັນຜູ້ກໍ່ສ້າງຂຸດທໍ່ນ້ຳໄປຫາ ເຂື່ອນເຊກະຕາມ 1 ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ຈະຈ່າຍຄ່າຊົດເຊີຍ ໃຫ້ແກ່ຜູ້ທີ່ ເສັຽຊີວິດຈາກດິນເຈື່ອນ 3 ຄົນ ແລະບາດເຈັບ 1 ຄົນໃນມື້ວັນມີ 28 ກຸມພາ ຜ່ານມາ. ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ແຂວງຈຳປາສັກ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 6 ມີນາ ນີ້ວ່າ:
“ເບື້ຶ້ອງເຮົານີ້, ຄືວ່າບໍ່ໄດ້ອັນໃດ, ມີແຕ່ວ່າບໍຣິສັດກັບຄອບຄົວເຂົາຕິ, ບໍຣິສັດເຂົາບໍ່ໄດ້ມາຜ່ານໄທເຮົາຫັ້ນນະ, ເຂົາມີແຕ່ແຈ້ງໂຕເລກໃຫ້ເຮົາ, ເພາະວ່າຄົນມັນເປັນຄົນພາຍໃນເດ ກໍສຸດແລ້ວແຕ່ຫັ້ນນະ ກະຕ້ອງໄດ້ຜ່ານເຮົາຫັ້ນແຫລ້ວ.”
ທ່ານກ່າວຕື່ມວ່າ, ຄົນງານທີ່ເສັຽຊິວີດ 3 ຄົນນັ້ນ, ເຈົ້າຫນ້າທີ່ກູ້ພັຍຊອກເອົາຊາກສົບຂຶ້ນມາຫມົດແລ້ວ, ພ້ອມທັງສົ່ງໄປໃຫ້ຄອບຄົວ ເພື່ອ ທຳພິທີທາງສາສນາ, ສ່ວນຄ່າຊົດເຊີຍ ຜູ້ທີ່ເສັຽຊີວິດນັ້ນ ຍັງບໍ່ຮູ້ຈຳນວນທີ່ແນ່ນອນເທື່ອ.
ຜູ້ເສັຽຊີວິດ 3 ຄົນມີຊື່ວ່າ, ທ້າວຮັງ ອາຍຸ 41 ປີ ຈາກເມືອງຈຳພອນ ແຂວງສວັນນະເຂດ, ທ້າວ ໂກ້ ອາຍຸ 35 ປີ ຈາກເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະກ້ອຍ ອາຍຸ 35 ປີ ຈາກເມືອລະຄອນເພັງ ແຂວງສາລະວັນ ສ່ວນຜູ້ທີ່ໄດ້ຮັບບາດເຈັບ ນັ້ນ, ຊື່ ທ້າວ ກັນຍາ ອາຍຸ 49 ປີ ເປັນຄົນຂັບຣົດ ຈາກເມືອງຈຳພອນ ແຂວງສະຫວັນນະເຂດ.
ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ບໍຣິສັດ ໄຊສົງຄາມ ເພື່ອຣາຍລະອຽດ ແຕ່ບໍ່ມີຜູ້ໃດໃຫ້ຄຳຕອບໄດ້. ແຕ່ເຈົ້າຫນ້າທີ່ ບໍຣິສັດ B GRIMM POWER LAO ຊຶ່ງເປັນບໍຣິສັດ ຮ່ວມຫຸ້ນ ສ້າງເຂື່ອນເຊກະຕາມ 1 ກ່າວຕໍ່ເອເຊັຽເສຣີວ່າ; ທາງບໍຣິສັດບໍ່ມີສ່ວນ ຮັບຜິດຊອບກັບຄົນງານ ທີ່ເສັຽຊິວິດ ແລະໄດ້ຮັບບາດເຈັບ ແຕ່ຢ່າງໃດ, ຍ້ອນຄົນງານດັ່ງກ່າວ ເປັນພະນັກງານຮັບເຫມົາພາຍນອກ, ບໍ່ແມ່ນພະນັກງານເຮັດວຽກ ໃນໂຄງການເຂື່ອນ.