ບໍຣິສັດຈີນບໍ່ມາຟັງ ຊາວບ້ານ ຕາມນັດ

ຈໍາປາທອງ
2018.12.20
ແກ້ງຫີນ ຕາມລໍາແມ່ນໍ້າຂອງ ທີ່ໂຄງການຂອງບໍຣິສັດຈີນ ຕ້ອງການທໍາລາຍ ເພື່ອຄວາມສະດວກ ຂອງເຮືອສິນຄ້າຈາກ ຈີນ
RFA/OK

ບໍຣິສັດ ຄອນເຊົ້າຕິ້ງ ເອັນຈິ່ເນັ່ຽຣິ້ງ ແລະ ບໍຣິສັດ CCCC Second harbor Consultants ຂອງຈີນ ຊຶ່ງເປັນເຈົ້າຂອງໂຄງການຣະເບີດ ແກ້ງຫີນ ໃນແມ່ນ້ຳຂອງ ບໍ່ມາເຈຣະຈາ ແລະຮັບຟັງຄວາມຄຶດເຫັນ ຂອງຊາວເມືອງຊຽງຂອງ ແຂວງຊຽງຮາຍຂອງໄທ ຕາມທີ່ສັນຍາໄວ້ ທັງໆທີ່ບໍຣິສັດນີ້ເອງ ເປັນຜູ້ຕ້ອງການ ເປີດເວທີໂອ້ລົມ ກັບຊາວບ້ານ ເພື່ອຣະເບີດແກ້ງຕໍ່ໄປ.

ກ່ຽວກັບເຣື້ອງນີ້, ທ່ານ ນິວັດ ຣ້ອຍແກ້ວ, ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ທັນວາ ນີ້ວ່າ ການບໍ່ມາຮ່ວມຮັບຟັງຕາມສັນຍາຂອງ 2 ບໍຣິສັດນັ້ນ ບໍ່ໄດ້ມີຜົລຫຍັງ ຕໍ່ພາກປະຊາສັງຄົມໄທ ຍ້ອນເຖິງແມ່ນວ່າ ບໍຣິສັດມາໂອ້ລົມ ນໍາຊາວບ້ານກໍບໍ່ເຫັນດີນຳ ໂຄງການນີ້ ຍ້ອນມັນມີ ຜົລກະທົບຕໍ່ສິ່ງແວດລ້ອມ ແລະຊຸມຊົນຫຼາຍ ດັ່ງທີ່ທ່ານກ່າວວ່າ:

ທ່ານກ່າວວ່າ “ການເລື່ອນການຮັບຟັງຄວາມຄຶດເຫັນ ຂອງພາກປະຊາຊົນ ໃນເຣື້ອງການຣະເບີດເກາະແກ້ງໃນຄັ້ງທີ 2 ນີ້ອອກໄປນັ້ນ ບໍ່ມີຜົລຫຍັງ, ສິ່ງສຳຄັນກໍຄືຕ້ອງຕັດສິນໃຈວ່າ ເຣື້ອງນີ້ບໍ່ສົມຄວນດໍາເນີນການຕໍ່ໄປ ເພື່ອໃຫ້ພີ່ນ້ອງປະຊາຊົນ ສະບາຍໃຈ. ຕາມຄວາມເຫັນ ຂອງພາກປະຊາສັງຄົມແລ້ວ ເຫັນວ່າ ການຣະເບີດເກາະແກ້ງ ຈະຈັດເວທີຮັບຟັງຈັກເທື່ອ ມັນກໍອະທິບາຍບໍ່ໄດ້. ເພາະວ່າ ຄວາມສັບຊ້ອນ ຄວາມອຸດົມສົມບູນ ຂອງແມ່ນ້ຳຂອງນີ້ ຈະໃຊ້ເວລາສຶກສາສັ້ນໆ ມັນເປັນໄປບໍ່ໄດ້."

ທ່ານກ່າວຕື່ມວ່າ ເວທີຮັບຟັງຄວາມຄຶດເຫັນຂອງປະຊາຊົນ ກ່ຽວກັບເຣື້ອງການຣະເບີດແກ້ງຫີນເທື່ອນີ້, ເປັນເທື່ອທີ 2, ຊຶ່ງທາງບໍຣິສັດ ທີ່ເປັນ ເຈົ້າຂອງໂຄງການ ເປັນຜູ້ນັດໝາຍຊາວບ້ານ, ພະນັກງານຣັຖ ແລະເຄືອຂ່າຍພາກປະຊາສັງຄົມ ຂອງໄທເອງ. ຕາມກຳນົດການ ແມ່ນຈະຈັດຂຶ້ນແຕ່ມື້ວັນທີ 12 ຫາ ວັນທີ 18 ທັນວາ ນີ້ໂດຍທີ່ທາງບໍຣິສັດ ມີຈຸດປະສົງຢາກເປີດເວທີ ເພື່ອເຈຣະຈາກັບຊາວບ້ານ 2 ເຣື້ອງຄື:

1.ແມ່ນເຣື້ອງບໍຣິສັດ ຈະຫຼຸດບ່ອນຣະເບີດແກ້ງ ໃຫ້ເຫຼືອພຽງ 13 ຈຸດ ຈາກໂຄງການເດີມ 15 ຈຸດ.

2. ແມ່ນເຣຶ່ອງບໍຣິສັດ ຈະເອົາຜົລການສຶກສາເຣຶ່ອງການຣະເບີດແກ້ງ ທີ່ວ່າບໍ່ສົ່ງຜົລກະທົບຕໍ່ປາ ແລະ ຕໍ່ຊັພຍາກອນທັມມະຊາດ ມາໃຫ້ ຊາວບ້ານເບິ່ງ. ແຕ່ສຸດທ້າຍ ກໍມີການເລື່ອນເວລາເຈຣະຈາ ກັບຊາວບ້ານ ອອກໄປແບບບໍ່ມີກຳນົດ ໂດຍສົ່ງໜັງສື ມາໃຫ້ ໃນມື້ວັນທີ 16 ທັນວາ ພ້ອມທັງໃຫ້ເຫຕຜົລວ່າ ຍັງບໍ່ພ້ອມໃນຕອນນີ້ ຍ້ອນວ່າຂໍ້ມູນຍັງບໍ່ຄົບຖ້ວນ.

ກ່ຽວກັບເຣື້ອງດັ່ງກ່າວ ທ້າວ ສາຍັນ ທອງສຸກ ຊາວປະມົງບ້ານຫາດໄຄ້ ເມືອງຊຽງຂອງ ຊຶ່ງເປັນຜູ້ນຶ່ງ ທີ່ຢາກເຂົ້າຮ່ວມໃນເວທີ ຍ້ອນລາວ ແລະຄອບຄົວໄດ້ຮັບຜົລກະທົບນັ້ນ ກໍໄດ້ກ່າວໂດຍວາງຄຳຖາມນຳວ່າ:

“ເວົ້າໄປແລ້ວ ເຂົາຈະຟັງເຮົາບໍ່ ເຂົາຈະຟັງຊາວບ້ານບໍ່ ຖ້າເຂົາຟັງກໍດີ, ເຂົາຍັງບໍ່ຟັງຊາວບ້ານ ເຂົາຈະເຮັດເປັນທຸຣະກິຈໝົດ. ຕອນນີ້ເຮົາ ໄດ້ຮັບຜົລກະທົບແນ່ນອນ, ຊາວປະມົງນີ້ຖືກກະທົບແນ່ນອນ. ຝັ່ງນັ້ນ ພຸ້ນກໍຄືກັນ ເຂົາບໍ່ຫາປາເລີຍ. ມັນຫາບໍ່ໄດ້. ເຂົາໄປເຮັດວຽກອື່ນ ເຊັ່ນວຽກກໍ່ສ້າງ. ຂນາດຕອນນີ້ຍັງບໍ່ຣະເບີດແກ້ງ ມັນຍັງເປັນຈັ່ງຊີ້ ຖ້າຣະເບີດຫິນ ຣະເບີດເກາະແກ້ງແລ້ວ ມັນຈະປ່ຽນແປງໝົດ, ມັນຈະຕ້ອງກະທົບຫຼາຍກວ່ານີ້."

ຕາມແຜນການ ໂຄງການຣະເບີດແກ້ງຫີນໃນແມ່ນ້ຳຂອງ ຈີນຕ້ອງການໃຫ້ເຮືອຂົນສົ່ງສິນຄ້າຂນາດໃຫຍ່ 450 ຫາ 500 ຕັນ ແລ່ນລົງມາ ລາວແລະໄທ ໄດ້ສະດວກ. ປັດຈຸບັນໂຄງການດັ່ງກ່າວ ສຳເຣັຈໄປແລ້ວ 2 ໄລຍະຈາກທ່າເຮືອ “ຊືເໝົາ” ປະເທສຈີນ ລົງມາເຖິງ ພະມ້າ ແລະລາວ ຈົນຮອດ ບໍຣິເວນ 3 ຫຼ່ຽມຄຳ. ຍັງເຫຼືອແຕ່ໄລຍະທີ 3 ທີ່ຈະຣະເບີດແກ້ງຫີນ ໃນໄລຍະ 98 ກິໂລແມັດ ຈາກ ເມືອງຊຽງແສນ ແຂວງຊຽງຣາຍຂອງໄທ ແລະເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄປຈົນຮອດແຂວງ ຫຼວງພຣະບາງ ທີ່ຍັງທັນບໍ່ສຳເຣັຈ ຍ້ອນວ່າຊາວເມືອງ ຊຽງຂອງ, ເມືອງຊຽງແສນ ແລະເມືອງວຽງແກ່ນ ຂອງໄທ ອອກມາຄັດຄ້ານ ແລະ ປະທ້ວງບໍ່ໃຫ້ຈີນ ລະເບີດແກ້ງຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.